ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະສອງຝ່າຍ ລາວ-ຍີ່ປຸ່ນ ລະຫວ່າງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ

2018.10.09 Mekong-Japan 1

2018.10.09 Mekong-Japan 2

2018.10.09 Mekong-Japan 3

2018.10.09 6Mekong-Japan

         ໃນຕອນແລງວັນທີ່ 8 ຕຸລາ 2018, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ,  ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ໄດ້ຈັດພິທີຕ້ອນຮັບພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຢ່າງສົມກຽດ, ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ພ້ອມຄະນະ ໄດ້ມີການພົບປະສອງຝ່າຍ.

         ໃນໂອກາດດັ່ງກ່າວນີ້, ພະນະທ່ານ ຊິນໂຊ ອາເບະ ໄດ້ສະແດງຄວາມຍີນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຊົມເຊີຍ ແລະ ຕີລາຄາສູງຕໍ່ພະນະທ່ານ ທອງລຸນ ສີສຸລິດ ພ້ອມຄະນະທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ່ 10 ທີ່ໂຕກຽວປະເທດ ຍີ່ປຸ່ນ ໃນຄັ້ງນີ້ ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈີງໃຈມາຍັງທ່ານ ຊີນໂຊ ອາເບະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ການພົບປະໃນຄັ້ງນີ້, ຜູ້ນຳທັງສອງຕ່າງກໍໄດ້ສະແດງຄວາມເສຍໃຈ ແລະ ເຫັນໃຈຊື່ງກັນ ແລະ ກັນ ຕໍ່ເຫດການໄພພິບັດທຳມະຊາດທີ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ດີນເຈື່ອນ, ພະຍຸໄຕ້ຝຸ່ນ ແລະ ແຜ່ນດີນໄຫວ ໃນປະເທດຍີ່ປຸ່ນ ແລະ ເຫດການຄູກັນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍຢູ່ ສປປ ລາວ ແຕກພັງ ໃນເດືອນກໍລະກົດທີ່ຜ່ານມາ, ຊື່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສີນຂອງປະຊາຊົນ ຢ່າງໜັກໜ່ວງ. ຜູ້ນຳສອງກໍໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລາວ-ຍີ່ປຸ່ນ ຊື່ງເຫັນໄດ້ວ່າການພົວພັນສອງຝ່າຍລາວ-ຍີ່ປຸ່ນ ແມ່ນການພົວພັນທີ່ມີມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ແມ່ນໄດ້ຮັບການພັດທະນາດີຂື້ນເລື້ອຍໆ, ໂດຍສະເພາະແມ່ນການພັດທະນາ ສປປ ລາວ ແບບຍືນຍົງທີ່ໄດ້ຮັບຮອງເອົາໃນປີ 2016 ໂດຍໄດ້ປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ່ 8 ຂອງ ສປປ ລາວ ທີ່ກໍາລັງໄດ້ຮັບການຈັດຕັ້ງປະຕິບັດໃນຂະແໜງການພື້ນຖານໂຄງລ່າງ, ດ້ານກະສິກໍາ, ປ່າໄມ້ ແລະ ການພັດທະນາຊັບພະຍາກອນມະນຸດ.
          ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນະທ່ານ ຊິນໂຊ ອາເບາະ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານພັກເສລີປະຊາທິປະໄຕ ຍີ່ປຸນ (ພັກ LDP) ສະໄໝທີ 3 ຕິດຕໍ່ກັນ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບານ ຍີ່ຢຸ່ນ ກໍຄືການຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ກ້ວາງຂວາງ ແລະ ແໜ້ນແຟ້ນຍີ່ງໆຂື້ນ.
          ໃນຕອນສວຍຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Shigemi KITAHARA, ປະທານກຸ່ມໂຮງໝໍ KITAHA- RA ຂອງປະເທດ ຍີ່ປຸ່ນ ເພື່ອລາຍງານການຮ່ວມມືດ້ານວິຊາການກ່ຽວກັບການສະເໜີສ້າງສູນປີ່ນປົວດ້ານອຸປະຕິເຫດເສັ້ນເລືອດສະໝອງອັດຕີບ ( Stroke Center ) ກັບໂຮງໝໍມິດຕະພາບ ກະຊວງສາທາລະນະສຸກຂອງ ສປປ ລາວທີ່ມີການຮ່ວມມືດ້ານວິຊາການໃນການບໍລິການ ແລະ ການຟື້ນຟູກັບໂຮງໝໍມິດຕະພາບນັບແຕ່ເດືອນ ມັງກອນ 2018 ທີ່ຜ່ານມາ, ແຕ່ຍັງບໍ່ທັນມີສັນຍາ MOU ວ່າດ້ວຍການຮ່ວມມືໃນຂະແໜງການດັ່ງດ່າວ. ຈາກນັ້ນກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Takeo KAWAMURA, ປະທານກໍາມາທິການງົບປະມານສະມາຊິກສະພາຜູ້ແທນລາຊະດອນ ຍີ່ປຸ່ນ, ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍສະພາ ແລະ ອົງການ JETRO
         ນອກຈາກນັ້ນ,ຜູ້ນຳທັງສອງກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນສັນຍາເອກະສານແລກປ່ຽນການຊ່ວຍເຫຼືອດ້ານມະນຸດ          ສະທຳກ່ຽວກັບ  ການເກັບກູ້ລະເບີດທີ່ບໍ່ທັນແຕກ UXO ຢູ່ໃນ ສປປ ລາວ ເຊັນໂດຍທ່ານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຍີ່ປຸ່ນ, ພ້ອມທັງຕ້ອນຮັບການເຂົ້າຢ້ຽມຂໍ່ນັບຂອງຄະນະໂຮງໝໍ ກິຕາຮາຣາ, ກຸ່ມບໍລິສັດ Hitachi ແລະ ບໍລິສັດ TEPCO. ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະນໍາກັນກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485307
ມື້ນີ້8
ມື້ວານ227
ອາທິດນີ້343
ເດືອນນີ້4612