ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

51AMM

 

ໃນວັນທີ 2 ສິງຫາ 2018 ທີ່ ສິງກະໂປ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ   ປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປິດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51    ພາຍໃຕ້ ຄໍາຂວັນ: ອາຊຽນເຂັ້ມແຂງ ແລະ ທັນສະໄຫມ” ທີ່ ສິງກະໂປ.

ຫລັງຈາກ ພິທີເປີດ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້​ແທນ​ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ຊຶ່ງກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການສົ່ງເສີມຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໂດຍການຈັດຕັ້ງ​ປະຕິບ​ັດບັນດາກິດຈະກໍາຮ່ວມມືຕ່າງໆ ລວມທັງ ​ການ​ຈັດຕັ້ງປະຕິ​ບັດ​ບັນ​ດາ​ບູລິມະສິດ ສໍາລັບການ​ເປັນ​ປະ​ທານ​ອາຊຽນຂອງ ສິງກະ​ໂປ ​ໂດຍ​ສະ​ເພາະ​​ແມ່ນ​ການ​ສ້າງ​​ເຄືອ​ຂ່າຍ​​ເມື​ອງພັດທະນາ ​ແລະ ການ​ເພີ່ມເສີມໃຫ້ກັນ ແລະ ກັນ ​ລະຫວ່າງ ວ​​​ິ​ໄສ​ທັດ​ປະ​ຊາ​ຄົມ​ອາຊຽນ 2025 ​ແລະ ວາລະ​ ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງຂອງ ສະຫະ​ປະຊາ​ຊາ​ດ 2030, ແລະ ປຶກສາຫາລືວິທີທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ. ໃນນີ້, ທ່ານ ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ ໄດ້​ເນັ້ນ​​ເຖິງ​ຄວາມ​ສຳ​ຄັນ​ໃນ​ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ບັນດາປະເທດສະມາຊິກ ໂດຍສະເພາະປະເທດສະມາຊິກໃໝ່ ສາມາດຮັດແໜ້ນຄວາມແຕກໂຕນທາງດ້ານການພັດທະນາ ແລະ ສົ່ງເສີມຄວາມເຂັ້ມແຂງໃຫ້ສະມາຊິກໃໝ່ສາມາດຈັດຕັ້ງປະຕິບັດພັນທະຂອງຕົນ ເພື່ອບັນ​ລຸ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ພ້ອມນີ້ ກໍໄດ້ຊຸກຍູ້ໃຫ້ສໍາເລັດການປະເມີນຄວາມຄືບໜ້າໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາ​ຊຽນ ໂດຍກອງເລຂາອາຊຽນ.

ນອກ​ຈາກ​ນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າຂອງວຽກງານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດພາຍໃນອາຊຽນ ພາຍໃຕ້ການດໍາເນີນງານຂອງຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ເຊັ່ນ: ການກໍ່ການຮ້າຍ, ການຄ້າມະນຸດ, ບັນຫາຢາເສບຕິດ, ໄພພິບັດທໍາມະຊາດ ແລະ ສະພາບການແຫລມເກົາຫລີ ແລະ ທະເລຈີນໃຕ້.      

ກອງ​ປະ​ຊຸມ ​ຍັງ​ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ​ ຖະ​ແຫລງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ ໂດຍສະເພາະການປຶກສາຫາລື ກ່ຽວກັບ ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​​ໃຕ້. ຫຼັງຈາກນັ້ນ,     ທ່ານ ລັດຖະມົນຕີ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ຍັງ​ໄດ້​ເຂົ້າຮ່ວມ​ລົງນາມເອກະສານການຮັບເອົາ ອາກ​ຊ​ັງ​ຕິນ ແລະ ອີຣານ ເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້.

ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມເຫັນໃຈຕໍ່ ສປປ ລາວ ໃນກໍລະນີເຫດນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ ​ແລະ ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ບັນດາປະເທດຄອບ​ຄົວ​ອາ​ຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນຕ່າງໆ ທີ່ໄດ້​ໃຫ້ການຊ່ວຍເຫລືອ ປະ​ຊາ​ຊົນ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍຄື ຜູ້ຖືກເຄາະຮ້າຍຈາກພະຍຸເຊີນຕິນ ແລະ ພະຍຸລະດູຮ້ອນ. ທ່ານ ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ຂອບໃຈ ແລະ ຕີລາຄາສູງ ຕໍ່ການເອົາໃຈໃສ່ ແລະ ການຕອບສະຫນອງຢ່າງວ່ອງໄວຂອງເລຂາທິການໃຫຍ່ອາຊຽນໃນຖານະເປັນຜູ້ປະສານງານຫລັກໃນການຊ່ວຍບັນເທົາເຫດສຸກເສີນຂອງອາຊຽນ ທີ່​ໄດ້​ເດີນ​ທາງ​ມາ​ສັງ​ເກດ​ການ​ໂດຍ​ກົງ ໃນ​ຂົງ​ເຂດ​ຖືກ​ຜົນ​ກະ​ທົບ​ໃນເມືອ​ງ ສະໜາມ​ໄຊ, ລວມທັງ ການປະຕິບັດຫນ້າທີ່ຊ່ວຍເຫລືອຂອງສູນປະສານງານອາຊຽນ ເພື່ອຊ່ວຍເຫລືອດ້ານມະນຸດສະທໍາ ກ່ຽວກັບ ການຄຸ້ມຄອງໄພພິບັດ ຫລື AHA Centre.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484488
ມື້ນີ້4
ມື້ວານ188
ອາທິດນີ້926
ເດືອນນີ້3793