ໃນຕອນເຊົ້າຂອງວັນທີ 3 ເມສາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ກີມ ຢອງແຈ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ອາຊຽນ ໃນໂອກາດທີ່ທ່ານ ເດີນທາງມາເຂົ້າຮ່ວມກອງປະຊຸມ ສໍາມະນາກ່ຽວກັບກົນໄກການຮ່ວມມືອາຊຽນ-ສ.ເກົາຫຼີ ຄັ້ງທີ 3 ໃນວັນທີ 3-4 ເມສາ 2018 ທີ່ ນະຄອນຫຼວງວຽງຈັນ.
ໃນໄລຍະການພົບປະ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-ສ.ເກົາຫຼີ ໃນຖານະເປັນຄູ່ຮ່ວມຍຸດທະສາດ ອັນໄດ້ປະກອບສ່ວນເຂົ້າໃນການສົ່ງເສີມການສ້າງປະຊາຄົມອາຊຽນໃນໄລຍະຜ່ານມາ ເປັນຕົ້ນໃນຂະແໜງ ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການເຊື່ອມຈອດອາຊຽນ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ. ພ້ອມນີ້, ທ່ານ ກີມ ຢອງແຈ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢໍ້າຄືນທີ່ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບອາຊຽນ ກໍ່ຄື ສປປ ລາວ ໃນຂະບວນການເຊື່ອມໂຍງພາກພື້ນອາຊຽນ. ໃນໂອກາດນີ້ ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນ ເພື່ອສົ່ງເສີມການຮ່ວມມື ອາຊຽນ-ສ. ເກົາຫຼີ ໃນຕໍ່ໜ້າ, ເວົ້າສະເພາະແມ່ນປີ 2019 ເພາະເປັນປີສະເຫຼີມສະຫຼອງ ການພົວພັນ ອາຊຽນ-ສ. ເກົາຫຼີ ຄົບຮອບ 30 ປີ.