ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ

 

FinishedVisitVT2 FinishedVisitVT1

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 19-22 ມິຖຸນາ 2018, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ການຢ້ຽມຢາມດັ່ງກ່າວ ກໍໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະຫາຍ ຮອງປະທານປະເທດຫວຽດນາມແລະ ຄະນະ ກໍໄດ້ຮັບການຕ້ອນຮັບຢ່າງສົມກຽດ ໂດຍພິທີຈັດຂຶ້ນໃນວັນທີ 19 ມິຖຸນາ 2018, ທີ່ທຳນຽບປະທານປະເທດ, ໂດຍ ສະຫາຍ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ມີການພົບປະສອງຝ່າຍ, ຊຶ່ງຝ່າຍລາວ ນຳໂດຍ ສະຫາຍຮອງປະທານປະເທດ ພັນຄຳ ວິພາວັນ.

ໃນການພົບປະຄັ້ງນີ້, ສອງ​ຝ່າຍ ໄດ້ສະແດງຄວາມເພິ່ງ​ພໍ​ໃຈ​ເປັນ​ຢ່າງ​ຍິ່ງ​ ທີ່​ເຫັນວ່າ​ການ​ພົວ​ພັນ​ມິ​ດ​ຕະ​ພາບອັນ​ຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດແລະການຮ່ວມ​ມື​​ຮອບ​ດ້ານ ລະ​ຫວ່າງ ລາວ-ຫວຽດ​ນາມສືບ​ຕໍ່​ໄດ້​ຮັບ​ການຜັນຂະ​ຫຍາຍຢ່າງ​ບໍ່​ຢຸດ​ຢັ້ງໄປ​ສູ່​ລວງ​ເລິກແລະລວງກວ້າງໃນ​ທຸກ​ຂົງ​ເຂດວຽກງານ ບໍ່ວ່າຈະເປັນທາງດ້ານການ​ເມືອງ, ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທໍາ-ສັງ​ຄົມ,ການ​ຕ່າງ​ປະ​ເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງປະເທດໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ, ຮ່ວມກັນປຶກສາຫາລືແກ້ໄຂບັນຫາທີ່ຍັງຄ້າງຄາຢ່າງທັນການ ເຮັດໃຫ້ຫຼາຍໂຄງການຮ່ວມມື-ການລົງທຶນ ສາມາດຈັດຕັ້ງປະຕິບັດໄດ້. ພິເສດໃນປີ 2017 ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນທີ່ສຸດ ນັບແຕ່ສູນກາງລົງຮອດທ້ອງຖິ່ນເຊິ່ງເຫັນໄດ້ວ່າທຸກກິດຈະກໍາເຄື່ອນໄຫວລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມືອັນຍິ່ງໃຫຍ່, ສະເໝີຕົ້ນສະເໝີປາຍ, ບໍລິສຸດ ແລະ ໂປ່ງໃສ​ ເປັນສາຍພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ພ້ອມດຽວກັນນີ້, ສອງຝ່າຍ ກໍເຫັນດີສືບຕໍ່ເອົາໃຈໃສ່ ແລະ ຫາວິທີອັນເໝາະສົມໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນສອງປະເທດ ເປັນຕົ້ນແມ່ນ ຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ; ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບ ວຽກງານຊາຍແດນລະຫວ່າງສອງປະເທດ ໃນການຮັກສາຄວາມສະຫງົບ, ສະກັດກັ້ນການຕ້ານອາດສະຍາກຳຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ບໍລິເວນຊາຍແດນ, ບໍ່ໃຫ້ຄົນບໍ່ດີສວຍໃຊ້ມາມ້າງເພຄວາມບໍ່ສະຫງົບສຸກຂອງສອງຊາດ ເພື່ອໃຫ້ຊາຍແດນສອງປະເທດ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ; ເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງແບບ​ບໍ່​ຖືກ​ຕ້ອງ​ຕາມ​ຮີດຄອງປະເພນີ ແລະ ກົດໝາຍຂອງ ສປປ ລາວ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ຢ່າງ​ຕັ້ງ​ໜ້າລວມທັງການຄຸ້ມຄອງແຮງງານເລື່ອນລອຍໃຫ້ເປັນໄປຕາມ​ຂໍ້​ຕົກ​ລົງ​ທີ່​ໄດ້​ຮ່ວມ​ລົງ​ນາມ​ນໍາ​ກັນ; ເອົາ​ໃຈ​ໃສ່​ຕິດ​ຕາມ,ກວດ​ກາ,ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ​ທີ່​ລົງ​ທຶນ​ຢູ່​ລາວ,ຈັດ​ຕັ້ງ​ຜັນ​ຂະຍາຍບັນດາໂຄງການທີ່ໄດ້ຮັບອະນຸຍາດລົງທຶນແລ້ວນັ້ນໃຫ້ມີປະສິດທິພາບ, ປະສິດທິຜົນ, ທ່ວງທັນຕາມສັນຍາ,ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງສ​ປ​ປລາວ ແລະ ຫຼີກລ່ຽງການຟູມເຟືອຍ; ແລະ ສືບຕໍ່ເອົາ​ໃຈ​ໃສ່ຊຸກຍູ້​ໃຫ້​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ສອງລັດຖະບານໄດ້ຕົກລົງກັນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການພັດທະນາເສດຖະ ກິດ-ສັງຄົມຂອງຕົນ ໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດເຫັນຕໍ່ສະພາບການອັນພົ້ນເດັ່ນຂອງສາກົນ ​ແລະ ພາກ​ພື້ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ໃນໂອກາດການຢ້ຽມຢາມ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ແລະ ຄະນະ ກໍໄດ້ເຂົ້າຢ້ຽມຂຳ່ນັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ໄດ້ທຳການພົບປະຢ້ຽມຢາມ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ບັນດາການນຳຂັ້ນສູງຂອງລາວ ຕ່າງກໍສະແດງຄວາມປິຕິຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ໃນຄັ້ງນີ້ ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແຫນ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ການນຳຂອງລາວ ກໍໄດ້ສະແດງຄວາມຊົນເຊີຍ ຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອແບບພິເສດ ແກ່ ສປປ ລາວ ໃນດ້ານຕ່າງໆເຊັ່ນ: ການຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສຳປະທານພັດທະນາທ່າເຮືອຫວຸ້ງອ້າງ ທ່າທຽບເຮືອ 1, 2 ແລະ 3, ການຊ່ວຍເຫຼືອໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຫຼັງໃໝ່, ໂຄງການປຸກສ້າງໂຮງຮຽນແຂວງບໍລິຄຳໄຊ ທີ່ເປັນຂອງຂວັນຈາກ ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ, ໂຄງການປຸກສ້າງໂຮງຮຽນແຂວງເຊກອງ ທີ່ເປັນຂອງຂວັນຈາກ ປະທານປະເທດ ເຈີນ ດ໋າຍ ກວາງ, ການໃຫ້ທຶນຊ່ວຍເຫຼືອດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆ, ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ສປປ ລາວ.

ໃນຂະນະດຽວກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ແລະ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫລວງ ແລະ ລຳ້ຄ່າ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ໃນເມື່ອກ່ອນກໍຄືປັດຈຸບັນ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ໃນເວລາເຄື່ອນໄຫວຢ້ຽມຢາມຢູ່ນະຄອນຫຼວງວຽງຈັນ, ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ສະຫາຍ ວິໄລວົງ ບຸດດາຄຳ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ໄດ້ຢ້ຽມຢາມ ສູນກາງສະຫະພັນແມ່ຍິງລາວ ແລະ ພົບປະກັບສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ; ຢ້ຽມຢາມ ໂຮງຮຽນພອນສະຫວັນ, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ສົມສີ ຍໍພັນໄຊ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ; ແລະ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ແລະ ຄະນະ ຍັງໄດ້ໄປວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມພະທາດຫຼວງວຽງຈັນ.

ໃນລະຫວ່າງວັນທີ 21-22 ມິຖຸນາ 2018, ສະຫາຍ ຮອງປະທານປະເທດຫວຽດນາມ ແລະ ຄະນະ ກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫຼວງພະບາງ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ສະຫາຍ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ, ໂດຍໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄຳ່ ໃຫ້ ສະຫາຍຮອງປະທານປະເທດຫວຽດນາມ ແລະ ຄະນະ ຢ່າງສົມກຽດ. ນອກຈາກນັ້ນ, ຄະນະຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນຕ່າງໆ ທາງວັດທະນະທຳ ແລະ ປະຫວັດສາດ ຂອງແຂວງຫຼວງພະບາງ ເຊັ່ນ: ຢ້ຽມຊົມຫໍພິພິຕະພັນແຫ່ງຊາດ ແຂວງຫຼວງພະບາງ, ວັດຊຽງທອງ ແລະ ສູນຫັດຖະກຳແຜ່ນແພ ບ້ານສ້າງຄ້ອງ.

ໃນຕອນແລງວັນທີ 22 ມິຖຸນາ 2018, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ກໍໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບທຸກປະການ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484567
ມື້ນີ້83
ມື້ວານ188
ອາທິດນີ້1005
ເດືອນນີ້3872