ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສະຫະອາຣັບ ເອມິເຣດ ເພີ່ມທະວີການຮ່ວມມືສອງຝ່າຍ

 

ArabP1 ArabP2 ArabP3

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ເຊັກຄ໌ ອັບດູນລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ (Sheikh Abdullah bin Zayed bin Sultan Al Nahyan), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະອາຣັບ ເອມີເຣດ, ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ໃນວັນທີ 16 ພະຈິກ 2017, ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດຂອງຄະນະຜູ້ແທນລະດັບສູງ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະອາຣັບ ເອມີເຣດ ໃຫ້ມີບາດກ້າວອັນໃໝ່.

ການພົບປະຢ່າງເປັນທາງການ ລະຫວ່າງ ຄະນະຜູ້ແທນຂອງທັງສອງຝ່າຍ, ຊຶ່ງນໍາໂດຍ ທ່ານ ສະເຫຼີມໄຊ    ກົມມະສິດ ແລະ ທ່ານ ເຊັກຄ໌ ອັບດູນລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ. ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບຕັ້ງແຕ່ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 15 ຕຸລາ 1996 ຈົນເຖິງປັດຈຸບັນ. ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງ ສະຫະອາຣັບ ເອມີເຣດ ຢູ່ ສປປ ລາວ ຄັ້ງນີ້ ເປັນນິມິດໝາຍອັນດີໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ, ພ້ອມທັງໃຫ້ການສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ຮ່ວມກັນລົງນາມສັນຍາ ວ່າດ້ວຍ ການຂົນສົ່ງທາງອາກາດ ໃນວັນທີ 25 ເມສາ 2013 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 7 ມີນາ 2016 ເປັນຕົ້ນມາ, ຊຶ່ງສັນຍາດັ່ງກ່າວ ຈະເປັນຂົວຕໍ່ໃຫ້ແກ່ການອຳນວຍຄວາມສະດວກໃນການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໃຫ້ນັບມື້ຫຼາຍຂຶ້ນໃນອະນາຄົດ. ພ້ອມກັນນີ້, ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນທຸກລະດັບໃຫ້ຫຼາຍຂຶ້ນ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ, ໂດຍສະເພາະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານໄຟຟ້າ, ນ້ຳມັນເຊື້ອໄຟ, ແກສ໊, ກະສິກຳ, ການຂົນສົ່ງ, ການສຶກສາ ແລະ ການທ່ອງທ່ຽວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຢ້ຽມຢາມທາງການ ສປປ ລາວ ຂອງ ທ່ານລັດຖະມົນຕີ ເຊັກຄ໌ ອັບດູນລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນແລະ ຄະນະໃນຄັ້ງນີ້, ສະແດງຄວາມຊົມເຊີຍທີ່ ສະຫະອາຣັບ ເອມີເຣດ ໄດ້ຮັບກຽດເປັນເຈົ້າພາບຈັດງານວາງສະແດງໂລກ (World Expo 2020) ແລະ ຊົມເຊີຍທີ່ທັງສອງຝ່າຍ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ທັງສອງຝ່າຍຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນໃນອະນາຄົດ. ພ້ອມກັນນີ້, ກໍ່ໄດ້ສະເໜີໃຫ້ລັດຖະບານ ສະຫະອາຣັບ ເອມີເຣດ ພິຈາລະນາໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການສ້າງຊັບພະຍາກອນມະນຸດ ກໍ່ຄືໃຫ້ທຶນການສຶກສາ ແລະ ຝຶກອົບຮົມໄລຍະສັ້ນ-ຍາວ ໃນຂະແໜງການຕ່າງໆ ທີ່ຝ່າຍ ສະຫະອາຣັບ ເອມີເຣດ ມີຄວາມຊຳນິຊຳນານ ເປັນຕົ້ນແມ່ນການພັດທະນາທາງດ້ານ ພື້ນຖານໂຄງລ່າງ, ພະລັງງານ, ໂຄງການເກັບຮັກສານ້ຳມັນ ແລະ ອາຍແກສ໌, ການຝຶກອົບຮົມພາສາອາຣັບ ໃຫ້ແກ່ພະນັກງານການທູດຂອງລາວ, ສະໜັບສະໜູນຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະ ຊຸກຍູ້ໃຫ້ນັກທ່ອງທ່ຽວ ສະຫະອາຣັບ ເອມິເຣດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະປີ 2018 ນີ້ ເປັນປີທ່ອງທ່ຽວລາວ.

ທ່ານລັດຖະມົນຕີ ເຊັກຄ໌ ອັບດູນລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆປະກົດຜົນເປັນຈິງ. ພ້ອມດຽວກັນນີ້, ກໍ່ສະແດງຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສະໜັບສະໜູນ ສະຫະອາຣັບ ເອມີເຣດ ໃນຂອບການຮ່ວມມືແຫ່ງອາຊີ (ACD) ແລະ ການຮ່ວມມືໃນຂອບອົງການສະຫະປະຊາຊາດໃນໄລຍະຜ່ານມາ.

ພາຍຫຼັງສຳເລັດການພົບປະ, ລັດຖະມົນຕີຕ່າງປະເທດທັງສອງທ່ານ ກໍ່ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫະອາຣັບ ເອມີເຣດ ວ່າດ້ວຍ ການປຶກສາຫາລື ແລະ ການຮ່ວມມືຮ່ວມກັນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484303
ມື້ນີ້7
ມື້ວານ273
ອາທິດນີ້741
ເດືອນນີ້3608