ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມແຂວງເຫງະອານ ແລະ ກອງບັນຊາການທະຫານເຂດ 4

 

LaoPremetVietDay3-1 LaoPremetVietDay3-2 LaoPremetVietDay3-3

 

ພາຍຫຼັງສຳເລັດການເຄື່ອນໄຫວຢ້ຽມຢາມຢູ່ ນະຄອນຫຼວງຮ່າໂນ້ຍ ແລ້ວ, ຕອນແລງຂອງວັນທີ 20 ທັນວາ 2017, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ໄດ້ສືບຕໍ່ຢ້ຽມຢາມ ແຂວງເຫງະອານ.

ຕອນຄ່ຳຂອງວັນດຽວກັນ, ສະຫາຍ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ເລຂາຄະນະພັກ ແຂວງເຫງະອານ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ລາຍງານຕໍ່ ສະຫາຍ ບຸນຍັງ ວໍລະຈິດ ກ່ຽວກັບ ສະພາບການອັນພົ້ນເດັ່ນຂອງການພັດທະນາຂອງແຂວງເຫງະອານ, ການພົວພັນຮ່ວມມືລະຫວ່າງ 2 ປະເທດ ເວົ້າລວມ, ລະຫວ່າງ ແຂວງເຫງະອານກັບບັນດາແຂວງຂອງລາວ ເວົ້າສະເພາະ, ໂດຍສະເພາະການພົວພັນຮ່ວມມືຊ່ວຍເຫຼືອຂອງແຂວງເຫງະອານ ໃຫ້ບັນດາແຂວງແຮກສ່ຽວຂອງລາວ ຄື: ຊຽງຂວາງ, ຫົວພັນ, ບໍລິຄຳໄຊ; ໄດ້ແຈ້ງໃຫ້ຄະນະຜູ້ແທນລາວຊາບ ກ່ຽວກັບ ການເຄື່ອນໄຫວໃນກອບປີສາມັກຄີມິດຕະພາບ ແລະ ໄດ້ຢືນຢັນຈະສືບຕໍ່ຮ່ວມມືກັບຝ່າຍລາວ ໃນການປົກປັກຮັກສາສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບສວຍສົດງົດງາມຕະຫຼອດໄປ.

ພາຍຫຼັງເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລ້ວ, ສະຫາຍ ຫງວຽນ ດັກ ວິງ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງລາວ ຢ່າງສົມກຽດ ແລະ ເຕັມໄປດ້ວຍຄວາມສະໜິດສະໜົມຖານສະຫາຍອ້າຍນ້ອງ.

ຕອນເຊົ້າຂອງວັນທີ 21 ທັນວາ 2017, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ໄປຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈິມິນ ທີ່ຕາແສງນາດ໋າຍ ແລະ ໄດ້ມີການຂຽນຄວາມຮູ້ສຶກເຊິ່ງບາງຕອນມີເນື້ອໃນວ່າ: ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສປປ ລາວ ມາຢ້ຽມຢາມເຂດອານຸສອນສະຖານບ້ານເກີດ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫ່ຍ ເຊິ່ງເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດອິນດູຈີນ ເຊິ່ງເປັນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ.

          ພວກຂ້າພະເຈົ້າຮູ້ສຶກຊາບຊື້ງເປັນຢ່າງຍິ່ງ ທີ່ຈາກສະຖານທີ່ທີ່ສັກກະລະບູຊາແຫ່ງນີ້ໃຫ້ກຳເນີດນັກປະຕິວັດ ຜູ້ກ້າແກ່ນ, ຜູ້ເຊິ່ງໄດ້ມີການອຸທິດທັງກາຍ, ສະຕິປັນຍາຂອງເພີ່ນ ບໍ່ສະເພາະແຕ່ເພື່ອປະເທດຊາດ, ເພື່ອປະຊາຊົນຫວຽດນາມ ອ້າຍນ້ອງ ແລະ ປະຊາຊົນທົ່ວອິນດູຈີນ ເທົ່ານັ້ນແຕ່ ປະທານ ໂຮ່ຈິມິນ ຍັງໄດ້ເປັນຜູ້ກໍ່ຕັ້ງ, ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່, ຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ເປັນການພົວພັນທີ່ຫາຍາກ ແລະ ມີພຽງໜຶ່ງດຽວໃນໂລກ ທີ່ຖືກສ້າງຂື້ນດ້ວຍເລືອດເນື້ອ ແລະ ເຫື່ອໄຄຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນມໍລະດົກລວມທີ່ລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນປັດໃຈໜຶ່ງຕັດສິນໄຊຊະນະຂອງແຕ່ລະປະເທດ.

          ພວກຂ້າພະເຈົ້າຈະຂໍຈົດຈໍາບຸນຄຸນອັນລໍ້າເລີດຂອງ ປະທານ ໂຮ່ຈິມິນ, ຈະຮ່ວມກັບປະຊາຊົນ ຫວຽດນາມ ປົກປັກຮັກສາສາຍພົວພັນພິເສດນັ້ນໃຫ້ນັບມື້ນັບຈະເລີນງອກງາມຍີ່ງໆຂື້ນ ເພື່ອຜົນປະໂຫຍດຂອງສອງຊາດ ລາວ-ຫວຽດນາມ. ປະທານ ໂຮ່ຈິມິນ ຍືນຍົງໃນພາລະກິດຂອງພວກເຮົາຕະຫຼອດໄປ.

ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະ ກໍ່ໄດ້ໄປຢ້ຽມເຮືອນຊົງລາວ ທີ່ລັດຖະບານລາວ ມອບເປັນຂອງຂວັນໃຫ້ແກ່ ອານຸສອນສະຖານໂຮ່ຈິມິນ.

ຕອນບ່າຍຂອງວັນດຽວກັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ໄປຢ້ຽມຢາມກອງບັນຊາການທະຫານເຂດ 4 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສົມກຽດຈາກ ນາຍ ແລະ ພົນທະຫານ ກອງບັນຊາການທະຫານເຂດ 4 ແລະ ໄດ້ໂອ້ລົມບັນດານາຍ ແລະ ພົນທະຫານເຂດ 4 ໂດຍໄດ້ຕີລາຄາຜົນສໍາເລັດອັນໃຫຍ່ຫລວງຮອບດ້ານຂອງກອງບັນຊາການທະຫານເຂດ 4 ທີ່ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ, ປະກອບສ່ວນເຮັດໃຫ້ກອງທັບປະຊາຊົນຫວຽດນາມນັບມື້ນັບມີຄວາມເຂັ້ມແຂງ, ສົມເປັນຮົ້ວປ້ອງກັນປະເທດຊາດຫວຽດນາມ ວິລະຊົນ, ສົມເປັນທະຫານລຸງໂຮ່ໃນຍຸກໃຫມ່, ປະກອບສ່ວນອັນໃຫຍ່ຫລວງ, ການການເສຍສະຫລະອັນສູງສົ່ງຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງໃຫ້ແກ່ພາລະກິດປະປະຕິວັດຂອງປະຊາຊົນລາວຕະຫລອດມາ, ຊຶ່ງນັ້ນມີການປະກອບ ສ່ວນໂດຍກົງຂອງບັນບັນດານາຍ, ພົນທະຫານ ແລະ ນັກຮົບຂອງກອງບັນຊາການທະຫານເຂດ 4, ສະແດງຄວາມຊົມເຊີຍຕໍ່ຜົນງານຂອງການຮ່ວມມື ລະຫວ່າງກອງທະຫານເຂດ 4 ກັບ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ເຂດຊາຍແດນ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງທະຫານເຂດ 4 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນທີ່ຫາຍາກ ລາວ-ຫວຽດນາມ ນັ້ນໃຫ້ນັບມື້ນັບມີປະສິດທິຜົນ, ນຳເອົາຜົນປະໂຫຍດໂຕຈິງມາໃຫ້ແກ່ສອງຝ່າຍ.

ສະຫາຍ ພົນຕີ ຫງວຽນ ເຕີນ ເກືອງ, ກຳມະການສູນກາງພັກ, ຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ລາຍງານໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະ ກ່ຽວກັບ ໝາກຜົນແຫ່ງການເຄື່ອນໄຫວ ແລະ ການພົວພັນຮ່ວມມືລະຫວ່າງ ທະຫານເຂດ 4 ກັບ ສປປ ລາວ ໃນໄລຍະຜ່ານມາ, ໂດຍໄດ້ຊີ້ໃຫ້ເຫັນວ່າ ກອງທະຫານເຂດ 4 ໄດ້ມີການຮ່ວມມືໃນການກໍ່ສ້າງຮາກຖານການເມືອງຢູ່ບາງແຂວງຂອງລາວ, ມີການປະສານສົມທົບໃນການເຄື່ອນໄຫວສະເຫຼີມສະຫຼອງ 2 ວັນປະຫວັດສາດຂອງສອງຊາດ, ໂດຍໄດ້ມີການໂຄສະນາ ກ່ຽວກັບ ມູນເຊື້ອຄວາມສາມັກຄີພິເສດ ຫວຽດນາມ-ລາວ, ມີການຊ່ວຍເຫຼືອຖ່າຍທອດບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ປະຊາຊົນລາວໃນບັນດາແຂວງຂອງລາວ, ໂດຍສະເພາະແມ່ນດ້ານກະສິກຳ, ການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ, ມີການຮ່ວມມືໃນການທ້ອນໂຮມອັດຖິນັກຮົບນິລະນາມຂອງຫວຽດນາມ ແລະ ຈັດສົ່ງກັບປະເທດ ໄດ້ເປັນຈຳນວນຫຼາຍຮ້ອຍອັດຖິ ໃນປີ 2017.

ສະຫາຍຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ຢືນຍັນຈະສືບຕໍ່ຮ່ວມກັບຝ່າຍລາວ ໃນການປະຕິບັດບັນດາສັນຍາ, ອະນຸສັນຍາຮ່ວມມືໃນວຽກງານປ້ອງກັນຊາດ ໃນໄລຍະປີ 2015-2019, ຈະສືບຕໍ່ຍົກສູງຄຸນນະພາບຂອງການຮ່ວມມື ລະຫວ່າງ ກອງບັນຊາການທະຫານເຂດ 4 ແລະ ສປປ ລາວ, ປະກອບສ່ວນເສີມຂະຫຍາຍຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃນໄລຍະໃຫມ່ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ພາຍຫຼັງສຳເລັດການພົບປະກັບ ນາຍ ແລະ ພົນທະຫານ ກອງບັນຊາການທະຫານເຂດ 4 ແລ້ວ, ກອງບັນຊາການທະຫານເຂດ 4 ໄດ້ຈັດງານລ້ຽງຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະ ໃນຄັ້ງນີ້ຕື່ມອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485819
ມື້ນີ້118
ມື້ວານ206
ອາທິດນີ້855
ເດືອນນີ້5124