ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

pathakathar-1

pathakathar-2

       ຕອນບ່າຍຂອງ ວັນທີ 12ທັນວາ 2017, ຢູ່ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນ ສະຖາປະນາ ສປປ ລາວ ຄົບຮອບ 42 ປີ ( 02/12/1975 - 02/12/2017 ), ວັນຄ້າຍວັນເກີດ ຂອງປະທານ ໄກສອນພົມວິຫານ ຄົບຮອບ 97 ປີ (13/12/1920 - 13/12/ 2017) ແລະເຊື່ອມຊຶມເອກະສານມະຕິກອງ ປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X. ໂດຍການເປັນປະທານແລະ ປາຖະກະຖາ ຂອງທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີຄະນະພັກ-ຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນທົ່ວກະຊວງເຂົ້າຮ່ວມ.

      ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ວັນຊາດ ທີ 2 ທັນວາ ແລະວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ, ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດລາວຂອງເຮົາ, ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງ ອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງປະທານ ໄກສອນ ພົມວິຫານໃນການເຄື່ອນ ໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

 ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ມະຕິເລກທີ 26/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງແລະພັດທະນາທີ່ດິນໃນໄລຍະໃໝ່ແລະເອກະສານການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ, ການຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານດ້ານເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ສັງຄົມ, ຂົງເຂດການຕ່າງປະເທດ, ການປັບປຸງບູລະນະກົງຈັກການຈັດຕັ້ງລັດ,ແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນຂອງພັກ, ປັບປຸງປົວແປງພັກ, ແນວຄິດວັດທະນະທຳ, ທິດທາງລວມ ແລະ ໜ້າທີ່ຈຸດສຸມໃນຕໍ່ໜ້າສຸມໃສ່ສ້າງການຫັນປ່ຽນຢ່າງແຂງແຮງຢູ່ພາຍໃນພັກ ຕິດພັນກັບການຜັນຂະຫຍາຍຂອງບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ, ແນ່ໃສ່ສ້າງພັກໃຫ້ປອດໃສ, ໜັກແໜ້ນແລະເຂັ້ມແຂງ ເປັນປັດໄຈຄ້ຳປະກັນພາລະກິດປ່ຽນແປງໃໝ່ໃຫ້ດຳເນີນໄປຖືກທິດ ແລະສອດຄ່ອງກັບເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ປັບປຸງ ແລະ ປະຕິບັດນະໂຍບາຍອັນຈຳເປັນເພື່ອຂຸດຄົ້ນແລະ ພັດທະນາທ່າແຮງຂອງປະເທດຊາດກໍຄືສ້າງຄວາມເຂັ້ມແຂງໃຫ້ເສດຖະກິດແຫ່ງຊາດໃນເງື່ອນໄຂການເຊື່ອມໂຍງພາກພື້ນ ແລະສາກົນ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຮ່ຳຮຽນ, ຄົ້ນຄວ້າເຊື່ອມຊຶມຕໍ່ບັນດາເນື້ອໃນເອກະສານດັ່ງກ່າວ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນດ້ວຍກັນ ແລະນຳໄປຈັດຕັ້ງ ຜັນຂະຫຍາຍຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ປາກົດຜົນເປັນຈິງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485749
ມື້ນີ້48
ມື້ວານ206
ອາທິດນີ້785
ເດືອນນີ້5054