ໃນວັນທີ 8 ສິງຫາ 2018, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ຫຼັກ 5 (ICTC), ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຊາຍແດນແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ ແລະ ຜູ້ປະຈໍາການຄະນະກໍາມາທິການຊາຍແດນແຫ່ງຊາດ, ມີບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງຕ່າງໆ, ບັນດາທ່ານເຈົ້າແຂວງ, ປະທານ ແລະ ຮອງປະທານຄະນະກໍາມາທິການຂອງສະພາແຫ່ງຊາດ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຮອງເຈົ້າແຂວງຕ່າງໆ, ຕາງໜ້າອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງຂອງພັກ ແລະ ລັດ, ອົງການຈັດຕັ້ງມະຫາຊົນ, ສະຖາບັນຄົ້ນຄວ້າ ແລະ ການສຶກສາ ພ້ອມດ້ວຍພະນັກງານອາວຸໂສບໍານານ, ພະນັກງານຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ລວມທັງໝົດ 450 ກວ່າຄົນ.
ໃນກອງປະຊຸມຄັ້ງນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີີກະຊວງການຕ່າງປະເທດ ໄດ້ຕາງໜ້າກະຊວງການຕ່າງປະເທດ ຂຶ້ນລາຍງານ ແລະ ສັງເກດຕີລາຄາການຈັດຕັ້ງປະຕິບັດວຽກງານຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງໃນໄລຍະຜ່ານມາ, ໂດຍສະເພາະວຽກງານການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງບັນດາດ່ານ, ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ, ພ້ອມທັງໄດ້ສະເໜີທິດທາງໃນການແກ້ໄຂ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃນນັ້ນ, ທ່ານໄດ້ກ່າວບາງຕອນວ່າ, ຕະຫຼອດໄລຍະ 40 ກວ່າປີທີ່ຜ່ານມາ, ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກຢ່າງຖືກຕ້ອງ ແລະ ສອດຄ່ອງແຕ່ລະໄລຍະ, ຍາມໃດລັດຖະບານກໍໄດ້ຖືເອົາວຽກງານຊາຍແດນແຫ່ງຊາດເປັນວຽກງານໜຶ່ງທີ່ສໍາຄັນ ໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ ເພື່ອເປັນພື້ນຖານໃຫ້ແກ່ການປົກປັກຮັກສາສະຖຽນລະພາບທາງດ້ານການ ເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ກັບປະເທດອ້ອມຂ້າງ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດພາກພື້ນ ແລະ ສາກົນ, ໂດຍໄດ້ກໍານົດຊາຍແດນກັບບັນດາປະເທດໃກ້ຄຽງໃຫ້ມີຄວາມຈະແຈ້ງຊັດເຈນ, ຫຼີກເວັ້ນບໍ່ໃຫ້ມີບັນຫາຂັດແຍ່ງທີ່ເກີດຂຶ້ນ ແລະ ອາດຈະນໍາໄປເຖິງການປະທະກັນດ້ວຍກໍາລັງຍ້ອນບັນຫາຊາຍແດນ. ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດວຽກງານຊາຍແດນແຫ່ງຊາດ ໄດ້ປະສົບຜົນສໍາເລັດຫຼາຍຢ່າງທີ່ເປັນໜ້າເພິ່ງພໍໃຈ, ໂດຍໄດ້ສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນກັບສາມປະເທດແລ້ວ ຄື: ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດ ສະຫະພາບ ມຽນມາ ແລະ ກຳລັງສືບຕໍ່ດຳເນີນການສຳຫຼວດ ແລະ ປັກຫຼັກໝາຍກັບຣາຊະອານາຈັກໄທ ແລະ ຣາຊະອານາຈັກກຳປູເຈຍ. ຜົນສໍາເລັດດັ່ງກ່າວນັ້ນ ແມ່ນໝາກຜົນຂອງການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມເປັນເຈົ້າການຂອງພວກເຮົາ, ດ້ວຍການປະສານສົມທົບລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ, ໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດ ແລະ ໂດຍກົງຂອງພັກ ແລະ ລັດຖະບານເຮົາ.
ແຕ່ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ,ໃນການຄຸ້ມຄອງຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນ ພວກເຮົາຍັງປະເຊີນກັບສິ່ງທ້າທາຍ ແລະ ປະກົດການຫຍໍ້ທໍ້ຫຼາຍຢ່າງທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນ ທີ່ພວກເຮົາທັງໝົດຢູ່ສູນກາງ ແລະ ທ້ອງຖີ່ນຈະຕ້ອງໄດ້ເພີ່ມທະວີການຮ່ວມມື ແລະ ມີຄວາມເປັນເອກະພາບກັນສຸມໃສ່ແກ້ໄຂຮ່ວມກັນ ເປັນຕົ້ນແມ່ນການລັກລອບຂຸດຄົ້ນຊັບພະຍາ ກອນທໍາມະຊາດ (ປ່າໄມ້, ແຮ່ທາດ, ຫີນ, ຊາຍ ແລະ ສັດປ່າຫວງຫ້າມຕ່າງໆ), ການຄ້າຂາຍເຖື່ອນ, ຄ້າຢາເສບຕິດ, ຄ້າມະນຸດ, ບັນຫາຕະຝັ່ງເຈື່ອນ, ການບຸກເບີກເສັ້ນທາງທີ່ເຕັງເສັ້ນຊາຍແດນ, ໃກ້ເສັ້ນຊາຍແດນ ແລະ ເລິກເຂົ້າໃນດິນຂອງກັນ ແລະ ກັນ, ການປູກຝັງ ແລະ ລ້ຽງສັດຂ້າມຊາຍແດນ, ການຍົກຍ້າຍຕັ້ງພູມລໍາເນົາຂ້າມຊາຍແດນຕາມລໍາພັງໃຈ ແລະ ບັນຫາອື່ນໆ. ບັນຫາທັງໝົດເຫຼົ່ານີ້, ຖ້າພວກເຮົາບໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ເຫຼົ່ານີ້ຈະແຕະຕ້ອງເຖິງອະທິປະໄຕ ແລະ ຄວາມໝັ້ນຄົງຂອງພວກເຮົາ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍໄດ້ລົງເລິກຄໍາຖາມເຈາະຈີ້ມຂອງທ່ານປະທານກ່ຽວກັບທິດທາງໃນການແກ້ໄຂ ແລະ ມາດຕະການທີ່ຕ້ອງໄດ້ປະຕິບັດໃນຕໍ່ໜ້າຮ່ວມກັນ ເພື່ອຊອກຫາຊ່ອງທາງໃນການແກ້ໄຂບັນຫາສິ່ງທ້າທາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆໃຫ້ມີປະສິດທິຜົນ.
ພ້ອມດຽວກັນ, ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດມາເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ທີ່ປະຊຸມ, ຊຶ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ພວກເຮົາຍາດມາໄດ້ມາຮອດປັດຈຸບັນ ແລະ ໄດ້ເນັ້ນໜັກໃຫ້ທຸກຂະແໜງການຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີກັນ ແລະ ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ໂດຍນໍາເອົາແນວທາງດັ່ງກ່າວ ເປັນທິດໃນການຈັດຕັ້ງປະຕິບັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ແນໃສ່ແກ້ໄຂຈຸດຄົງຄ້າງກັບປະເທດໃກ້ຄຽງນັ້ນໃຫ້ສໍາເລັດ. ພ້ອມດຽວກັນນັ້ນ, ທ່ານຍັງຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ ໃນການແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນຂອງພວກເຮົາໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ຕິດຕາມ, ກວດກາຕາມບໍລິເວນຊາຍແດນ ແລະ ຫຼັກໝາຍຊາຍແດນຢ່າງເປັນປົກກະຕິ ເພື່ອເກັບກໍາການເຄື່ອນໄຫວທີ່ຜິດກົດໝາຍ ແລະ ຮູ້ໄດ້ຢ່າງທັນການ. ສຸດທ້າຍທ່ານຍັງໄດ້ຊີ້ນຳໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນນໍາເອົາຜົນຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທຳ, ໂດຍມີການວາງແຜນຍຸດທະສາດໄລຍະສັ້ນ ແລະ ໄລຍະຍາວຢ່າງເປັນລະບົບ ເພື່ອສືບຕໍ່ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງແນໃສ່ເຮັດໃຫ້ຊາຍແດນລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາທີ່ຍືນຍົງ.