ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດລາວ

 

VicePresidentV-NA

 

ໃນວັນທີ 20 ມິຖຸນາ 2018, ທີ່ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ໄດ້ຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ເນື່ອງໃນໂອກາດທີ່ ສະຫາຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 19-22 ມິຖຸນາ 2018 ຕາມຄໍາເຊື້ອເຊີນຂອງ ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ແລະ ຄະນະຜູ້ແທນ ແຫ່ງ ສສ. ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນຄັ້ງທໍາອິດ ນັບຕັ້ງແຕ່ສະຫາຍ ໄດ້ດໍາລົງຕໍາແໜ່ງເປັນຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ເປັນຕົ້ນມາ. ພ້ອມນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ຕີລາຄາສູງຕໍ່ພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສສ. ຫວຽດນາມ ກໍຄື ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ທີ່ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້, ຊີ້ນໍາ ບັນດາຫົວໜ່ວຍທຸລະກິດຂອງຫວຽດນາມ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ຢ່າງໃກ້ຊິດ ເຮັດໃຫ້ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີປະສິດທິຜົນ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ກໍຄື ການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ນອກນັ້ນ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ຕີລາຄາສູງຕໍ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 14 ຂອງ ສສ. ຫວຽດນາມ, ພ້ອມທັງໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ ສະພາບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປ ລາວ ທີ່ພວມດໍາເນີນຢູ່ດ້ວຍບັນຍາກາດອັນຟົດຟື້ນ.

ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ກໍຄືການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ໃນຄັ້ງນີ້, ຊຶ່ງເປັນການເສີມຂະຫຍາຍໄມຕີຈິດມິດຕະພາບອັນດູດດື່ມ ແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທັງເປັນການກະຕຸກຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກອີກບາດກ້າວໜຶ່ງ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໃນໂອກາດດຽວກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ແລະ ຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ພ້ອມນັ້ນ, ສະຫາຍ ຍັງໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 14 ຂອງ ສສ. ຫວຽດນາມ, ຊຶ່ງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາໃນຫຼາຍບັນຫາ ບົນພື້ນຖານການເຄົາລົບສິດທິຂັ້ນພື້ນຖານຂອງພົນລະເມືອງໃນການປາກເວົ້າ, ອັນເປັນການສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕິດຕາມກວດສອບຢ່າງໃກ້ຊິດຂອງບັນດາສະມາຊິກສະພາແຫ່ງຊາດ. ພ້ອມດຽວກັນນີ້, ກໍ່ໄດ້ອວຍພອນໃຫ້ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປ ລາວ ທີ່ກໍາລັງດໍາເນີນຢູ່ນັ້ນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນທ້າຍ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໃຫ້ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ນໍາພາປະເທດຊາດກ້າວຂຶ້ນຕາມເປົ້າໝາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ກໍຄື ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສະພາແຫ່ງຊາດລາວ ໂດຍດີຕະຫຼອດມາ, ພິເສດ ແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດ. ພ້ອມນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ຝາກຄໍາຢື້ຢາມຖາມຂ່າວ ເຖິງການນໍາຫວຽດນາມ, ໂດຍສະເພາະ ສະຫາຍປະທານສະພາແຫ່ງຊາດ ຫວງຽນ ທິ ກິມ ເງິນ.

ໃນວັນດຽວກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ສູນກາງສະຫະພັນແມ່ຍິງລາວ ແລະ ພົບປະກັບ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ; ຢ້ຽມຢາມ ໂຮງຮຽນພອນສະຫວັນ, ຊຶ່ງຖືກຕ້ອນຮັບໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຜູ້ອໍານວຍການ ແລະ ບັນດາຄູອາຈານໂຮງຮຽນພອນສະຫວັນ. ນອກນັ້ນ, ຍັງໄດ້ ວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມພະທາດຫຼວງວຽງຈັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485523
ມື້ນີ້28
ມື້ວານ196
ອາທິດນີ້559
ເດືອນນີ້4828