ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ, ທີ່ສຽມຣຽບ

p mrc v1

p mrc v2

ໃນວັນທີ 04 ເມສາ 2018, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ່ 3, ທີ່ ສຽມຣຽບ, ຣາຊະອານາຈັກ ກໍາປູເຈຍ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດອັນຈົບງາມ ກອງປະຊຸມ ຄັ້ງທີ່ 40 ຂອງຄະນະກໍາມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນເດືອນກຸມພາ 2018 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ຊຶ່ງໃນກອງປະຊຸມດັ່ງກ່າວ ສອງຝ່າຍໄດ້ຮ່ວມກັນລົງນາມເອກະສານຮ່ວມມືສອງຝ່າຍທີ່ສໍາຄັນ 12 ສະບັບ, ໂດຍສະເພາະແມ່ນ 2 ສະບັບ ທີ່ສອງຝ່າຍໄດ້ຮ່ວມກັນປຶກສາຫາລືໃນການພົບປະຄັ້ງນີ້ ຄື: 1) ສັນຍາ ລະຫວ່າງ ສອງລັດຖະບານ ວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າທຽບເຮືອ 1, 2, 3 ຂອງທ່າເຮືອຫວຸ້ງອ້າງ ແລະ 2) ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືພັດທະນາໂຄງການເຄື່ອນໄຟຟ້າຂອງຫຼວງພະບາງ ລະຫວ່າງ ບໍລິສັດ PVP, ຫວຽດນາມ ແລະ ບໍລິສັດ PT Sole, ລາວ, ຊຶ່ງທັງສອງນາຍົກລັດຖະມົນຕີ ຍັງຈະໄດ້ສືບຕໍ່ຕິດຕາມຊຸກຍູ້ ແລະ ອໍານວຍຄວາມສະດວກຕໍ່ໄປ ແລະ ສອງຝ່າຍເຫັນດີທີ່ຈະຊຸກຍູ້ ແລະ ອໍານວຍຄວາມສະດວກ ເພື່ອເຮັດໃຫ້ບັນດາການຕົກລົງຕ່າງໆ ລະຫວ່າງສອງຝ່າຍ ໃຫ້ສໍາເລັດເປັນຢ່າງດີ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (CLV-10) ແລະ ກອງປະຊຸມສຸດຍອດອະນຸພາກພຶ້ນແມ່ນໍ້າຂອງ ຄັ້ງທີ 6 (GMS-6), ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ, ໃນວັນທີ 30 ມີນາ ຜ່ານມາ.

ໃນຕອນທ້າຍ, ສອງຝ່າຍໄດ້ອວຍພອນ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480223
ມື້ນີ້53
ມື້ວານ157
ອາທິດນີ້621
ເດືອນນີ້6454