ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ວັນທີ 3 ສິງຫາ 2018

201883 asean-rok

201883 asean-india

ໃນວັນທີ 3 ສິງຫາ 2018,ທ່ານ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີ​​ຕ່າງປະເທດ ລະ​ຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຊຶ່ງລວມມີ:ກອງປະຊຸມລັດຖະມົນ​​ຕ່າງປະເທດອາຊຽນ-ອິນເດຍ, ອາຊຽນ-ການາດາ, ອາຊຽນ-. ເກົາຫຼີ, ອາຊຽນ-ອີຢູ, ອາຊຽນ-ອົດສະຕຣາລີ, ແລະ ອາຊຽນ-ສະຫະລັດ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-ອິນເດຍ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງອາຊຽນ ແລະ ອິນເດຍ ໃນການເພີ່ມທະວີ ແລະ ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ແລະ ໄດ້ເນັ້ນຄວາມສຳຄັນ ຂອງການຜັນຂະຫຍາຍ ບັນດາຂໍ້ລິເລີ່ມ ທີ່ໄດ້ປະກາດໃນ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ໃນເດືອນ ມັງກອນ 2018 ທີ່ ນິວເດັນລີ ເຊັ່ນ: ທຶນກູ້ຢືມເງິນ ມູນຄ່າ 1 ຕື້ໂດລາສະຫະລັດ ເພື່ອການພັດທະນາ ການເຊື່ອມຈອດດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມຈອດດີຈີຕອນ ແລະ ການຈັດຕັ້ງປະຕິບັດໂຄງການ ທົດລອງບ້ານດີຈີຕອນ ຢູ່ ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ແລະ ອື່ນໆ. ອິນ​ເດຍ ​ໄດ້ເນັ້ນຄວາມສໍາຄັນຂອງການຮ່ວມມືທາງທະເລ ແລະ ຊູກຍູ້ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ ໂດຍຜ່ານຂໍ້ລິເລີ່ມ “SAGAR” (ໝາຍ​ເຖິງ​ ຄວາມໝັ້ນຄົງ ​ແລະ ການພັດທະນາ ສຳ​ລັບ​ທຸກ​ປະ​ເທດ​ໃນ​ພາກພື້ນ) ​ແລະ ​ແນວ​ຄວາມ​ຄິດ ກ່ຽວກັບ​ເສດຖະກິດ​ສີຟ້າ (blue economy). ໃນໂອກາດນີ້, ກອງປະຊຸມໄດ້ຮັບຊາບ ຄວາມຄືບຫນ້າກ່ຽວກັບ ການຮ່າງສັນຍາການຂົນສົ່ງທາງອາກາດ ລະຫວ່າງ ອາຊຽນ ແລະ ອິນເດຍ, ສັນຍາ ການຂົນສົ່ງທາງທະເລ ອາຊຽນ-ອິນເດຍ ແລະ ຊຸກຍູ້ໃຫ້ສຳເລັດໂດຍໄວ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-ການາດາໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແນໃສ່ຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ການາດາ 2016-2020 ໃຫ້ປະກົດຜົນເປັນຈິງ ດ້ວຍການຈັດຕັ້ງປະຕິບັດ ກິດຈະກໍາຮ່ວມມື ໃນຂົງເຂດຕ່າງໆເຊັ່ນ: ການພັດທະນາວິສາຫະກິດຂະໜາດໜ້ອຍ ແລະ ກາງ, ການເຊື່ອມຈອດ, ນະວັດຕະກຳ, ການຄຸ້ມຄອງໄພພິບັດ, ການສຶກສາ ແລະ ອື່ນໆ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າ ຂອງ ການຜັນຂະຫຍາຍໂຄງການ​ທຶນ​ການ​ສຶກ​ສາ ແລະ ການແລກປ່ຽນ ເພື່ອການພັດທະນາ ສຳລັບອາຊຽນ ມູນ​ຄ່າ 10 ລ້ານ​ໂດ​ລາ ທີ່ ການາດາ ໄດ້ປະກາດໃນປີ 2017 ແລະ ຮັບຊາບຄວາມຄືບໜ້າຂອງບົດສືກສາຄົ້ນຄວ້າ ຄວາມເປັນໄປໄດ້ ໃນການສ້າງເຂດການຄ້າເສລີ ລະຫວ່າງອາຊຽນ ແລະ ການາດາ. ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຍິນດີ ທີ່ ຈະເປັນປະທານຮ່ວມກອງປະຊຸມ ກາງສະໄໝເວທີພາກພື້ນອາຊຽນ ວ່າດ້ວຍ ການຫຼຸດຜ່ອນໄພພິບັດ ພ້ອມກັບ ການາດາ ແລະ  ສປ ຈີນ ສຳລັບ 3 ປີຕໍ່ໜ້າ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-​. ເກົາຫຼີ ໄດ້ຕີລາຄາສູງການຮ່ວມມື ລະຫວ່າງອາຊຽນ-ສ. ເກົາຫຼີ ໃນຂົງເຂດຕ່າງໆ ໃນໄລຍະໜຶ່ງ ປີ ຜ່ານມາ ແລະ ໄດ້ຢໍ້າຄືນຄວາມພະຍາຍາມເພື່ອ ບັນລຸຄາດໝາຍມູນຄ່າ ການຄ້າອາຊຽນ-. ເກົາຫຼີ ໃຫ້ໄດ້ 200 ຕື້ໂດລາສະຫະລັດ ພາຍໃນປີ 2020. ກອງປະຊຸມໄດ້ຊຸກຍູ້ສູນອາຊຽນ-ເກົາຫຼີ ແລະ ເຮືອນວັດທະນະທຳອາຊຽນ ຢູ່ ປູຊານ ເພີ່ມທະວີການຈັດຕັ້ງປະຕິບັດກິດຈະກຳຕ່າງໆທີ່ແນໃສ່ ສົ່ງເສີມການຮ່ວມມື ດ້ານເສດຖະກິດ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງພາກພື້ນໃຫ້ນັບມື້ ນັບຫຼາຍຂຶ້ນ. ອັນສຳຄັນ, ກອງປະຊຸມ ຍັງໄດ້ປຶກສາຫາລືຂໍ້ສະເໜີຂອງ ສ. ເກົາຫຼີ ເພື່ອຈັດກອງປະຊຸມສຸດຍອດ ສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ສ. ເກົາຫຼີ ໃນປີ 2019 ທີ່ ສ. ເກົາຫຼີ. ນອກນີ້, ກອງປະຊຸມໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນນັ້ນ, ໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ແລະ ຄຳໝາຍໝັ້ນ ໃນການປັບປຸງສາຍພົວພັນ ລະຫວ່າງ ສອງ ເກົາຫລີ ເພື່ອກ້າວໄປສູ່ການສ້າງແຫຼມເກົາຫຼີ ໃຫ້ເປັນ ພາກພື້ນທີ່ມີສັນຕິພາບແບບຍືນຍົງ ແລະ ເປັນເຂດ ປອດອາວຸດນິວເຄລຍ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-ອີຢູ ໄດ້ຕີລາຄາສູງ ຜົນສຳເລັດຂອງການຈັດກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ ໃນປີ 2017 ທີ່ ຟີລິບປິນ ເຊິ່ງໄດ້ຢໍ້າຄືນ ຄວາມໝາຍໝັ້ນທີ່ຈະສືບຕໍ່ການຮ່ວມມືອາຊຽນ-ອີຢູເພື່ອກ້າວໄປສູ່ການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດ ໃນຕໍ່ຫນ້າ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ປີ 2018-2022 ແລະ ສະແດງຄວາມຊົມເຊີຍຕໍ່ ການເປີດຕົວ 2 ໂຄງການຮ່ວມມືອາຊຽນ-ອີຢູ ມູນຄ່າ 61 ລ້ານ ເອີໂຣ ໃນຕົ້ນປີນີ້ ແນ່ໃສ່ປະກອບສ່ວນເຂົ້າໃນຂະບວນການເຊື່ອມໂຍງພາກພື້ນອາຊຽນ ແລະ ໄດ້ເນັ້ນຄວາມສຳຄັນ ຂອງການສ້າງເງື່ອນໄຂ ເພື່ອສືບຕໍ່ເຈລະຈາເຂດການຄ້າເສລີ ອາຊຽນ-ອີຢູ ໃນອະນາຄົດ. ນອກນີ້, ກອງປະຊຸມ ກໍໄດ້ກະກຽມໃຫ້ແກ່ ກອງປະຊຸມຜູ້ນຳ ອາຊຽນ-ອີຢູ ໃນເດືອນ ຕຸລາ 2018 ທີ່ ບຣຸກແຊນ ໃນໂອກາດກອງປະຊຸມ ສຸດຍອດອາເຊັມ ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 22 ເຊິ່ງຈະຈັດຂຶ້ນໃນຕົ້ນປີໜ້າ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-ອົດະຕຣາລີ ໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຣາລີ ສະໄໝພິເສດ ທີ່ໄດ້ຈັດຂຶ້ນໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ ແລະ ຢໍ້າຄືນຄວາ​ມໝາຍໝັ້ນຂອງສອງຝ່າຍ ທີ່​ຈະຜັນຂະຫຍາຍ 15 ຂໍ້​ລິ​ເລີ່ມ ທີ່ ​ອົດ​ສະ​ຕ​ຣາ​ລີ ໄດ້​ປະ​ກາດໃນກອງປະຊຸມ ສຸດຍອດສະໄໝພິເສດດັ່ງກ່າວ ກວມເອົາຂົງເຂດຕ່າງໆ ເຊັ່ນການພັດທະນາເຄືອຂ່າຍຕົວເມືອງທັນສະໄໝ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານເສດຖະກິດ ແລະ ທຶນການສຶກສາພາຍໃຕ້ແຜນວຽກ New Colombo Plan. ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການຕ້ານການກໍ່ການຮ້າຍ, ການຮ່ວມມືດ້ານການສຶກສາ, ການເຊື່ອມໂຍງ ແລະການເຊື່ອມຈອດອາຊຽນ. ນອກນີ້, ກໍໄດ້ຮັບຊາບ ຄວາມຄືບຫນ້າໃນການທົບທວນຄືນ ສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ ແລະ ນິວຊີແລນ ເພື່ອກ້າວໄປສູ່ການຍົກລະດັບ ສັນຍາດັ່ງກ່າວ ໃນຕໍ່ໜ້າ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-ສະຫະລັດໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບຫນ້າຂອງ ການຮ່ວມມື ໃນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຜ່ານການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ສະຫະລັດ 2016-2020 ແລະ ສັນຍາຂອບການຄ້າ ແລະ ການລົງທຶນ ອາຊຽນ-ສະຫະລັດ ສົກປີ 2017-2018. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ໂຄງການເພື່ອສົ່ງເສີມການເຕີບໂຕ ແບບກວມລວມ ໃນພາກພື້ນອາຊຽນ ໄລຍະ 5 ປີ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2018. ກອງປະຊຸມ ໄດ້ແລກ​ປ່ຽນ​ຄຳ​ຄິດ​ເຫັນ ກ່ຽວ​ກັບ​ ບັນ​ຫາ​ພາ​ກ​ພື້ນ ແລະ ສາ​ກົນ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ເຊັ່ນ ການປະກາດທຶນ ຈັດຕັ້ງປະຕິບັດ ຂໍ້ລິເລີ່ມອິນໂດປາຊີຟິກ ຂອງສະຫະລັດ ທີ່ເນັ້ນໃສ່ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ, ແລະ ໂຄງລ່າງພື້ນຖານ ຈຳນວນ 113 ລ້ານໂດລາສະຫະລັດ ແລະ ຄວາມສຳຄັນຂອງການຄ້າຫຼາຍຝ່າຍແບບເສລີ ແລະ ເປີດກວ້າງ ບົນພື້ນຖານຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນ​ໂອ​ກາດນີ້, ສ​ປ​ປ ລາວ ໄດ້​ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງມາເລເຊຍ ໃນຖານະເປັນປະເທດປະສານງານໃຫ້ແກ່ການພົວພັນອາຊຽນ-ສະຫະລັດ ໃນໄລຍະສາມປີ ທີ່ຜ່ານມາ (2015-2018), ແລະ ສປປ ລາວ ໃນຖານະປະເທດປະສານງານ ໃຫ້ແກ່ການພົວພັນອາຊຽນ-ສະຫະລັດ ສຳ​ລັບສົກ​ປີ 2018-2021, ຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ສະຫະລັດ ເພື່ອຮັດແໜ້ນ ການຮ່ວມມືອາຊຽນ-ສະຫະລັດ ໃຫ້ມີຜົນສຳເລັດໃໝ່ໃນຕໍ່ໜ້າ.

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາປະເທດຄູ່ເຈລະຈາອາຊຽນ ໂດຍສະເພາະ ຈີນ, ຍີ່ປຸ່ນ, . ເກົາຫຼີ, ອາເມລິກາ, ອົດສະຕຣາລີ ແລະ ນິວຊີແລນ ໄດ້ສະແດງຄວາມເສຍໃຈ ແລະ ຄວາມເຫັນໃຈຕໍ່ ສປປ ລາວ ທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມທີ່ເກີດຈາກເຫດການເຂື່ອນກັນນໍ້າຂອງໂຄງການເຄື່ອນໄຟຟ້າເຊນໍ້າປຽນ-ເຊນໍ້ານ້ອຍ ແຕກ ຢູ່ແຂວງອັດຕະປື ແລະ ຢືນຢັນຄວາມກຽມພ້ອມໃນການໃຫ້ການຊ່ວຍເຫຼືອບັນເທົາທຸກຈາກໄພພິບັດດັ່ງກ່າວໃຫ້ແກ່ ສປປ ລາວ. ສປປ ລາວ ກໍໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນ ຕໍ່ຄວາມເຫັນໃຈ ແລະ ການຊ່ວຍເຫຼືອແກ່ສປປ ລາວ ໃນຄວາມພະຍາຍາມ ບັນເທົາທຸກໄພນຳ້ຖ້ວມຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485555
ມື້ນີ້60
ມື້ວານ196
ອາທິດນີ້591
ເດືອນນີ້4860