ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດປະດັບຫລຽນໄຊພັດທະນາ ຊັ້ນ III ໃຫ່ແກ່ ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມະພັນທະລັດສະວິດ

20180817MofaMinisterAwardToLaoConsulinSwiss

20180817MofaMinisterAwardToLaoConsulinSwiss22

20180817MofaMinisterAwardToLaoConsulinSwiss3

             ໃນວັນທີ 17 ສິງຫາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໃຫ້ກຽດປະດັບຫລຽນໄຊພັດທະນາຊັ້ນ III ໃຫ່ແກ່ທ່ານ ດຣ. ກີໂດ ກຳປາຣີ (Dr. Guido Josef Kappeli), ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈໍາ ສະມະພັນທະລັດສະວິດ, ເພື່ອເປັນການສະແດງຄວາມຍ້ອງຍໍ ແລະ ຂອບໃຈ ຕໍ່ຜົນງານຂອງຜູ້ກ່ຽວຕະຫລອດໄລຍະການປະຕິບັດຫນ້າທີ່. ທ່ານ ດຣ. ກີໂດ ກຳປາຣີ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຊຸກຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະວິດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ, ອັນພົ້ນເດັ່ນທີ່ສຸດ,​ ທ່ານ ດຣ. ກໍາປາຣີໄດ້ຂົນຂວາຍ, ລະດົມທຶນ ແລະ ໃຊ້ເງິນສ່ວນຕົວເຂົ້າໃນການພັດທະນາພື້ນຖານໂຄງລ່າງ ຢູ່ ສປປ ລາວ. ດ້ານການສຶກສາໄດ້ປະກອບສ່ວນສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຈຳນວນ 16 ຫລັງ, ສຸກສາລາ, ນໍ້າບາດານ, ບ່ອນຫລິ້ນກິລາ ຢູ່ເຂດຫ່າງໄກສອກຫລີກ. ນອກຈາກນີ້, ຍັງໄດ້ຍົກລະດັບບຸກຄະລາກອນ ໂດຍໄດ້ປະກອບທຶນໃຫ້ຄູອາຈານໄປຝຶກອົບ ຮົມດ້ານພາສາອັງກິດຢູ່ສະວິດ, ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວເຮົາດ້ວຍການຊ່ວຍເຫລືອດ້ານທຶນຮອນ ໃຫ້ນັກຮ້ອງ-ນັກຟ້ອນລາວ ໄປສະແດງ ໃນໂອກາດສະເຫລີມສະຫລອງປີໃຫມ່ລາວ ຢູ່ປະເທດ ສະວິດ ແລະ ເຂດໃກ້ຄຽງຊາຍແດນປະເທດ ຝຣັ່ງ. ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທ່ານກົງສຸນກິດຕິມະສັກໄດ້ສົ່ງ ເສີມ ແລະ ໂຄສະນາໃຫ້ນັກທ່ອງທ່ຽວໄດ້ມາທ່ອງທ່ຽວລາວ ແລະ ໄດ້ອຳນວຍຄວາມສະດວກໃຫ້ຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄປເຄື່ອນໄຫວເຂົ້າຮ່ວມງານວາງສະແດງໂລກ World Milano Expo ຢູ່ປະ ເທດ ອິຕາລີ ໃນໄລຍະຜ່ານມາ.

 

            ທ່ານ ສະຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຜົນງານ ແລະ ຜົນສຳເລັດຂອງທ່ານ ດຣ. ກິໂດ ກຳປາຣີ, ໃນຖານະເປັນກົງສຸນກິດຕິມະສັກ ສປປ ລາວ ປະຈຳສະມາພັນທະລັດສະວິດ ແລະ ຫວັງຢ່າງຍິ່ງວ່າ ທ່ານກົງສຸນກິດຕິມະສັກຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຊຸກຍູ້ສົ່ງ ເສີມສາຍພົວພັນມິດຕະພາບຂອງສອງປະເທດ ລະຫວ່າງ ລາວ-ສະວິດ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື່ອຍໆ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480342
ມື້ນີ້172
ມື້ວານ157
ອາທິດນີ້740
ເດືອນນີ້6573