ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9

201882-mekong-ganga

ໃນວັນທີ 2 ສິງຫາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9, ທີ່ ປະເທດ ສິງກະໂປ, ເຊິ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນຈາກບັນດາປະເທດແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ອິນເດຍ ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມໃນຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມື ແລະ ການຈັດຕັ້ງຜັນຂະຫຍາຍ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 8 ໂດຍສະເພາະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການເຫັນຜົນໄວ ຫຼື Quick Impact Project, ເຊິ່ງ ສປປ ລາວ ແມ່ນໄດ້ຮັບໂຄງການຊ່ວຍເຫຼືອ ຈໍານວນ 3 ໂຄງການ ມູນຄ່າ 150,000 ໂດລາສະຫະລັດ ທີ່ນອນໃນຂົງເຂດວຽກງານກະສິກຳ, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ອິນ​ເດຍ ທີ່​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ ຄັ້ງ​ທີ 1 ໃນ​ຫົວ​ຂໍ້: ການ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ມາ​ເລ​ເລຍ ໃນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງ​ຄາ (Pandamic Malaria and Dengue Management among Mekong Ganga Cooperation) ແລະ ກອງປະຊຸມ ກ່ຽວກັບວຽກງານ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (Micro Small and Medium Enterprise-MSME) ຄັ້ງທີ 1 ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ສຳລັບ ວິສາຫະກິດ ຂະຫນາດນ້ອຍ ແລະ ຂະໜາດກາງ ຈາກບັນດາປະເທດ ສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ.

 

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນປືກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຮ່ວມມື (1) ດ້ານການພັດທະນາຊັບພະຍາກອນມະນຸດ, ເຊິ່ງອິນເດຍຈະສະໜອງທຶນການສຶກສາຈຳນວນໜື່ງ ໃຫ້ແກ່ບັນດາປະເທດສະມາຊິກແມ່ນໍ້າຂອງ, (2) ການຮ່ວມມືດ້ານການທ່ອງທ່ຽວ ໂດຍ ອິນເດຍ ແລະ ມຽນມາ ຈະພິມປື້ມຄູ່ມື ສໍາລັບນັກທ່ອງທ່ຽວ ເພື່ອໂຄສະນາແຫຼ່ງທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ສາມາດດຶງດູດເອົານັກທ່ອງທ່ຽວ ໃຫ້ຫຼາຍຂຶ້ນໃນພາກພື້ນນີ້ ແລະ (3) ການຮ່ວມມືດ້ານວຽກງານກະສິກຳ ເຊິ່ງຝ່າຍອິນເດຍໃນນາມປະເທດຄູ່ຮ່ວມພັດທະນາ ສະເໜີໃຫ້ມີການຈັດກອງປະຊຸມ ໜ່ວຍງານກະສິກຳ ຄັ້ງທີ 1 ຂຶ້ນ ໃນຫົວຂໍ້ (Rice Germplasm) ໃນເດືອນພະຈິກ 2018 ທີ່ ນິວເດລີ, ອິນເດຍ.

 

ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາເອກະສານສຳຄັນ 1 ສະບັບ ຄື: ຖະແຫຼງການຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9 ເພື່ອໃຫ້ເປັນເອກະສານອ້າງອີງ ໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າ.

 

ກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 10 ຈະຈັດຂຶ້ນ ໃນໄລຍະດຽວກັນກັບ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໃນປີ 2019, ທີ່ ປະເທດໄທ, ໂດຍການເປັນປະທານຂອງ ສສ. ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480219
ມື້ນີ້49
ມື້ວານ157
ອາທິດນີ້617
ເດືອນນີ້6450