ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3 ທີ່ ນະຄອນຫຼວງວຽງຈັນ

2018.12.14-jcr3 2p-1

2018.12.14-jcr3 2p-2

2018.12.14-jcr3 2p-3

       ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ໃນກອງປະຊຸມຄັ້ງນີ້, ພະນະທ່ານທອງລຸນ ສີສຸລິດ,ນາຍົກລັດຖະມົນຕີແຫ່ງສປປລາວ ​​ເປັນຫົວໜ້າຄະນະຜູ້ແທນ​ ແລະ ປະທານຮ່ວມຝ່າຍລາວ ແລະພະນະທ່ານພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ເປັນຫົວໜ້າຄະນະຜູ້ແທນ ​ແລະ ປະທານຮ່ວມຝ່າຍໄທ. ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງສູງມາຍັງ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ, ໂດຍສະເພາະແມ່ນ ປະຊາຊົນ ຜູ້ປະສົບໄພພິບັດ ທີ່ ເມືອງສະໜາມໄຊ, ແຂວງ ອັດຕະປື ໃນເດືອນ ກໍລະກົດ 2018, ຊຶ່ງການຊ່ວຍເຫຼືອດັ່ງກ່າວໄດ້ເປັນກຳລັງໃຈທີ່ສຳຄັນໃຫ້ແກ່ຜູ້ປະສົບໄພ. ນອກ ຈາກນັ້ນ, ພະນະທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍ່ໄດ້ຕາງໜ້າໃຫ້ລັດຖະບານໄທ ຢືນຢັນໃຫ້ການຊ່ວຍ ເຫຼືອເພີ່ມເຕີມຢູ່ພື້ນທີ່ປະສົບໄພໃນໄລຍະຟື້ນຟູໂດຍຈະດຳເນີນໂຄງການສ້າງທີ່ພັກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ການສ້ອມແປງຂົວທີ່ແຂວງອັດຕະປື ແລະ ໃຫ້ການຮ່ວມມືດ້ານນິຕິວິທະຍາສາດເພື່ອພິສູດອັດຕະລັກຜູ້ເສຍຊີວິດຈາກເຫດການດັ່ງກ່າວຕາມການສະເໜີຂອງຝ່າຍລາວ.

   ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດທີ່ໄດ້ຮັບ​ການ​ເສີມຂະຫຍາຍໃນຫຼາຍໆດ້ານ, ຊຶ່ງສອດຄ່ອງກັບຫຼັກການພື້ນຖານທີ່ລະບຸໄວ້ໃນຖະແຫຼງການຮ່ວມໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພະນະທ່ານ ພົນເອກ ກຽງສັກ ຊະມະນັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນເດືອນ ມັງກອນ 1979;ຖະແຫຼງການຮ່ວມ ໃນໂອກາດການຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການຂອງ ພະນະທ່ານ ໄກສອນ ພົມວິຫານ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນເດືອນ ເມສາ 1979;ສົນທິສັນຍາມິດຕະພາບແລະການຮ່ວມມືປີ 1992 ລະຫວ່າງ ສອງປະເທດແລະທັງເປັນການຕອບສະໜອງກັບຜົນປະໂຫຍດຂອງປະຊາຊົນສອງຊາດລາວແລະໄທຢ່າງແທ້ຈິງເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ.ພ້ອມນັ້ນ, ສອງຝ່າຍຍັງໄດ້​ສະ​ແດງ​ຄວາມເພິ່ງ​ພໍ​​ໃຈຕໍ່ໝາກຜົນ​ຂອງການພົວພັນຮ່ວມ​ມືລາວ-​ໄທ ​ໃນ​ໄລຍະ​ຜ່ານ​ມາ ຊຶ່ງມີເອກະລັກພິເສດຖານບ້ານໃກ້ເຮືອນຄຽງແລະຍາດພີ່ນ້ອງໃກ້ຊິດສະໜິດສະໜົມກັນມາແຕ່ດົນນານ ແລະເຫັນວ່າ ຜົນຂອງກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ແບບບໍ່ເປັນທາງການໃນຄັ້ງນີ້ ໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ​ເຊິ່ງກັນແ​ລະ​ກັນ, ຊຸກຍູ້ໃຫ້ມີການຮ່ວມມືທີ່ມີປະສິຕິພາບ ແລະ ປະສິດຕິຜົນຍິ່ງຂຶ້ນ ເພື່ອເປັນພື້ນຖານອັນໜັກແໜ້ນກ້າວໄປສູ່ການຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະການພັດທະນາແບບຍືນຍົງ Strategic Partnership for Growth and Sustainable Development” ເພື່່ອຜົນປະໂຫຍດສູງສຸດຂອງປະຊາຊົນສອງປະເທດ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະແລກປ່ຽນຄວາມຄິດຄວາມເຫັນໃນ 03 ບັນຫາໃຫຍ່ ຄື: 1. ການຮ່ວມມືດ້ານການເມືອງແລະຄວາມໝັ້ນຄົງ ; 2. ການຮ່ວມມືດ້ານເສດຖະກິດ; 3. ການຮ່ວມມືດ້ານສັງຄົມ ແລະ ການພັດທະນາ. ລັດຖະບານ​ສອງ​ປະ​ເທດ​ເຫັນ​ດີ​ ​ໃຫ້​ມີ​ການ​ສ້າງ​ແຜນ​ຍຸດ​ທະ​ສາດຮ່ວມ ລາວ-​ໄທ ດ້ານ​ການ​ພັດທະນາ ໄລຍະ 05 ປີ (2019-2023) ແລະ ມອບ​ໝາຍ​ໃຫ້​ກະຊວງທີ່​ກ່ຽວຂ້ອງ​ຂອງ​ທັງ​ສອງ​ປະ​ເທດ​ນໍາ​ໄປ​ປຶກສາ​ຫາລື ກ່ຽວ​ກັບ ລາຍ​ລະອຽດຮ່ວມ​ກັນ​​ຕໍ່​ໄປ. ພ້ອມດຽວກັນນັ້ນ, ສປປ ລາວ ຈະສະໜັບສະໜູນການເປັນປະທານໝູນວຽນອາຊຽນຂອງ ຣາຊະອານາຈັກໄທ ໃນປີ 2019. ຫຼັງຈາກນັ້ນ, ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທແບບບໍ່ເປັນທາງການຄັ້ງທີ3 ໃນຄັ້ງນີ້ ໄດ້ດໍາເນີນໄປໃນບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈແລະເຕັມໄປດ້ວຍໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

          ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໄດ້ມີຖະແຫຼງຂ່າວຮ່ວມ ຊຶ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດ ຂອງປະຊາຊົນສອງຊາດ ຢ່າງແທ້ຈິງເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຢືນຢັນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະການຮ່ວມທຶນນໍາກັນ ເພື່ອສ້າງຖານຜະລິດອັນດຽວກັນ, ທັງນີ້ກໍ່ເພື່ອຈະເປັນການສົ່ງເສີມການຄ້າໃຫ້ເຕີບໂຕໄວຂຶ້ນ. ກອງປະຊຸມໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ.

          ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃຫ້ແກ່ການລົງນາມໃນບັນດາເອກະສານ ຄື: ຖະແຫຼງການຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມຶືທາງດ້ານກົມຫມາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍ ການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຊື້-ຂາຍໄຟຟ້າ ລາວ-ໄທ.

          ໃນຕອນທ້າຍ, ຄະນະຜູ້ແທນ ຣາຊະອານາຈັກໄທ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນແລະອໍານວຍຄວາມສະດວກເປັນຢ່າງດີໃນການຈັດກອງປະຊຸມຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484432
ມື້ນີ້136
ມື້ວານ273
ອາທິດນີ້870
ເດືອນນີ້3737