ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະ ລະຫວ່ງ ບັນດາຜູ້ນຳອາຊຽນ ກັບ ຜູ້ອຳນວຍການໃຫຍ່ອົງການກອງທຶນການເງິນສາກົນ, ປະທານທະນາຄານໂລກ ແລະ ເລຂາທິການໃຫຍ່ອົງການສະຫະປະຊາຊາດ

2018.10.11 PM at Bali 2.JPG2018.10.11 PM at Bali 4.JPG2018.10.11 PM at Bali 1

 

          ໂດຍຕອບສະໜອງຕາມຄຳເຊີນຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນ​ໂດ​ເນ​ເຊຍ, ໃນວັນທີ 11 ຕຸລາ 2018, ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສ​ປ​ປ ລາວ ເດີນທາງໄປ​​ເຂົ້າ​ຮ່ວມກອງ​ປະຊຸມ​ພົບ​ປະລະ​ຫວ່ງບັນດາ​ຜູ້ນຳ​ອາ​ຊຽນ ກັບ ຜູ້ອຳນວຍການ​ໃຫຍ່​ອົງການ​ກອງ​ທຶນ​ການ​ເງິນ​ສາກົນ,​ ປະທານ​ທະນາຄານ​ໂລກ ​ແລະ ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ ພາຍ​​ໃຕ້​ຫົວ​ຂໍ້ “ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ຫຼຸດຜ່ອນຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາ ​ໂດຍ​ການ​ຮ່ວມ​ມື​ກັນ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນ, ​ໂດຍ​ການ​​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ​ໂຈ​ໂກ້ ວິ​ໂດ​ໂດ້, ປະທານາທິບໍດີ ​ອິນ​ໂດ​ເນ​ເຊຍ, ​ໃນ​ນາມ​​ເຈົ້າພາບ​ຈັດ​ກອງ​ປະຊຸມ ກອງ​ທຶນ​ການ​ເງິນ​ສາກົນ ​ແລະ ກຸ່ມ​ທະນາຄານ​ໂລກ ປະຈຳ​ປີ 2018 ​ແລະ ພະນະ​ທ່ານ ລີ ຊຽນລົງ, ນາຍົກລັດຖະມົນຕີ ສິງກະ​ໂປ ​ໃນ​ນາມ​ປະທານມູນ​ວຽນ​ອາ​ຊຽນ,
ກອງປະຊຸມພົບປະຄັ້ງນີ້ ຈັດຂື້ນ ​​ເພື່ອປຶກສາຫາລືບັນຫາສຳຄັນຕ່າງໆ ທີ່ຕິດພັນກັບການຮັກສາ ສະຖຽນລະພາບ ທາງດ້ານເສດຖະກິດ-ການເງິນ, ກໍ່ຄືການຊອກຫາຊ່ອງທາງ ແລະ ມາດຕະການຮ່ວມກັນ ໃນການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ ພາຍໃນອາຊຽນ ແລະ ການຮ່ວມມື ເພື່ອບັນລຸວາລະ 2030 ເພື່ອການ ພັດທະນາ​ແບບຍືນຍົງ.  ​ໃນ​ນັ້ນ, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​​ເນັ້ນໃຫ້ເຫັນຄວາມ​ສຳຄັນ ແລະ ​ບົດບາດ​ຂອງອົງການ ການເງິນສາກົນ ແລະ ທະນາຄານໂລກ ກໍ່ຄື ອົງການສະຫະປະຊາຊາດ ໃນການຊ່ວຍເຫຼືອບັນດາ ປະເທດສະມາຊິກ ເພື່ອແກ້ໄຂສິ່ງທ້າທາຍ ຕ່າງໆ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງເສດຖະກິດ ແນໃສ່ຫຼຸດຜ່ອນ ຄວາມແຕກໂຕນ ດ້ານການພັດທະນາພາຍໃນບັນດາປະເທດສະມາຊິກອາຊຽນ ກໍ່ຄື ໃນພາກພື້ນ.  
          ໃນ​ໂອກາດ​ກອງ​ປະຊຸມ​ນີ້, ສປປ ລາວ ກໍ່​ໄດ້​ຢໍ້າຄືນ​ການຈັດ​ຕັ້ງປະຕິບັດພັນທະຂອງຕົນ ໃນການເປັນສະມາຊິກ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຢ່າງ​ຕັ້ງໜ້າ, ເຊຶ່ງລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8 ສໍາລັບສົກ 2016-2020.   ດ້ານການພັດທະນາເສດຖະກິດ-ການເງິນ ກໍ່ໄດ້ມີການວາງນະໂຍບາຍ ແລະ  ກົນໄກໃນການຊຸກຍູ້ເພື່ອຮັກສາສະຖຽນ ລະພາບຂອງເສດຖະກິດມະຫາພາກ, ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ  ​ເພື່ອສາມາດເຊື່ອມໂຍງເຂົ້າກັບ​ເສດຖະກິດພາກພື້ນ ແລະ ສາກົນ ​ໂດຍ​ຜ່ານ​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ຈາກອົງການຈັດຕັ້ງສາກົນຕ່າງໆ, ໂດຍສະເພາະແມ່ນກອງທຶນການເງິນສາກົນ,​    ທະນາຄານໂລກ ​ແລະ ອົງການ​ສະຫະ​ປະຊາ​ຊາດ.
          ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ  ແລະ ຄະນະ ກໍ່ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ພະນະທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ, ເພື່ອເປັນກຽດໃຫ້ແກ່ ບັນດາຜູ້ນຳອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມພົບປະໃນຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480260
ມື້ນີ້90
ມື້ວານ157
ອາທິດນີ້658
ເດືອນນີ້6491