ໃນວັນທີ 7ເມສາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປລາວ,ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ທະໂຣໂຄໂນະ, ລັດຖະມົນຕີກະຊວງກຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວໃນລະຫວ່າງວັນທີ 7-8 ເມສາ 2018.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມສປປລາວຂອງທ່ານລັດຖະມົນຕີໃນຄັ້ງນີ້ເຊິ່ງເປັນຄັ້ງທຳອິດພາຍຫຼັງເຂົ້າຮັບຕຳແໜ່ງໃໝ່ ແລະ ເປັນນິມິດໝາຍທີ່ສຳຄັນໃນການສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ຂະຫຍາຍຕົວທັງລວງກວ້າງ ແລະ ລວງເລິກໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ແມ່ນສາຍພົວພັນທີ່ມິດຕະພາບອັນດີງາມມາແຕ່ດົນນານ, ປະຊາຊົນສອງຊາດໄດ້ມີການແລກປ່ຽນການໄປມາຫາສູ່ກັນເປັນປົກກະຕິ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນແລະກັນເປັນຢ່າງດີ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການຊຸກຍູ້ສົ່ງເສີມການຮ່ວມມືໃນໂຄງການຕ່າງໆ,ໂດຍສະເພາະໂຄງການຄຸ້ມຄອງເສດຖະກິດມະຫາພາກ ຂອງສປປລາວແລະໂຄງການສຶກສາຄວາມເປັນໄປໄດ້ໃນການສ້າງເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ; ສືບຕໍ່ຊຸກຍູ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ, ເຊິ່ງກອງທຶນນີ້ເປັນປະໂຫຍດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ທະໂຣໂຄໂນະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລືແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນເພື່ອປະຕິບັດບັນດາໂຄງການຕ່າງໆ ໃຫ້ມີໝາກຜົນຫຼາຍຂຶ້ນ.