ໃນວັນທີ 4 ເມສາ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ສີສະຫວາດ ອິນພະຈັນ ດຳລົງຕຳແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວປະຈຳ ປະເທດ ອົດສະຕຣາລີ ແລະ ທ່ານ ພອນທະວີ ບຸດດາລາ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ບຣູໄນດາຣູຊາລາມ ແລະ ທ່ານ ນາງ ອານຸພອນ ກິດຕິລາດ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສ.ກູບາ ແລະ ທ່ານ ສີສອນໄຊ ເຫງົ້າວົງສີ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ກູເວດ.
ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງ 4 ທ່ານ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳ ຢ່າງເລິກເຊິ່ງ ແລະ ໜັກແໜ້ນ, ໂດຍສະເພາະ ການປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ບັນດາທ່ານທູດທີ່ຖືກແຕ່ງຕັ້ງຄົນໃໝ່ ຕ່າງກໍໄດ້ຖືໂອກາດນີ້, ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນ ມາຍັງການນຳ ພັກ-ລັດຖະບານທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ ປະຈຳປະເທດດັ່ງກ່າວ, ພ້ອມທັງສະແດງຄວາມຢືນຢັນວ່າຈະສຸມທຸກຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍ ໃນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດມາສູ່ປະເທດຊາດ.