ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

2018.12.13-pmthai visit lao

      ໃນຕອນບ່າຍຂອງວັນທີ 13ທັນວາ 2018, ທີ່ ທຳນຽບປະທານປະເທດ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫຼວງວຽງຈັນ.

     ໃນໂອກາດນີ້, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວຂອງພະນະທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ລາວ ແລະ ໄທ ເປັນປະເທດເພື່ອນບ້ານໃກ້ຄຽງ ທີ່ມີເສັ້ນຊາຍແດນຕິດຈອດກັນທັງທາງບົກ, ທາງນໍ້າ ແລະ ທາງອາກາດ, ມີຄວາມຜູກພັນທາງດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ ອັນນີ້ຖືວ່າເປັນສິ່ງທີ່ພິເສດທີ່ສຸດ, ປະຊາຊົນສອງປະເທດມີການໄປມາຫາສູ່ກັນ ແລະ ດຳລົງຊີວີດຢູ່ຮ່ວມກັນດ້ວຍຄວາມສາມັກຄີ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ຄວາມຄ້າຍຄືກັນຂອງສອງປະເທດ ບໍ່ສາມາດຕັດແຍກອອກຈາກກັນໄດ້. ນອກຈາກນີ້, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ໃນຊຸມປີຕໍ່ໜ້າໃຫ້ມີການສືບຕໍ່ຊຸກຍູ້ເສີມຂະຫຍາຍການໄປມາຫາສູ່ກັນໃນຫຼາຍຂົງເຂດຕື່ມອີກ. ພ້ອມນັ້ນ, ພະນະທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະກຳມາທິການຊາຍແດນຮ່ວມ ແລະ ຄະນະເຈົ້າໜ້າທີ່ອາວຸໂສຂອງສອງຝ່າຍ ທີ່ມີຄວາມພະຍາຍາມຊອກຫາວິທີທາງແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ ໂດຍມີຄວາມຄືບໜ້າຕາມລຳດັບໃນການດຳເນີນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງຊຸກ ຍູ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເພີ່ມທະວີການແກ້ໄຂບັນຫາຊາຍແດນໃຫ້ສຳເລັດຕາມເປົ້າໝາຍທີ່ທັງສອງຝ່າຍໄດ້ຕົກລົງຮ່ວມກັນ ຄື: ຊາຍແດນທາງບົກ ໃຫ້ສຳເລັດໃນປີ 2020 ແລະ ຊາຍແດນທາງນໍ້າ ໃຫ້ສຳເລັດໃນປີ 2021.

          ພ້ອມດຽວກັນນັ້ນ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈມາຍັງລັດຖະບານໄທ ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງ ໃນໄລຍະຜ່ານມາ ແລະ ຊຸກຍູ້ໃຫ້ລັດຖະບານໄທ ສືບຕໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເປັນຕົ້ນແມ່ນບັນດາເສັ້ນທາງ, ຂົວຂ້າມນໍ້າຂອງ ແລະ ໂຄງການອື່ນໆ ເພື່ອໃຫ້ມີການຈັດຕັ້ງປະຕິບັດໂດຍໄວ; ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ລາວ-ໄທ ແລະ ພາຍໃນອານຸພາກພື້ນໃຫ້ມີຄວາມສະດວກຍິ່ງຂຶ້ນ. ພ້ອມນີ້, ພະນະທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈໄປຍັງສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ, ໂດຍສະເພາະແມ່ນການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພພິບັດທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເດືອນກໍລະກົດ 2018 ທີ່ຜ່ານມາ ແລະວ່າ ສປປ ລາວ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື ເພື່ອເຮັດໃຫ້ການເປັນປະທານໝູນວຽນອາຊຽນຂອງໄທ ໃນປີ 2019 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

          ໃນຕອນທ້າຍ, ພະນະທ່ານ ບຸນຍັງ ວໍລະຈິດ ກໍ່ໄດ້ອວຍພອນໃຫ້ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3 ທີ່ ສປປ ລາວ ໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

        ໃນໂອກາດດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ໄທໃນໄລຍະຜ່ານມາ, ທີ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568