ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

VicePresiidentVietVicePresidentLaos

ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​​ເຊີນ​ຂອງ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນ​ຕອນເຊົ້າຂອງວັນ​ທີ 19 ​ມິຖຸນາ 2018, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ​ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ​ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ໃນລະຫວ່າງວັນ​ທີ 19-22 ມິຖຸນາ 2018ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ໄດ້ຈັດຂຶ້ນຢູ່ທີ່ທຳນຽບປະທານປະເທດ ໂດຍໄດ້ດຳເນີນໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ສົມ​ກຽດ. ພາຍ​ຫຼັງ​ສຳ​ເລັດ​ພິທີ​ຕ້ອນຮັບກໍ່ໄດ້ມີການພົບ​ປະ​ສອງ​ຝ່າຍ ລະຫວ່າງ​ ສະຫາຍ ພັນຄໍາ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ​ແລະ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ. ໃນການພົບປະ, ສອງ​ຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າການພົວພັນມິຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມື​​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງກວ້າງໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນ ທາງດ້ານການເມືອງການປ້ອງກັນຊາດປ້ອງກັນຄວາສະຫງົບເສດຖະກິດວັດທະນະທໍາ-ສັງຄົມ, ການຕ່າງປະເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງປະເທດໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ, ຮ່ວມກັນປຶກສາຫາລືແກ້ໄຂບັນຫາທີ່ຍັງຄ້າງຄາຢ່າງທັນການ ເຮັດໃຫ້ຫຼາຍໂຄງການຮ່ວມມື-ການລົງທຶນ ທີ່ຍັງຄ້າງຄາ ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ. ພິເສດໃນປີ 2017 ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນທີ່ສຸດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເຊິ່ງເຫັນໄດ້ວ່າທຸກກິດຈະກໍາເຄື່ອນໄຫວ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມື ອັນຍິ່ງໃຫຍ່, ສະເໝີຕົ້ນສະເໝີປາຍ, ບໍລິສຸດ ແລະ ໂປ່ງໃສ​ ເປັນສາຍພົວພັນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ພ້ອມດຽວກັນນີ້, ສອງຝ່າຍ ກໍເຫັນດີສືບຕໍ່ເອົາໃຈໃສ່ ແລະ ຫາວິທີອັນເໝາະສົມໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນສອງປະເທດ ເປັນຕົ້ນແມ່ນ ຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ; ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບ ວຽກງານຊາຍແດນສອງປະເທດ ໃນການຮັກສາຄວາມສະຫງົບ, ສະກັດກັ້ນການຕ້ານອາດສະຍາກຳຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ບໍລິເວນຊາຍແດນ, ບໍ່ໃຫ້ຄົນບໍ່ດີມາມ້າງເພຄວາມບໍ່ສະຫງົບສຸກຂອງສອງຊາດ ເພື່ອໃຫ້ຊາຍແດນສອງປະເທດ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ; ເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງແບບບໍ່ຖືກຕ້ອງຕາມລະບຽບການຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ຢ່າງຕັ້ງໜ້າ ລວມທັງການຄຸ້ມຄອງແຮງງານເລື່ອນລອຍ ໃຫ້ເປັນໄປຕາມຂໍ້ຕົກລົງທີ່ໄດ້ຮ່ວມລົງນາມນໍາກັນ; ເອົາໃຈໃສ່ຕິດຕາມກວດກາຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມ ທີ່ລົງທຶນຢູ່ລາວຈັດຕັ້ງຜັນຂະຍາຍບັນດາໂຄງການທີ່ໄດ້ຮັບອະນຸຍາດລົງທຶນແລ້ວນັ້ນ ​ໃຫ້ທ່ວງທັນຕາມສັນຍາ​, ຖືກຕ້ອງຕາມລະບຽບກົດໝາຍຂອງ ປ ລາວ ແລະ ມີປະສິດທິຜົນຕົວຈິງ; ແລະ ສືບຕໍ່ເອົາໃຈໃສ່ຊຸກຍູ້ໃຫ້ມູນຄ່າການຄ້າ ລະຫວ່າງສອງປະເທດ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ສອງລັດຖະບານໄດ້ຕົກລົງກັນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງຕົນ ໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດເຫັນຕໍ່ສະພາບການອັນພົ້ນເດັ່ນຂອງສາກົນ ​ແລະ ພາກ​ພື້ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງການ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ນຳໂດຍ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ໃນຄັ້ງນີ້ ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍຮອງປະທານປະເທດ ພັນຄຳ ວິພາວັນ ກໍ່ໄດ້ຕາງໜ້າໃຫ້ພັກລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ ເຊັ່ນ: ການຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສຳປະທານພັດທະນາ ທ່າເຮືອຫວຸ້ງອ້າງ ທ່າທຽບເຮືອ 1,2 ແລະ 3, ການຊ່ວຍເຫຼືອໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຫຼັງໃໝ່, ໂຄງການປຸກສ້າງໂຮງຮຽນແຂວງບໍລິຄຳໄຊ ທີ່ເປັນຂອງຂວັນຈາກ ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ, ໂຄງການປຸກສ້າງໂຮງຮຽນແຂວງເຊກອງ ທີ່ເປັນຂອງຂວັນຈາກ ປະທານປະເທດ ເຈີນ ດ໋າຍ ກວາງ, ການໃຫ້ທຶນຊ່ວຍເຫຼືອດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆ, ພ້ອມທັງຕີລາຄາສູງຕໍ່ການລົງທຶນຂອງ ສສ. ຫວຽດນາມ ຢູ່ ສປປ ລາວ ທີ່ໄດ້ຊ່ວຍປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ສປປ ລາວ.

ໃນຂະນະດຽວກັນ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມທັງສະແດງຄວາມຍິນດີ ຈະສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484714
ມື້ນີ້26
ມື້ວານ205
ອາທິດນີ້1153
ເດືອນນີ້4020