ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດ ຂອງກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ, ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10

PMGMS2

PM10CLV

 

PM10CLV1

 

PM10CLV2

 

PM10CLV3

 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ, ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ໃນລະຫວ່າງ ວັນທີ 30-31 ມີນາ 2018, ທີ່ ຮ່າໂນ້ຍ, ສສ. ຫວຽດນາມ, ດ້ວຍຜົນສຳເລັດຢ່າງຈົບງາມ.

 

ໃນວັນທີ 30 ມີນາ 2018, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທໍາອິດ, ເຊິ່ງມີບັນດາຜູ້ນຳ ແລະ ການນຳຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ, ທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຫຼາຍກ່າວພັນທ່ານ. ບັນດາຜູ້ນຳ ໄດ້ປຶກສາຫາລື ກ່ຽວກັບ ຕົວຂັບເຄື່ອນໃໝ່ ສຳລັບ ການພັດທະນາໃນພາກພື້ນແມ່ນ້ຳຂອງ ໃນອະນາຄົດ, ເຊິ່ງໃນກອງປະຊູມດັ່ງກ່າວ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະເໜີແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ບັນດາໃຫ້ນັກລົງທຶນ ພາຍໃນ ແລະ ພາຍນອກ ອະນຸພາກພື້ນ ລວມທັງບັນດາທ່າແຮງ ຂອງ ສປປ ລາວ.

 

ໃນຕອນເຊົ້າຂອງວັນທີ 31 ມີນາ 2018, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 6 ພາຍໃຕ້ຫົວຂໍ້ ກຳລັງແຮງຂອງການຮ່ວມມື 25 ປີ ແລະ ການສ້າງອະນຸພາກພື້ນແມ່ນ້ຳຂອງ ໃຫ້ມີຄວາມຍືນຍົງ, ເຊື່ອມໂຍງ ແລະ ຈະເລີນຮຸ່ງເຮື່ອງ”. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງລາຍງານ ກ່ຽວກັບ ຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດ ວຽກງານ ການຮ່ວມມື ໃນອະນຸພາກພື້ນແມ່ນຳ້ຂອງ ໃນໄລຍະ 25 ປີ ອັນເກີດມາຈາກ ຄວາມພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງບັນດາປະເທດສະມາຊິກ ນຳກັນ. ນອກນັ້ນ, ຍັງໄດ້ຮັບຟັງ ກ່ຽວກັບ ບັນດາສິ່ງກີດຂວາງຕ່າງໆ ທີ່ທ່ວງດຶຶງ ການພັດທະນາໃນຂົງເຂດດັ່ງກ່າວ ແລະ ການຮ່ວມມືກັນເພື່ອພັດທະນາ ຂອບການຮ່ວມມືດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທ່ຶອລະກ້າວ. ພ້ອມນີ້, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ເຊີນຊວນ ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ໄປຢ້ຽມຢາມ ສປປ ລາວ ເນື່ອງໃນໂອກາດ ປີທ່ອງທ່ຽວ 2018 ອີກດ້ວຍ.

 

ໃນກອງປະຊຸມສູດຍອດໃນຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ (The Sixth GMS Summit Joint Declaration), ແຜນດຳເນີນງານ ຮ່າໂນ້ຍ ໃນປີ 2018-2022 (The Ha Noi Action Plan 2018-2022) ແລະ ບັນຊີໂຄງການລົງທຶນໃນຂອບການລົງທຶນພາກພື້ນແມ່ນ້ຳຂອງ 2022 (The Regional Investment Framework 2022) ເພື່ອເປັນທິດທາງໃນການຮ່ວມມືກັນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຊົມງານວາງສະແດງຮູບພາບ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.

 

ໃນຕອນບ່າຍຂອງວັນທີ 31 ມີນາ 2018, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ເຊິ່ງກອງປະຊຸມ ໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ ສຽມລຽບ ແລະ ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນການພັດທະນາ ໃນຂົງເຂດດັ່ງກ່າວໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ລົງນາມ ແລະ ຮັບຮອງຖະແຫຼງການຮ່ວມ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (Joint Declaration of the 10th Cambodia-Laos PDR-Viet Nam Summit on Development Triangle Area) ແລະໄດ້ຮັບຮອງເອົາ ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030 (The Action Plan for Cambodia-Laos-Viet Nam Economic Connectivity up to 2030) ເພື່ອສົ່ງເສີມການເຊື່ອມຈອດຮອບດ້ານ ລະຫວ່າງ ສາມປະເທດ ໃນຕໍ່ໜ້າດັ່ງກ່າວ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ໄດ້ພົບປະສອງຝ່າຍ ກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ແລະ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີການຕ່າງປະເທດ ສປ. ຈີນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484741
ມື້ນີ້52
ມື້ວານ205
ອາທິດນີ້1179
ເດືອນນີ້4046