ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ລັດຖະມົນຕີກະຊວງຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທຳຂອງ ລຸກຊຳບວກ

 

Luxamberg1 Luxamberg3

 

ໃນ​ວັນ​ທີ 15 ພະຈິກ 2017, ຢູ່ ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີ​​ກະຊວງການຕ່າງປະເທດ ​ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າ​ຢ້ຽມ​ພົບປະຂອງ ທ່ານ ໂຣແມນ ສະນາຍເດີ (Romain Schneider), ລັດຖະມົນຕີກະຊວງຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທຳຂອງ ລຸກຊຳບວກ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 14-15 ພະຈິກ 2017.

ໃນ​ໂອ​ກາດ​ນີ້, ທ່ານລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະຜູ້​ແທນຢ່າງອົບ​ອຸ່ນ ແລະ ຕີ​ລາ​ຄາ​ສູງ​ຕໍ່ການ​ພົ​ວ​ພັນ​ຮ່ວມ​ມືສອງ​ຝ່າຍໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດລາວ ແລະ ລຸກຊຳບວກຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ທັງຍັງໄດ້ຖືໂອກາດນີ້ ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ສູງ​ຕໍ່​​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ອັນລໍ້າຄ່າຂອງ​ ລັດ​ຖະ​ບານລຸກຊຳບວກ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສ​ປ​ປ​ ລາວ ໃນ​ໄລ​ຍະຜ່ານ​ມາ, ຊຶ່ງ​ເປັນການ​ປະ​ກອບ​ສ່ວນ​ອັນ​ສຳຄັນທີ່ສອດຄ່ອງກັບແຜນບູລິມະສິດ ແລະ ນະໂຍບາຍຂອງລັດຖະບານ, ໂດຍສະເພາະແມ່ນແຜນການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ​ ເພື່ອນຳ​ເອົາ​ປະ​ເທດຊາດ ​ອອກ​ຈາ​ກຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ​ເທື່ອ​ລະ​ກ້າວ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຫຼັງສອງຝ່າຍ ລາວ-ລຸກຊໍາບວກ ຍັງປຶກ​ສາ​ຫາ​ລືແລກປ່ຽນຄຳຄິດຄຳເຫັນ ກ່ຽວ​ກັບ ທິດ​ທາງໃນ​ການ​ສືບ​ຕໍ່ເສີມຂະຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ, ເພື່ອແນໃສ່ການເສີມຂະຫຍາການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ລຸກຊຳບວກ ໃຫ້ນັບມື້ດີຂຶ້ນເລື້ອຍໆ, ໄດ້ມີການເຊັນສັນຍາເພີ່ມການຊ່ວຍເຫຼືອຂອງລຸກຊຳບວກໃຫ້ແກ່ ສປປ ລາວ ເປັນມູນຄ່າ 75 ລ້ານເອີໂຣ, ຊື່ງ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ຂົງ​ເຂດສາ​ທາ​ລະ​ນະ​ສຸກ, ການ​ພັດ​ທະ​ນາ​ທ້ອງ​ຖິ່ນ, ການ​ຝຶກ​ອົບ​ຮົມ​ດ້ານ​ການ​ທ່ອງ​ທ່ຽວ, ການ​ປົກ​ຄອງ ແລະ ທຶນ​ສຳ​ລັບ​ການ​ສຶກ​ສາສຳລັບໄລຍະ 2016 -2020.

ສປປ ລາວ ແລະ ລຸກຊຳບວກ ໄດ້ເຊັນສັນຍາສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 25 ກັນຍາ 1997 ແລະ ນັບແຕ່ປີ 2001 ເປັນຕົ້ນມາລຸກຊຳບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃນການຊ່ວຍເຫຼືອ ເພື່ອການພັດທະນາ ແລະ ​ທັງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​​ແຜ​ນງານ​ການ​ຮ່ວມ​ມື​ ລະຫວ່າງ​ ສອງ​ລັດຖະບານ, ນັບແຕ່ນັ້ນມາ ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ຂະຫຍາຍຕົວໃນລະດັບດີ, ຊຶ່ງຕົວເລກການຊ່ວຍເຫຼືອເພີ້ມຂຶ້ນແຕ່ລະປີ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480246
ມື້ນີ້76
ມື້ວານ157
ອາທິດນີ້644
ເດືອນນີ້6477