ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ປາຖະກະຖາເລົ່າມູນເຊື້ອ 73 ປີ ວັນການທູດລາວ ແລະ ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ

2018.10.052

2018.10.051

2018.10.053

ໃນວັນທີ 05 ຕຸລາ 2018, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາເລົ່າມູນເຊື້ອ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 73 ປີ (12 ຕຸລາ 1945 – 12 ຕຸລາ 2018) ແລະ ພິທີມອບ-ຮັບ ໃນຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນໍາ, ສະມາຊິກ, ພະນັກງານ ອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ໄດ້ຮັບຟັງບົດລາຍງານການເມືອງ ແລະ ທິດທາງແຜນການກໍ່ສ້າງໃນຕໍ່ໜ້າຂອງ ໜ່ວຍພັກກົມອາຊຽນ ແລະ ໜ່ວຍພັກສະຖາບັນການຕ່າງປະເທດ, ຊຶ່ງການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນພາວະວິໄສ, ສ່ອງແສງໃຫ້ເຫັນເຖິງການຄົງຕົວ ແລະ ການຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ, ເຊີດຊູບົດບາດການຊີ້ນໍາ-ນໍາພາຂອງພັກໃຫ້ມີຜົນສັກສິດ ແລະ ທັງເປັນການເພີ່ມທະວີບົດບາດກໍາລັງແຮງໃຫ້ແກ່ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ. ພ້ອມກັນນີ້, ເພື່ອຍົກສູງຄູນນະພາບການປັບປຸງກໍ່ສ້າງຮາກຖານພັກ, ເພີ່ມທະວີໃນການຊີ້ນໍາ-ນໍາພາໃຫ້ບັນດາໜ່ວຍພັກເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ການເມືອງຂອງຕົນ ແລະ ກໍ່ສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນໍາພາດ້ານວຽກງານວິຊາສະເພາະ ລວມທັງອົງການຈັດຕັ້ງມະຫາຊົນ, ຮູ້ນໍາພາວຽກງານປ້ອງກັນພັກ-ພະນັກງານ ໃຫ້ມີຄວາມສະຫງົບຮຽບຮ້ອຍ, ນໍາພາປັບປຸງກໍ່ສ້າງຂະຫຍາຍສະມາຊິກພັກ, ພະນັກງານ ໃຫ້ມີການພັດທະນາຕົນຢ່າງຕໍ່ເນື່ອງ. ຈາກນັ້ນ, ສະຫາຍ ສະເຫຼີໄຊ ກົມມະສິດ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ໃຫ້ແກ່ ໜ່ວຍພັກກົມອາຊຽນ ແລະ ໜ່ວຍພັກສະຖາບັນການຕ່າງປະເທດ. ພ້ອມນີ້, ສະຫາຍ ສະເຫຼີໄຊ ກົມມະສິດ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍພັກທີ່ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກຕົນຈົນໄດ້ຮັບນາມມະຍົດເຂັ້ມແຂງ-ຮູ້ນໍາພາຮອບດ້ານໃນຄັ້ງນີ້ ແລະ ເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອ, ພ້ອມທັງຊີ້ນໍາໃຫ້ບັນດາໜ່ວຍພັກອ້ອມຂ້າງກະຊວງໃຫ້ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກຕົນ ເພື່ອເພີ່ມທະວີສຸມໃສ່ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມທິດຂອງພັກເຮົາໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ປາຖະກະຖາເລົ່າມູນເຊື້ອ 73 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ແລະ ຜ່ານບົດລາຍງານຜົນສໍາເລັດຂອງການເຄື່ອນໄຫວວຽກງານການຕ່າງປະເທດລາວ ໃນໄລຍະ 1 ປີ ຜ່ານມາ.​ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນຜົນສໍາເລັດອັນໃຫຍ່ຫລວງຂອງການເຄື່ອນໄຫວວຽກງານການທູດລາວ, ໂດຍການປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໜີຕົ້ນສະເໝີປາຍ”, ບົນພື້ນຖານບັນດາຫຼັກການ ເຄົາລົບເອກະລາດ, ອະທິປະໄຕຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໜີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຶ່ງເຫັນໄດ້ຈາກ ສປປ ລາວ ມີຖານະບົດບາດໃນເວທີພາກພື້ນ ແລະ ສາກົນ ທີ່ນັບມື້ນັບພົ້ນເດັ່ນຂຶ້ນ ທັງໃນກອບສອງຝ່າຍ ແລະ ກອບຫຼາຍຝ່າຍ, ມີເພື່ອນມິດສະຫາຍຢ່າງກວ້າງຂວາງ, ຫລາຍປະເທດມີຄວາມສົນໃຈມາລົງທຶນໃນລາວ ນັບມື້ນັບຫຼາຍຂຶ້ນ ແລະ ບັນດານັກທ່ອງທ່ຽວຕ່າງປະເທດ ກໍມີຈໍານວນເພີ່ມຂຶ້ນໃນແຕ່ລະປີ. ຮອດປະຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 141 ປະເທດ, ມີສໍານັກງານຕາງໜ້າການທູດລາວຢູ່ຕ່າງປະເທດ 39 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ.

ເພື່ອເປັນການຂໍ່ານັບຮັບຕ້ອນວັນການທູດລາວທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ຍັງມີກິດຈະກໍາເຂົ້າຢ້ຽມຊົມຫ້ອງມູນເຊື້ອຂອງກະຊວງການຕ່າງປະເທດ ແລະ ກິດຈະກໍາອື່ນໆ, ຊຶ່ງເປັນການລະນຶກເຖິງຜົນງານອັນໃຫຍ່ຫຼວງດ້ານວຽກງານການຕ່າງປະເທດ ທີ່ປະເທດຊາດຍາດມາໄດ້ໃນ 73 ປີ ຜ່ານມາ ແລະ ເພື່ອຊຸກຍູ້ສົ່ງເສີມໃຫ້ນັກການທູດລາວ ກໍຄືພະນັກງານກະຊວງການຕ່າງປະເທດ ໄດ້ຮູ້ເລິກຊຶ້ງເຖິງຄວາມໝາຍຄວາມສໍາຄັນ ແລະ ຄວາມເປັນມາ ຂອງວັນການທູດລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619