ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ

 

fm visit Australia1

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ນາງ ຈູລີ ບີຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ດໍາເນີນການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 26-28 ພະຈິກ 2017, ເຊິ່ງເປັນການຢ້ຽມຢາມຄັ້ງທໍາອິດ ນັບຕັ້ງແຕ່ທ່ານດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕາລີ ທີ່ມີປະສິດທິພາບສູງມາແລ້ວນັ້ນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ. ການຢ້ຽມຢາມຂອງຄະນະຜູ້ແທນ ສປປ ລາວ ຄັ້ງນີ້ ແມ່ນຖືກກັບໂອກາດສະເຫລີມສະຫລອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ.

ໃນການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ຄະນະຜູ້ແທນສອງຝ່າຍ, ຊຶ່ງນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ຈູລີ ບີຊອບ, ຈັດຂຶ້ນໃນວັນທີ 27 ພະຈິກ 2017, ທີ່ ລັດຖະສະພາ ອົດສະຕຣາລີ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບສູງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ຈົນເຖິງປັດຈະບັນ. ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງຈັດເປັນອັນດັບທີ 3 ຂອງການຊ່ວຍເຫຼືອ ODA ໃນ ສປປ ລາວ, ໂດຍໄດ້ສຸມໃສ່ຂະແໜງການຕ່າງໆ ເປັນຕົ້ນ ໂຄງການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊົນນະບົດ ແລະ ພື້ນຖານໂຄງລ່າງ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນປີ 2020. ສອງຝ່າຍ ໄດ້ຊົມເຊີຍຕໍ່ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ທັງສອງຝ່າຍຈະສືບຕໍ່ໃຫ້ການສະໜັບສະໜູນ ຊຶ່ງກັນແລະກັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືກັນໃຫ້ສູງຂຶ້ນໃນອະນາຄົດ; ພ້ອມນີ້, ກໍໄດ້ເຫັນດີຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນໃນທຸກລະດັບ ໃຫ້ນັບມື້ຫຼາຍຂຶ້ນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕາງໜ້າໃຫ້ ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ; ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະບານ ອົດສະຕຣາລີ ສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ, ໂດຍສະເພາະ ໃນການພັດທະນາຊັບພະຍາກອນມະນຸດ ກໍຄືການໃຫ້ທຶນສຶກສາ ແລະ ຝຶກອົບຮົມ ໄລຍະສັ້ນ-ຍາວ ໃນຂະແໜງການຕ່າງໆ ແລະ ການຝຶກອົບຮົມນາຍແປພາສາສໍາລັບພະນັກງານການທູດລາວ; ແລະ ຖືໂອກາດດັ່ງກ່າວ ແຈ້ງໃຫ້ຝ່າຍ ອົດສະຕຣາລີ ຊາບວ່າ ສປປ ລາວ ໄດ້ເປີດປີທ່ອງທ່ຽວ ປີ 2018 ຢ່າງເປັນທາງການ ໃນທ້າຍເດືອນຕຸລາ 2017 ຜ່ານມາ, ພ້ອມທັງໄດ້ເຊື້ອເຊີນ ປະຊາຊົນ ອົດສະຕຣາລີ ໃຫ້ເຂົ້າມາທ່ຽວທ່ອງ ສປປ ລາວ ຫຼາຍຂຶ້ນ.

ສ່ວນ ທ່ານ ນາງ ຈູລີ ບີຊອບ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆປາກົດຜົນເປັນຈິງ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດຢ້ຽມຢາມ ອົດສະຕຣາລີ ຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ທ່ານ ນາງ ຄອນເຊັດຕາ ເຟຍຣາວັນຕີ-ແວລ Concetta Fierravanti-Wells, ສະມາຊິກສະພາສູງ, ລັດຖະມົນຕີເພື່ອພັດທະນາສາກົນ ແລະ ປາຊິຟິກ, ຊຶ່ງທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ພັດທະນາການຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ໃຫ້ສູງຂຶ້ນໃນອະນາຄົດ; ໄດ້ພົບປະກັບນັກທຸລະກິດຊັ້ນນໍາຂອງອົດສະຕາລີຈໍານວນຫນຶ່ງທີ່ເຮັດທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ເພື່ອປຶກສາຫາລື ການເສີມສະຫຍາຍການຮ່ວມມືໃຫ້ນັບມື້ນັບມີຫມາກຜົນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດນໍາກັນ, ຢ້ຽມຢາມ ມະຫາວິທະຍາໄລ ໂມຮາສ (Mohash) ແລະ ໃຫ້ກຽດຕ້ອນຮັບ ທ່ານ ສາດສະດາຈານ ມຣກາເຣັດ ກາດເນີ (Margaret Gardner), ອະທິການບໍດີມະຫາ ວິທະຍາໄລ ໂມຮາສ; ແລະ ໃຫ້ກຽດໂອ້ລົມນັກສຶກສາລາວທີ່ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລດັ່ງກ່າວ. ນອກນັ້ນ, ທ່ານລັດຖະມົນຕີ ແລະ ຄະນະຍັງໄດ້ຢ້ຽມຢາມສະຖານທີ່ຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ຈະຈັດຂຶ້ນຢູ່ ຊິດນີ້, ອົດສະຕຣາລີ, ໃນເດືອນມີນາ 2018.

ອົດສະຕຣາລີ ເປັນປະເທດທີ່ມີສາຍພົວພັນທີ່ຍາວນານກັບລາວ ແລະ ມີອະນາຄົດອັນສົດໃສໃນການຮ່ວມມືກັນໃນຫຼາຍດ້ານໃນຕໍ່ຫນ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480307
ມື້ນີ້137
ມື້ວານ157
ອາທິດນີ້705
ເດືອນນີ້6538