ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານໃນພິທີຊັກທຸງອາຊຽນຂຶ້ນເສົາ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 51 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 – 8 ສິງຫາ 2018) ແລະ ຄົບຮອບ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2018) ໂດຍການເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ຮອງລັດຖະມົນຕີ, ເອກະອັກຄະລັດຖະທູດຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ປະຈຳ ສປປ ລາວ, ຕາງໜ້າຈາກອົງການຈັດ ຕັ້ງສາກົນ, ຄະນະກົມ ແລະ ພະນັກງານລັດຖະກອນຈຳນວນໜຶ່ງ.
ໃນພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະກວ່າເຄິ່ງສັດຕະວັດທີ່ຜ່ານມາ, ແລະ ເຖິງແມ່ນວ່າ ຈະມີຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ, ແຕ່ພາກພື້ນ ແລະ ປະຊາຊົນຂອງພວກເຮົາ ກໍໄດ້ຢູ່ຮ່ວມກັນຢ່າງມີສັນຕິພາບ ແລະ ສະຖຽນລະພາບ ກໍຄື ໝາກຜົນຂອງການຮ່ວມມືທີ່ຮັດແໜ້ນລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງອາຊຽນກັບປະເທດເພື່ອນມິດທົ່ວໂລກ ໂດຍສະເພາະແມ່ນປະເທດຄູ່ເຈລະຈາ.
“ອາຊຽນ ໃນປັດຈຸບັນ ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກທີ່ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສຳຄັນໃນໂຄງສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ທຸກຄູ່ຮ່ວມມືຂອງອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກ ຕະຫຼອດໄລຍະ 2 ທົດສະວັດຜ່ານມາ” ທ່ານ ໄດ້ກ່າວຕື່ມ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງລົ້ນເຫຼືອ, ການຊ່ວຍເຫຼືອຢ່າງທັນການ ແລະ ຄວາມພະຍາຍາມໃນການຊ່ວຍບັນເທົາທຸກ ໃຫ້ແກ່ ສປປ ລາວ ໂດຍບັນດາປະເທດສະມາຊິກອາຊຽນ ກໍຄື ສູນປະສານງານອາຊຽນ ເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທຳໃນການຄຸ້ມຄອງໄພພິບັດ (ສູນ AHA), ຄູ່ຮ່ວມເຈລະຈາອາຊຽນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕໍ່ເຫດການໄພນໍ້າຖ້ວມທີ່ເກີດຈາກຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍພັງຢູ່ ແຂວງອັດຕະປື. ສິ່ງດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ຄວາມໂອບເອື້ອອາລີກັນພາຍໃນຄອບຄົວອາຊຽນ ກໍຄື ອາຊຽນບວກກັບຄູ່ຮ່ວມຈາກພາຍນອກ.
ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ຫຼື ອາຊຽນ) ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ຊຶ່ງປັດຈຸບັນປະກອບມີ ປະເທດສະມາຊິກທັງໝົດ 10 ປະເທດ ໄດ້ແກ່ ບູຮໄນ ດາຣູສະລາມ, ຣາຊະອານະຈັກ ກຳປູເຈຍ, ສາທາລະນະລັດ ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາເລເຊຍ, ສາທາລະນະລັດ ມຽນມາ, ສາທາລະນະລັດ ຟີລິບປິນ, ສາທາລະນະລັດ ສິງກະໂປ, ຣາຊະອານະຈັກ ໄທ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.