ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ນິວຢອກ

2018.09.30 FM

ໃນຕອນບ່າຍຂອງ ວັນທີ 28 ກັນຍາ 2018 ຢູ່ ສຳນັກງານໃຫ່ຍຂອງອົງການສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດ ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນໍາພາ ຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວຽກງານປະຊາຄົມອາຊຽນ ເຊັ່ນ: ການສະເໜີສ້າງຕັ້ງສູນອາຊຽນ ເພື່ອການສຶກສາ ແລະ ປຶກສາຫາລື ກ່ຽວກັບ ການພັດທະນາແບບຍືນຍົງ ຊຶ່ງເປັນໜຶ່ງໃນບູລິມະສິດຂອງໄທ ສໍາລັບການເປັນປະທານອາຊຽນໃນປີ 2019 ແລະ ການສະຫມັກຂອງບັນດາປະເທດເຂົ້າເປັນພາຄີສົນທິສັນຍາ ວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມນີ້, ກໍໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພະຈິກ 2018 ທີ່ ສິງກະໂປ ແລະ ບັນຫາອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ປະທານ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 73. ກອງປະຊຸມໄດ້ ຕີລາຄາຄືນກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອົງການສະຫະປະຊາຊາດ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສະຫະປະຊາຊາດ ຄັ້ງທີ 9, ບັນດາກິດຈະກຳຮ່ວມມືພາຍໃຕ້ແຜນປະຕິບັດງານອາຊຽນ-ສະຫະປະຊາຊາດ ໄລຍະປີ 2016-2020, ວິໄສທັດປະຊາຄົມອາຊຽນປີ 2025 ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດ. ໃນນີ້, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນບັນຫາລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງຢູ່ ສປປລາວ ຊຶ່ງເປັນໄພອັນຕະລາຍ ແລະ ເປັນອຸປະສັກກີດຂວາງຕໍ່ການພັດທະນາ ຂອງ ສປປ ລາວ ແລະ ທ່ານ ລັດຖະມົນຕີຕ່າງປະເທດ ສປປ ລາວ ກໍ່ໄດ້ສະເໜີໃຫ້ ອົງການສະຫະປະຊາຊາດ ສືບຕໍ່ຮ່ວມມືຊ່ວຍເຫຼືອການຈັດຕັ້ງປະຕິບັດ SDG 18 ເຊິ່ງເປັນການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ ສະພາບການໃນແຫຼມເກົາຫຼີ, ການກໍ່ການຮ້າຍ, ສະພາບການໃນທະເລຈີນໃຕ້ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ.

ໃນໂອກາດນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ລະຫວ່າງອາຊຽນ ກັບກຸ່ມພັນທະມິດປາຊີຟິກ (ASEAN-Pacific Alliance) ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອົງການຮ່ວມມືອ່າວ (ASEAN-Gulf Cooperation Council) ຊຶ່ງສອງກອງປະຊຸມດັ່ງກ່າວ ໄດ້ເນັ້ນຢໍ້າການຮ່ວມມື ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການເຊື່ອມຈອດລະຫວ່າງພາກພື້ນ, ການຖ່າຍທອດເຕັກໂນໂລຊີ, ການສຶກສາ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງພາກພື້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484709
ມື້ນີ້20
ມື້ວານ205
ອາທິດນີ້1147
ເດືອນນີ້4014