ວັນທີ 01 ທັນວານີ້, ທ່ານ ຫງວຽນ ຮ່າຍ ບ້າງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກໄທ ເນື່ອງໂອກາດສະເຫຼີມວັນຊາດທີ່ 2 ທັນວາ ຄົບຮອບ 42 ປີ ຂອງ ສປປ ລາວ ( 2 ທັນວາ 1975 - 2 ທັນວາ 2017).
ໃນໂອກາດອັນເປັນມົງຄຸນນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ສປປ ລາວ ຍາດມາໄດ້ໃນໄລຍະ 42 ປີຜ່ານມາ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ຕີລາຄາສູງສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດຫວຽດນາມ ແລະ ລາວ ຕະຫຼອດໄລຍະຜ່ານມາ; ອວຍພອນອັນປະເສີດໃຫ້ແກ່ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະແມ່ນທ່ານເອກອັກຄະລັດຖະທູດລາວ ແລະ ພະນັກງານທັງໝົດຈົ່ງມີແຕ່ຄວາມສຸກໂຊກດີຍາດໄດ້ຜົນງານອັນໃໝ່ໃນຊຸມປີຕໍ່ໜ້າ.
ໃນໂອກາດດຽວກັນ, ທ່ານ ແສງ ສຸຂະທິວົງ ໄດ້ຕາງໜ້າໃຫ້ພະນັກທັງໝົດພາຍໃນສະຖານທູດ ກ່າວສະແດງຄວາມຂອບໃຈມາຍັງທ່ານທູດຫວຽດນາມ ແລະ ຄະນະທີ່ມາອວຍພອນແລະເຫັນໄດ້ຜົນສຳເລັດໃນການສ້າງສາພັດທະນາຂອງ ສປປ ລາວ ໃນໄລຍະ 42 ປີຜ່ານມາ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານຂອງທັງສອງປະເທດຈົ່ງນັບມືນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ.