ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ຕຳແໜ່ງຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່ ແລະ ປະກາດການແຕ່ງຕັ້ງບັນດາຫົວໜ້າກົມຄົນໃໝ່ ຂອງກະຊວງການຕ່າງປະເທດ

SLXMorpHup1  SLXMorpHup2

SLXMorpHup3  SLXMorpHup4

 

SLXMorpHup5

 

ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຫົວໜ້າກົມໃໝ່ 4 ກົມ ຄື: ຫ້ອງການກະຊວງ, ກົມເອີຣົບ ແລະ ອາເມລິກາ, ກົມກົງສຸນ, ຫ້ອງການບໍລິການສະຖານທູດ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ທີ່ໄດ້ຖືກເຊີນເຂົ້າຮ່ວມໃນພີທີຄັ້ງນີ້ ມີຈຳນວນທັງໝົດ 25 ທ່ານ. ໃນພີທີໄດ້ປະກາດການແຕ່ງຕັ້ງ ດັ່ງນີ້:

 

1.  ແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ, ເປັນຫົວໜ້າຫ້ອງການກະຊວງ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ຫ້ອງການກະຊວງ ສະບັບ​ເລກທີ 190/ນຍ, ລົງ​ວັນ​ທີ 7/6/2018;

2.​  ແຕ່ງຕັ້ງ ທ່ານ ບຸນເຫຼືອ ພັນດານຸວົງ, ​ເປັນ​ຫົວໜ້າ​ກົມ​ກົງສຸນ, ຕາມດໍາລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມ​ກົງສຸນ ສະບັບ​ເລກທີ 189/ນຍ, ລົງ​ວັນ​ທີ 7/6/2018;

3.  ແຕ່ງຕັ້ງ ທ່ານ ພົມມາ ຄຳມະນີຈັນ, ເປັນຫົວໜ້າກົມເອີຣົບ ແລະ ອາເມລິກາ, ຕາມດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າກົມເອີຣົບ ແລະ ອາເມລິກາ ສະບັບເລກທີ 191 ລົງວັນທີ 7/6/2018;

4.  ແຕ່ງຕັ້ງ ທ່ານ ສິນໃຈ ມະນີວັນ, ​ເປັນ​ຫົວໜ້າ​ຫ້ອງການບໍລິການສະຖານທູດ, ຕາມດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າຫ້ອງການບໍລິການສະຖານທູດ ສະບັບ​ເລກທີ 193/ນຍ, ລົງ​ວັນ​ທີ 7/6/2018.

 

ສະນັ້ນ, ​ເພື່ອ​ປະຕິບັດ​ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມ​ດັ່ງກ່າວ, ຈຶ່ງ​ໄດ້​ມີ​ພິທີ​ລົງນາມມອບ​-ຮັບ​ໜ້າ​ທີ່ ​ຫົວໜ້າ​ກົມຜູ້​ເກົ່າ ​ແລະ ຜູ້​ໃໝ່ ຄື:  ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງ ຜູ້ເກົ່າ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງ ຜູ້ໃໝ່ ແລະ ລະຫວ່າງ ທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ ແລະ ອາເມລິກາ ຜູ້ເກົ່າ ແລະ ທ່ານ ພົມມາ ຄຳມະນີຈັນ, ຫົວໜ້າກົມເອີຣົບ ແລະ ອາເມລິກາ ຜູ້ໃໝ່.

 

      ໃນພິທີມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດແກ່ ບັນດາຫົວໜ້າກົມທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບກັນ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ. ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484473
ມື້ນີ້177
ມື້ວານ273
ອາທິດນີ້911
ເດືອນນີ້3778