ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ ທີ່ ສິງກະໂປ

asean meeting singapor

asean meeting singapor1

ວັນທີ 6 ກຸມພາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ຄໍາຂວັນທີ່ສິງກະໂປໄດ້ກໍານົດ ໃນການເປັນປະທານອາຊຽນຂອງຕົນ ໃນປີ 2018 ຄື: ເຂັມແຂງ ແລະ  ນະວັດຕະກໍາຮ່ວມກັບບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເຈົ້າໜ້າທີ່ອາວຸໂສ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມຄັ້ງນີ້, ແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນພາຍໃຕ້ການເປັນປະທານອາຊຽນຂອງສິງກະໂປໃນປີ 2018.

ກອງປະຊຸມໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດສໍາລັບການເຊື່ອມຈອດອາຊຽນ 2025.

ກອງປະຊຸມໄດ້ເຫັນດີີຮັບຮອງເອົາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ສິງກະໂປ ເຊັ່ນ: ຮ່າງວິໄສທັດຜູ້ນໍາອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ນະວັດຕະກໍາອາຊຽນ,​ ຮ່າງຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ຄວາມຫມັ້ນຄົງທາງຄອມພິວເຕີ ແລະ ເອກະສານແນວຄວາມຄິດ ວ່າດ້ວຍ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ.

ພ້ອມນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ອາຊຽນ ກັບພາຍນອກ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ ແລະ ໃນໂອກາດນີ້ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການເມືອງ ແລະ ເສດຖະກິດຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປ, ບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ ເຊັ່ນ: ບັນຫາການກໍ່ການຮ້າຍ, ໄພພິບັດທໍາມະຊາດ ແລະ ອາດຊະຍາກໍາຂ້າມຊາດ ແລະ ອື່ນໆ, ແລະ ສະພາບການໃນຕາເວັນອອກກາງ, ແຫລມເກົາຫລີີ ແລະ ທະເລຈີີນໃຕ້.

ໃນກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີ ສະເຫລີມໄຊ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການເພີ່ມທະວີການຮ່ວມມື ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພາະສອງຫນ້າວຽກດັ່ງກ່າວ ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນ. ພ້ອມນີ້ ທ່ານກໍຍັງຢໍ້າເຖິງການສົ່ງເສີມບົດບາດຄວາມເປັນແກນກາງຂອງອາຊຽນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484504
ມື້ນີ້20
ມື້ວານ188
ອາທິດນີ້942
ເດືອນນີ້3809