ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 21

JCLaothai21a

 

JCLaothai21b

 

JCLaothai21c

 

JCLaothai21d

 

ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 21, ໄດ້ຈັດຂຶ້ນໃນວັນທີ 02 ກຸມພາ 2018, ທີ່ ແຂວງຈໍາປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍຫົວໜ້າເຈົ້າໜ້າທີ່ອາວຸໂສ ລາວ-ໄທ ແລະ ພະນັກງານຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ ຈຳນວນ 150 ທ່ານ.

 

ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 20 ໂດຍສະເພາະແມ່ນການຮ່ວມມືດ້ານຕ່າງໆທີ່ທັງສອງຝ່າຍໄດ້ປະຕິບັດຮ່ວມກັນ ໃນໄລຍະສອງປີຜ່ານມາ, ໃນນັ້ນມີດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ, ການຮ່ວມມືເພື່ອການພັດທະນາ ແລະ ດ້ານອື່ນໆ, ທັງສອງຝ່າຍ ໄດ້ປຶກສາ​ຫາລືບັນດາຜົນສຳເລັດ ແລະ ກໍານົດແຜນການຮ່ວມມືໃນຊຸມປີຕໍ່ໜ້າ ຮ່ວມກັນ. ໃນໂອກາດນີ້, ສອງຝ່າຍ ໄດ້ຮ່ວມກັນຕີລາຄາສູງ ຕໍ່ການພົວພັນຮ່ວມມືອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ທີ່ໄດ້ຮັບການເພີ່ມທະວີເປັນກ້າວໆມາ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆ ນັບແຕ່ຂັ້ນການນຳຈົນເຖິງຂັ້ນວິຊາການ, ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຂະແໜງການຕ່າງໆ ຢ່າງເປັນປົກກະຕິ.

 

ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 22, 23 ແລະ ຄັ້ງທີ 24, ທີ່ ນະຄອນຫລວງວຽງຈັນ ໃນທ້າຍປີ 2017 ທີ່ຜ່ານມາ, ຊຶ່ງເປັນການສົ່ງເສີມການຮ່ວມມື ແລະ ຄວາມເຂົ້າໃຈ ລະຫວ່າງກອງທັບທັງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງສະ​ແດງ​ຄວາມຊົມເຊີຍ ຕໍ່ຜົນຂອງກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 11 ທີ່ຝ່າຍໄທເປັນເຈົ້າພາບ, ໃນລະຫວ່າງວັນທີ 18-19 ມັງກອນ 2018, ທີ່ ບາງກອກ, ຣາຊະອານາຈັກໄທ, ຊຶ່ງສອງຝ່າຍ ເຫັນດີໃຫ້ຮ່ວມກັນສືບຕໍ່ດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທາງບົກໃຫ້ສໍາເລັດໃນປີ 2020 ແລະ ທາງນໍ້າໃຫ້ສໍາເລັດໃນປີ 2021. ການຮ່ວມມືດ້ານການກວດກາ ແລະ ການຄວບຄຸມຢາເສບຕິດ, ສອງຝ່າຍ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ​ແລະ ໃຫ້ແຕ່ລະຝ່າຍ ມີການກວດກາລາດຕະເວນໃນບໍລິເວນຕາມຊາຍແດນຂອງຕົນ ເພື່ອຮ່ວມມືກັນສະກັດກັ້ນ ແລະ ປາບປາມ​ຢາເສບ​ຕິດ, ພ້ອມທັງສະໜັບສະໜູນ ໃຫ້ປະຕິບັດຕາມຜົນຂອງກອງປະຊຸມທະວິພາຄີ ຄັ້ງທີ 16 ວ່າດ້ວຍຄວາມຮ່ວມມືດ້ານການປ້ອງກັນ ແລະ ປາບປາມຢາເສບຕິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທແລະ ສະໜັບສະໜູນ ການປະຕິບັດງານຂອງຫ້ອງການປະສານງານຊາຍແດນຕ້ານຢາເສບຕິດຂອງ ລາວ ແລະ ໄທ. ກອງ​ປະຊຸມຄັ້ງນີ້ ໄດ້ສະໜັບສະໜູນໃຫ້ສອງຝ່າຍ ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າ​ດ້ວຍ​ການ​ຮ່ວມ​ມື​ຕ້ານ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະ​ແມ່ຍິງ ​ແລະ ​ເດັກນ້ອຍ​ ຄັ້ງທີ 2,ໃນ​ປີຜ່ານມາ,ທີ່ ແຂວງຫຼວງພະບາງ, ​ໂດຍ​ສະ​ເພາະ​ການສ້າງ​ແຜນງານການ​ປ້ອງ​ກັນ ​ແລະ ​ເຝົ້າ​ລະວັງ​ການ​ຄ້າ​ມະນຸດ​ ລະຫວ່າງ​ປະ​ເທດ​ ແລະ ສະໜັບສະໜູນ​ໃຫ້ໜ່ວຍງານ​ທີ່​ກ່ຽວຂ້ອງຂອງທັງສອງຝ່າຍ ຜັນຂະຫຍາຍການຮ່ວມມືໃຫ້​ບັນລຸ​ເປົ້າໝາຍທີ່ຄາດໝາຍ​ໄວ້ ​ເພື່ອ​ຄວາມໝັ້ນຄົງ​ຂອງສອງປະເທດ ກໍຄືພາກພື້ນ. ການຮ່ວມມືດ້ານແຮງງານ, ສອງຝ່າຍ ເຫັນດີໃຫ້ສືບຕໍ່ການຮ່ວມມື ໃນການປັບສະຖານະພາບແຮງງານລາວ ທີ່ເຮັດວຽກບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທ ໃຫ້ສຳເລັດຕາມແຜນ ແລະ ການຮ່ວມມືໃນການພັດທະນາບຸກຄະລາກອນ ໂດຍສະເພາະແມ່ນການຍົກລະດັບສີມືແຮງງານລາວ ແລະ ວຽກງານສະຫວັດດີການ-ສັງຄົມ ໃນການສ້າງຫລັກປະກັນໃຫ້ແກ່ຜູ້ອອກແຮງງານ. ການຮ່ວມມືດ້ານໄຟຟ້າ, ສອງຝ່າຍ ເຫັນດີໃຫ້ພາກສ່ວນທີ່ກ່ຽວຂ້ອງ ປຶກສາຫາລືໃນລາຍລະອຽດ ກ່ຽວກັບ ການນໍາໃຊ້ສາຍສົ່ງຂອງໄທ ເພື່ອສົ່ງກະແສໄຟຟ້າຈາກ ສປປ ລາວ ໄປຍັງປະເທດທີສາມ ຕາມການປຶກສາຫາລື ລະຫວ່າງສອງນາຍົກລັດຖະມົນຕີ, ໃນໂອກາດຢ້ຽມຢາມໄທຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການຮ່ວມມືດ້ານການພັດທະນາພຶ້ນຖານໂຄງລ່າງ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງໂຄງການກໍ່ສ້າງເສັ້ນທາງເມືອງຊຽງຮ່ອນ, ແຂວງໄຊຍະບູລີ-ບ້ານກ້ອນຕື້ນ, ແຂວງບໍ່ແກ້ວ; ແລະ ເມືອງຄອບ-ບ້ານປາຄອບ ແລະ ເມືອງຄອບ-ບ້ານຮວກ, ຈັງຫວັດພະເຍົາ. ພ້ອມນັ້ນ, ຍັງໄດ້ມີການສຳຫຼວດ ແລະ ກໍານົດພື້ນທີ່ ສໍາລັບການກໍ່ສ້າງຂົວລົດໄຟຮ່ວມກັນ ໂດຍໄດ້ກຳນົດແລວຫ່າງຈາກ ຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 1 ລົງໄປທາງທິດໃຕ້ 30 ແມັດ ແລະ ຝ່າຍໄທ ຍິນດີຈະສືບຕໍ່ໃຫ້ການສະໜັບສະໜູນ ໃນການກໍ່ສ້າງບຸກຄະລາກອນຂັບລົດໄຟ ໃຫ້ແກ່ກົມທາງລົດໄຟລາວຫຼາຍຂື້ນ. ນອກຈາກນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນການສໍາຫຼວດ-ອອກແບບ ຂອງໂຄງການຂົວ​ມິດຕະພາບ ​5 (ປາກ​ຊັນ-​ບຶງ​ການ) ແລະ ເຫັນດີໃຫ້ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ສືບຕໍ່ປຶກສາຫາລືໃນການກໍ່ສ້າງຂົວດັ່ງກ່າວ. ດ້ານການພັດທະນາເຂດເສດຖະກິດພິເສດ, ສອງຝ່າຍ ຈະສະໜັບສະໜູນໃຫ້ໜ່ວຍງານທີ່ກ່ຽວຂ້ອງ ປຶກສາຫາລືລາຍລະອຽດຮ່ວມກັນ ໃນການຮ່ວມມື ແລະ ສົ່ງເສີມການລົງທຶນລະຫວ່າງກັນ ທີ່ຈະນໍາໄປສູ່ການພັດທະນາກຸ່ມກິດຈະກໍາທາງເສດຖະກິດ ຫຼື ການເຊື່ອມໂຍງຮ່ວງໂສ້ການຜະລິດ ລະຫວ່າງສອງປະເທດ. ດ້ານການທ່ອງທ່ຽວ, ສອງຝ່າຍ ໄດ້ເຫັນດີຕໍ່ແນວຄວາມຄິດທີ່ຈະສົ່ງເສີມ ການພັດທະນາເຊື່ອມໂຍງດ້ານການທ່ອງທ່ຽວຂ້າມແດນ ລາວ-ໄທ ແລະ ການສົ່ງເສີມການທ່ອງທ່ຽວທາງນ້ຳ ໂດຍສະໜັບສະໜູນໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືດ້ານການທ່ອງທ່ຽວຮ່ວມກັນ. ກອງ​ປະຊຸມຄັ້ງນີ້ ໄດ້ສະໜັບສະໜູນ ການຈັດກອງປະຊຸມຮ່ວມມື ລະຫວ່າງ ກະຊວງອຸດສະຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ກະຊວງພານິດຂອງໄທ ຄັ້ງທີ່ 7 ທີ່ ຝ່າຍລາວຈະເປັນເຈົ້າພາບ ໃນປີ 2018 ນີ້. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຂໍ້ລິເລີ່ມໃນການສ້າງແຜນຮ່ວມມືດ້ານເສດຖະກິດ-ສັງຄົມ ລາວ-ໄທ ໄລຍະ 5 ປີ 2018-2022, ຊຶ່ງຈະເປັນການສົ່ງເສີມການຮ່ວມມືການພັດທະນາທາງດ້ານເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ສະມາຄົມ ລາວ-ໄທ, ໄທລາວ ມິດຕະພາບ ທີ່ໄດ້ດຳເນີນກິດຈະກຳຮ່ວມກັນ ຢ່າງເປັນປົກກະຕິໃນໄລຍະຜ່ານມາ, ເຊິ່ງເປັນກົນໄກເພີ່ມທະວີຄວາມເຂົ້າໃຈອັນດີ ລະຫວ່າງປະຊາຊົນສອງຊາດ ລາວ ແລະ ໄທ. ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບການຮ່ວມມືກັນໃນດ້ານອື່ນໆເຊັ່ນ: ການຮ່ວມມື ລະຫວ່າງຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນ ລາວ-ໄທ, ການຮ່ວມມືແກ້ໄຂບັນຫາບຸກຄົນສອງສັນຊາດ, ການຮ່ວມມືໃນການເປີດ-ປິດ, ຍົກລະດັບດ່ານຜ່ານແດນ ແລະ ການອຳນວຍຄວາມສະດວກໃນການເຂົ້າ-ອອກເມືອງ ແລະ ການສັນຈອນຕາມບໍລິເວນຊາຍແດນ ລາວ-ໄທ, ການຮ່ວມມືໃນການຄຸ້ມຄອງ ແລະ ປ້ອງກັນຕະຝັ່ງເຈື່ອນຕາມແມ່ນ້ຳຂອງ ແລະ ນ້ຳເຫືອງ, ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ, ການຮ່ວມມືດ້ານແຮງງານ, ດ້ານການຂົນສົ່ງທາງບົກ, ດ້ານການບິນ, ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ໄອຊີທີ, ດ້ານການສົ່ງເສີມ ແລະ ພັດທະນາ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs), ດ້ານຊັບສິນທາງປັນຍາ, ດ້ານການເງິນ, ການທະນາຄານ ແລະ ຕະຫລາດທຶນ, ການຮ່ວມມືດ້ານເສດຖະກິດໃນຂອບອະນຸພາກພື້ນ, ການຮ່ວມມືເພື່ອການພັດທະນາ, ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ດ້ານການສຶກສາ, ດ້ານກະສິກຳ, ດ້ານສາທາລະນະສຸກ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ແລະ ການຮ່ວມມືດ້ານອື່ນໆ.

 

ໃນໂອກາດດັ່ງກ່າວນີ້, ສອງຝ່າຍ ໄດ້ຈັດພິທີ ມອບ-ຮັບ ໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍເມືອງປາກຊ່ອງ, ຊຶ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານໄທ, ຕາງໜ້າຝ່າຍໄທ ກ່າວມອບໂດຍ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ຕາງໜ້າຝ່າຍລາວ ກ່າວຮັບໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຫລັງຈາກນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດທັງສອງ ກໍໄດ້ພ້ອມກັນຖະແຫຼງຂ່າວ ກ່ຽວກັບ ຜົນຂອງກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 21 ຕໍ່ສື່ມວນຊົນທັງລາວ ແລະ ໄທ. ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 22 ຄັ້ງຕໍ່ໄປ ແມ່ນຝ່າຍໄທຈະເປັນເຈົ້າພາບຈັດຂຶ້ນຢູ່ທີ່ ປະເທດໄທ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ໄທ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີເປີດປ້າຍ ແລະ ໃຫ້ກຽດຕັດແຖບຜ້າເປີດການນຳໃຊ້ຕຶກໃໝ່ຂອງໂຮງໝໍເມືອງປາກຊ່ອງ ຢ່າງເປັນທາງການ. ນອກນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄທ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວທາງທຳມະຊາດຂອງແຂວງຈຳປາສັກ ຈຳນວນໜຶ່ງອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480399
ມື້ນີ້57
ມື້ວານ172
ອາທິດນີ້797
ເດືອນນີ້6630