ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ຂອງບັນດາປະເທດຕ່າງໆ ທີ່ ສິງກະໂປ

slx khuhaum1

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຫວຽດນາມ

slx khuhaum2

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

slx khuhaum3

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ

slx khuhaum4

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ຣັດເຊຍ

slx khuhaum5

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ

slx khuhaum6

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດລາຊະອານາຈັກນອແວ

ແລະ ໄດ້ລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາການທູດຮ່ວມກັນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ແຕ່ວັນທີ 1-4 ສິງຫາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ຄູ່ຮ່ວມຕໍາແໜ່ງຂອງບັນດາປະເທດຕ່າງໆ ເຊັ່ນ: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສສ. ຫວຽດນາມ; ທີ່ປຶກສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດສປ.ຈີນ, ລັດ ຖະມົນຕີການຕ່າງປະເທດ ສປປ ເກົາຫຼີ, ລັດຖະມົນຕີການຕ່າງປະເທດ ຣັດເຊຍ, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ, ລັດຖະມົນຕີການຕ່າງປະເທດລາຊະອານາຈັກນອແວ, ລັດຖະມົນຕີອາວຸໂສປະຈຳກະຊວງການຕ່າງປະເທດ ອິນເດຍ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ, ລັດະມົນຕີການຕ່າງປະເທດ ມາເລເຊຍ, ລັດຖະມົນຕີຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາລູຊາລາມ, ຜູ້ຕາງໜ້າລະດັບສູງວຽກງານຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ ແລະ ລັດຖະມົນຕີການຕ່າງປະເທດ ສີລັງກາ.

ໃນການພົບປະສອງຝ່າຍຄັ້ງນີ້ ບັນດາຄູ່ຮ່ວມຕຳແໜ່ງປະເທດຕ່າງໆ ດັ່ງກ່າວ ກໍໄດ້ສະແດງຄວາມເຫັນໃຈຕໍ່ເຫດ ການໄພພິບັດນໍ້າຖ້ວມ ຢູ່ແຂວງອັດຕະປື ຍ້ອນສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ, ພ້ອມກັນນັ້ນ, ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຂອງປະເທດດັ່ງກ່າວ ທີ່ໄດ້ສະແດງຄວາມເຫັນໃຈ, ໃຫ້ເງິນຊ່ວຍເຫຼືອ ແລະ ເຄື່ອງຂອງບັນເທົາທຸກ ມາຍັງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້. ນອກນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຕ່າງໆ ທີ່ມີການເສີມຂະຫຍາຍ ແລະ ພັດທະນາ ຢ່າງຕໍ່ເນື່ອງ ແລະ ຢືນຢັນທີ່ຈະສືບຕໍ່ຮ່ວມມືກັນໃນການພັດທະນາສາຍພົວພັນ ກໍ່ຄືສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນການຢ້ຽມຢາມ ແລະ ການຕົກລົງກັນຂອງການນຳຂັ້ນສູງ ລະຫວ່າງ ສປປ ລາວ ກັບ ບັນດາປະເທດຕ່າງໆ ດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ການຮ່ວມມືທາງດ້ານເສດ ຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ນອກແວ ຍັງໄດ້ລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາການທູດຮ່ວມກັນ ເພື່ອເປັນຂົວຕໍ່ຊຸກຍູ້ການຮ່ວມມືຂອງຂະແໜງການອື່ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485687
ມື້ນີ້192
ມື້ວານ196
ອາທິດນີ້723
ເດືອນນີ້4992