ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຊີ້ແຈງຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ລັດຖະບານສະຫະລັດ ອາເມລິກາ ປະກາດໃສ່ມາດຕະການດ້ານວີຊາຕໍ່ ສປປ ລາວ

ກະຊວງການຕ່າງປະເທດແຫ່ງ ສປປ ລາວ ຂໍແຈ້ງໃຫ້ປະຊາຊົນລາວຊາບວ່າ, ໃນວັນທີ 09 ກໍລະກົດ 2018, ລັດຖະບານ ສະຫະລັດ ອາເມລິກາ ໄດ້ປະກາດໃສ່ມາດຕະການ ດ້ານວິຊາ (Visas) ຕໍ່ ສປປ ລາວ ດ້ວຍເຫດຜົນທີ່ວ່າ ລັດຖະບານລາວບໍ່ໃຫ້ການຮ່ວມມືອັນເຕັມສ່ວນໃນການຮັບເອົາບັນດານັກໂທດພາຍຫຼັງພົ້ນໂທດແລ້ວ ທີ່ຝ່າຍສະຫະລັດອ້າງວ່າເປັນພົນລະ ເມືອງລາວກັບຄືນປະເທດເດີມ ຕາມການສະເໜີຂອງສະຫະລັດ. ຕໍ່ການປະກາດດັ່ງກ່າວ, ພາຍໃຕ້ພາກ 243(d) ຂອງກົດບັນຍັດວ່າດ້ວຍ ການກວດຄົນເຂົ້າເມືອງ ແລະ ສັນຊາດຂອງສະຫະລັດ ເຊິ່ງຈະປະຕິບັດຕໍ່ທຸກໆປະເທດທີ່ຝ່າຍອາເມລິກາຖືວ່າບໍ່ໃຫ້ການຮ່ວມມືຮັບເອົາຄົນເຊື້ອຊາດເຂົາກັບຄືນປະເທດ. ສໍາລັບ ສປປ ລາວ, ສະຖານທູດ ສະຫະລັດ ທີ່ວຽງຈັນ ຈະໄດ້ປະຕິບັດ ມາດຕະການລະດັບ ທີ່(1) ນັບແຕ່ວັນທີ 9 ກໍລະກົດ ຮອດວັນທີ 9 ກັນຍາ 2018 ຄື :

  1. ໂຈະການອອກທຸກວິຊາ ປະເພດນັກທ່ອງທ່ຽວ ແລະ ຢ້ຽມຢາມສ່ວນຕົວ (B1/B2Visas) ສໍາລັບເຈົ້າໜ້າທີ່ລະດັບຫົວໜ້າກົມຂຶ້ນໄປຂອງບາງກະຊວງ ແລະ ສະມາຊິກຄອບຄົວ ຂອງເຂົາເຈົ້າ, ສ່ວນສໍາລັບປະຊາຊົນທໍາມະດາແມ່ນຍັງດໍາເນີນໄປປົກກະຕິ.
  2. ໂຈະການອອກວິຊາ A3 ໃຫ້ແກ່ພະນັກງານເຕັກນິກ, ຜູ້ຊ່ວຍວຽກຂອງສະຖານທູດ ແລະ ຜູ້ຕິດຕາມພະນັກງານການທູດ (A3 Visas);
  3. ໂຈະການອອກວິຊາ G5 ໃຫ້ແກ່ພະນັກງານສັນຊາດລາວ ທີ່ ເຮັດວຽກປະຈຳຢູ່ອົງການຈັດຕັ້ງສາກົນ ໃນສະຫະລັດ (G5 Visas).

ຜ່ານມາ ສປປ ລາວ ກໍ່ໄດ້ມີກົນໄກປະສານງານກັບ ຝ່າຍອາເມລິກາ ໃນການພະຍາຍາມຊອກຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ ໂດຍໄດ້ມີການພົບປະປຶກສາຫາລື ແລະ ແລກປ່ຽນຂໍ້ມູນນໍາກັນຫຼາຍຄັ້ງ, ນັບທັງການສໍາພາດທາງໄກ (Video Call) ແລະ ການຮ່ວມມືອື່ນໆ.

ດັ່ງນັ້ນ, ກະຊວງການຕ່າງປະເທດ ຈຶ່ງຂໍແຈ້ງໃຫ້ ພໍ່ແມ່ ພີ່ນ້ອງ ຊາບທົ່ວເຖິງກັນ ມານະໂອກາດນີ້ດ້ວຍ.

                                                            ກະຊວງການຕ່າງປະເທດ, ວັນທີ 23 ກໍລະກົດ 2018

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484469
ມື້ນີ້173
ມື້ວານ273
ອາທິດນີ້907
ເດືອນນີ້3774