ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ເຈລະຈາ ທີ່ ສິງກະໂປ

2018.11.14 pm asean dialog partner1 2018.11.14 pm asean dialog partner2

2018.11.14 pm asean dialog partner3 2018.11.14 pm asean dialog partner4

     ​ໃນ​ວັນ​ທີ 14 ພະຈິກ 2018, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບສຸດຍອດ ກັບບັນດາຄູ່ເຈລະຈາຂອງອາຊຽນ ເຊັ່ນ: ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 20, ກອງປະຊຸມອາຫານທ່ຽງແບບເຮັດວຽກສໍາລັບຜູ້ນໍາອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 3, ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກຈາກນີ້, ຍັງມີການພົບປະສອງຝ່າຍກັບ ລັດເຊຍ ແລະ ສ. ເກົາຫລີ.

          ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ໄດ້ຈັດຂຶ້ນ ໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ ລັດຖະບານອົດສະຕຣາລີ ໄດ້ປະກາດໃນໂອກາດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ນອກນີ້, ສອງຝ່າຍ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆເຊັ່ນ: ຄວາມໝັ້ນຄົງທາງຄອມພິວເຕີ, ການສົ່ງເສີມການອຳນວຍຄວາມສະດວກການຄ້າ, ການລົງທຶນ, ການບໍລິການ, ການທ່ອງທ່ຽວ, ການພັດທະນາ ແລະ ການເຂົ້າເຖິງແຫຼ່ງທຶນ ສຳລັບວິສະຫະກິດຂະຫນາດນ້ອຍ ແລະ ກາງ (SMEs), ການຖ່າຍທອດເຕັກໂນໂລຊີໃໝ່, ນະວັດຕະກຳດ້ານການປະກອບການ ແລະ ການບໍລິການສຳລັບເຄືອຂ່າຍຕົວເມືອງອັດສະລິຍະ ແລະ ອື່ນໆ. ໃນໂອກາດນີ້, ສປປ ລາວ ໄດ້ສະເໜີໃຫ້ອົດສະຕຣາລີ ສືບຕໍ່ໃຫ້ການສະໜັບສະໜູນອາຊຽນ ໃນຂົງເຂດການສຶກສາ ແລະ ສະແດງຄວາມຂອບໃຈທີ່ອົດສະຕຣາລີ ເຫັນດີຈະໃຫ້ການຊ່ວຍເຫຼືອດ້ານການປະເມີນຄວາມຄືບໜ້າຂອງການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນ.

          ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 21 ໄດ້ສະແດງຄວາມຍິນດີຕໍ່ການສະເຫຼີມສະຫຼອງຄົບຮອບ 15 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ໃນປີ 2018 ແລະ ຢືນຢັນຄືນຄວາມໝາຍໝັ້ນຂອງທັງສອງຝ່າຍ ທີ່ຈະສືບຕໍ່ຮັດແໜ້ນການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນໃນໄລຍະຍາວ ໂດຍການຮັບຮອງເອົາວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030. ຜູ້ນຳອາຊຽນ ແລະ ຈີນ ໄດ້ສະແດງຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າຫລາຍດ້ານ ໃນການການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ 2016-2020 ໃນໄລຍະປີຜ່ານມາ ແລະ ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືເພື່ອຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວໃຫ້ມີປະສິດທິພາບຍິ່ງຂຶ້ນ. ນອກນີ້, ກອງປະຊຸມໄດ້ຮັບຊາບ​ຄວາມຄືບ​ຫນ້າ​ໃນ​ການຈັດຕັ້ງປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ) ແລະ  ໝາຍໝັ້ນທີ່​ຈະ​ເລັ່ງລັດ​ການ​ເຈລະຈາ​ກົດແຫ່ງການປະພຶດ (ຊີໂອຊີຝ) ​ໃຫ້​ສຳ​ເລັດ​ພາຍ​ໃນ 3 ປີ. ຄຽງ​ຄູ່​ກັນ​ນີ້, ຍັງໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດກິດຈະກຳສະເຫຼີມສະຫຼອງ ປີ ນະວັດຕະກຳ ອາຊຽນ-ຈີນ ປີ 2018 ນີ້ແລະ ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ    ນະວັດຕະກຳ. ກອງປະຊຸມເຫັນດີກຳນົດເອົາປີ 2019 ເປັນປີແລກປ່ຽນສື່​ມວນ​ຊົນ ອາ​ຊຽນ-ຈີນ ​ແລະ ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆທີ່ອາຊຽນແລະຈີນມີທ່າແຮງເຊັ່ນການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະ, ເສດຖະກິດດີຈີຕອນ, ການຄ້າແລະການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດແລະອື່ນໆ. ໃນໂອກາດດັ່ງກ່າວ, ຜູ້ນຳອາຊຽນໄດ້ສະແດງຄວາມຍິນດີຕໍ່ການປະກາດຂອງຈີນທີ່ຈະປະກອບທຶນຈຳນວນ 10 ລ້ານໂດລາສະຫະລັດເຂົ້າໃນກອງທຶນການຮ່ວມມືອາຊຽນ-ຈີນເພື່ອຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆໂດຍສະເພາະການສະໜອງທຶນການສຶກສາແລະການຝຶກອົບຮົມສຳລັບປີ 2019.

        ກອງປະຊຸມສຸດຍອດ ອາຊຽນ-ສ. ເກົາຫລີ ຄັ້ງທີ 20 ໄດ້ສະແດງຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ສ. ເກົາຫລີ 2016-2020, ໃນນີ້, ສອງຝ່າຍເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ, ແລະ ໂຄງການພັດທະນາຕົວເມືອງອັດສະລິຍະ. ອັນສຳຄັນແມ່ນ ກອງປະຊຸມເຫັນດີ ຕໍ່ຂໍ້ສະເຫນີຂອງ ສ. ເກົາຫລີ ທີ່ຈະຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ການພົວພັນອາຊຽນ-ສ. ເກົາຫຼີ ຄົບຮອບ 30 ປີ ໃນປີ 2019 ທີ່ ສ. ເກົາຫຼີ. ນອກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ແລະ ຄຳໝາຍໝັ້ນ ໃນການປັບປຸງສາຍພົວພັນ ລະຫວ່າງ ສອງ ເກົາຫລີ ເພື່ອກ້າວໄປສູ່ການສ້າງແຫຼມເກົາຫຼີ ໃຫ້ເປັນ ພາກພື້ນທີ່ມີສັນຕິພາບແບບຍືນຍົງ ແລະ ເປັນເຂດປອດອາວຸດນິວເຄລຍ.

ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນໝາກຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນແຜນປະຕິບັດງານ ອາຊຽນ-ລັດເຊຍ 2016-2020, ແລະ ການຜັນຂະຫຍາຍຄຳຕົກລົງຕ່າງໆຂອງກອງປະຊຸມສະເຫລີມສະຫລອງການພົວພັນອາຊຽນ-ລັດເຊຍ ຄົບຮອບ 20 ປີ ທີ່ ໂຊຈິ. ໝາກຜົນການຮ່ວມມື ລະຫວ່າງ ອາຊຽນ-ລັດເຊຍ ຕະຫຼອດໄລຍະ 22​ ປີຜ່ານມາໄດ້ເປັນພື້ນຖານອັນຫນັກແຫນ້ນໃຫ້ການການເພີ່ມທະວີການພົວພັນຮ່ວມມື ໃຫ້ກ້າວຂື້ນສູ່ລະດັບໃໝ່ໃນຕໍ່ຫນ້າ. ໃນໂອກາດນີ້, ຜູ້ນຳອາຊຽນ ໄດ້ເຫັນດີຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໂດຍຜ່ານການອອກຖະແຫລງການຮ່ວມ ອາຊຽນ-ລັດເຊຍ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ອອກຖະແຫລງການ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຊິ່ງເປັນຂົງເຂດທີ່ມີຄວາມສຳຄັນໃນການຮ່ວມມືໃນຍຸກປະຈຸບັນ. ເພື່ອເປັນການຊຸກຍູ້ການຮ່ວມມືທາງເສດຖະກິດ, ຜູ້ນຳ ອາຊຽນ-ລັດເຊຍ ຍັງໄດ້ເປັນສັກຂີພິຍານການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະ ຄະນະກຳມາທິການ ອົງການຮ່ວມມື ເສດຖະກິດ ຢູເຣເຊຍ ເພື່ອສົ່ງເສີມ ການຮ່ວມມື ລະຫວ່າງ ອາຊຽນ ແລະ. ນອກນີ້, ໃນຕໍ່ຫນ້າ ສອງຝ່າຍຍັງຈະສຸມໃສ່ ການຮ່ວມມືດ້ານການຄຸ້ມຄອງໄພພິບັດ ເຊິ່ງເປັນຂົງເຂດທີ່ມີສອງຝ່າຍມີຄວາມສົນໃຈຮ່ວມ. ກອງປະຊຸມຍັງໄດ້ຊຸກຍູ້ ໃຫ້ບັນດາຂະແໜງການຮ່ວມມືຕ່າງໆ ເພີ່ມທະວີການຮ່ວມມື ແລະ ປະສານງານ ແນໃສ່ເຮັດໃຫ້ກິດຈະກຳຮ່ວມມືໃນຂົງເຂດຕ່າງໆໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຍິ່ງໆຂື້ນ.

ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ໄດ້ສະເຫລີມສະຫລອງການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 45 ປີໃນປີ 2018. ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ເພື່ອສະເຫຼີມສະຫຼອງການພົວພັນ ຄົບຮອບ 45 ປີ ເຊິ່ງສະແດງເຖິງການຢໍ້າຄືນຄວາມໝາຍໝັ້ນອັນແຮງກ້າໃນການເສີມຂະຫຍາຍການຮ່ວມມື ແລະ ມິດຕະພາບ ລະຫວ່າງອາຊຽນ ແລະ ຍີ່ປຸ່ນໃນຕໍ່ຫນ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນຂອງທັງສອງຝ່າຍ. ກອງປະຊຸມເຫັນດີສືບຕໍ່ຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈຮ່ວມເຊັ່ນ: ການຮ່ວມມືຕ້ານອາດຊະຍາກຳທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ, ການຄຸ້ມຄອງໄພພິບັດ, ການແລກປ່ຽນຊາວຫນຸ່ມ ແລະ ອື່ນໆ. ນອກນີ້, ກອງປະຊຸມຍັງຮັບຊາບການດັດແກ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ຮັບຊາບຄວາມຄືບຫນ້າໃນການຮ່າງສັນຍາຮ່ວມມືດ້ານວິຊາການ ເພື່ອເພີ່ມທະວີການຮ່ວມມືດ້ານການພັດທະນາ ໃນຕໍ່ໜ້າ.

ກອງປະຊຸມອາຫານທ່ຽງແບບເຮັດວຽກສຳລັບຜູ້ນຳອາຊຽນ ແລະ ແຂກຂອງປະທານ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການ ແລະ ທ່າອ່ຽງຂອງເສດຖະກິດໂລກ, ໃນນີ້ ໄດ້ຮັບຊາບ ບັນດາບຸລິມະສິດທີ່ມີຄວາມສອດຄ່ອງກັນຂອງບັນດາອົງການຮ່ວມມືພາກພື້ນຕ່າງໆເຊັ່ນ ບູລິມະ​ສິດ ພາຍ​ໃຕ້​ການ​ເປັນ​ປະທານ​ກຸ່ມປະ​ເທດ ຈີ 7 ​ຂອງ​ກາ​ນາ​ດາໃນ​ປີ 2018, ກໍ່​ຄື ຂອງກຸ່​ມອາ​ເປັກ​ ພາຍໃຕ້ການເປັນປະທານຂອງ​ຊີ​​ເລ ​ໃນ​ປີ 2019, ເຊິ່ງ​ລ້ວນ​ແຕ່​ເນັ້ນ​ໃສ່ ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງຂອງບັນດາປະເທດຕ່າງໆໃນທົ່ວໂລກ. ໃນທ່າມກາງທີ່ສະພາບເສດຖະກິດໂລກ ຍັງ​ຜັນ​ແປ​ຢ່າງ​ສັບສົນ,   ກອງປະຊຸມ​ເຫັນ​ວ່າ​​ ການ​ຮ່ວມມື ​ແລະ ການ​ແລກປ່ຽນ​ດ້ານ​ການ​ຄ້າລະຫວ່າງ​ບັນດາ​ປະ​ເທດ​ຕ່າງໆໃນ​ໂລກ ໂດຍຜ່ານ ການຄ້າເສລີຫຼາຍຝ່າຍ ຍັງເປັນທ່າອ່ຽງລວມທີ່ເໝາະສົມກັບສະພາບຄວາມເປັນຈິງເພື່ອຊ່ວຍໃຫ້ປະເທດຕ່າງໆບໍ່ວ່າ ນ້ອຍ ຫຼື ໃຫຍ່ ໄດ້ມີໂອກາດທີ່ເທົ່າທຽມກັນໃນການພັດທະນາ, ການເຂົ້າເຖິງຕະຫຼາດ, ການເຕີບໂຕທາງດ້ານເສດຖະກິດ ກໍ່ຄື ການຫຼຸດຜ່ອນຄວາມທຸກຍາກ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484524
ມື້ນີ້40
ມື້ວານ188
ອາທິດນີ້962
ເດືອນນີ້3829