ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຈີນ ວາງສີລາລືກໂຄງການກໍ່ສ້າງໂຮງໝໍມະໂຫສົດ 600 ຕຽງ

mahosot 

ໃນໂອກາດຢ້ຽມຢາມ ລັດຖະກິດ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີ ຈິ້ນຜິງ, ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017, ພິທີ​ວາງ​ສີ​ລາ​ລືກ​ໂຄງການ​ກໍ່ສ້າງ​ອາຄານ​ໂຮງໝໍ​ມະ​ໂຫສົດ​ຫລັງ​ໃໝ່ ຂະ​ໜາດ 600 ຕຽງ ​ໄດ້​ຈັດ​ຂຶ້ນທີ່​ໂຮງໝໍ​ມະ​ໂຫສົດ, ນະຄອນຫລວງ​ວຽງ​ຈັນ, ​ ​ໂດຍ​ການ​​ເປັນກຽດ​ເຂົ້າຮ່ວມຂອງ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ສະຫາຍ ສີ​ ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ ​ແລະ ມີການນໍາຂັ້ນສູງພັກ, ລັດ ຂອງ ສປ ຈີນ ແລະ ລາວ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    ໃນພິທີ​ດັ່ງກ່າວ, ສະຫາຍ ຈົງຊານ, ລັດຖະມົນຕີກະຊວງ​ການ​ຄ້າ ​ສປ ຈີນ ​ແລະ ສະຫາຍ ບຸນ​ກອງ ສີ​ຫາ​ວົງ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ສປປ ລາວ, ໄດ້​ຜັດປ່ຽນ​ກັນ​ຂຶ້ນລາຍ​ງານ​​ ກ່ຽວກັບ ​​ໂຄງການ​ດັ່ງກ່າວ. ຫລັງ​ຈາກ​ນັ້ນ, ສະຫາຍ​ເລຂາທິການ​ໃຫຍ່, ປະທານປະເທດ ບຸນ​ຍັງ ວໍລະ​ຈິດ ​ແລະ ສະຫາຍ​​ເລຂາທິການ​​ໃຫຍ່, ປະທານປະເທດ ສີ ຈິ້ນຜິ​ງ ​ກໍ​ໄດ້ໃຫ້ກຽດ​ຂືຶ້ນຮ່ວມ​ກັນ​ຕັດ​ແຖບ​ຜ້າ ​ວາງ​ສີ​ລາ​ລືກ​ໂຄງການ​ຢ່າງ​ເປັນ​ການ.

    ​ໂຄງການ​ກໍ່ສ້າງ​ຕຶກ​ອາຄານ​ໂຮງໝໍ​ຫລັງ​ໃໝ່​ນີ້ ​ແມ່ນໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ລ້າຈາກ ສປ ຈີນ ​ໃນ​ມູນ​ຄ່າ​ການ​ກໍ່​ສ້າງ ປະມານ 646.800.000 ຢວນ ອີງຕາມການອອກແບບກໍ່ສ້າງໂຮງຫມໍດັ່ງກ່າວ ຈະມີເນື້ອທີ່ດິນ 31.000 m2, ເນື້້ອທີ່ການກໍ່ສ້າງຕຶກມີ 54.000 m2, ຕຶກໃຫຍ່ມີ 8 ຊັ້ນ ແລະ ປະກອບດ້ວຍຕຶກອື່ນໆຈໍານວນນຶ່ງ. ຖືວ່ານີ້ເປັນການຊ່ວຍເຫລືອຂອງຈີນໃນການສ້າງໂຮງຫມໍຢູ່ຕ່າງປະເທດທີ່ມີເນື້ອທີ່ໂຄງການກໍ່ສ້າງຕຶກຂະຫນາດໃຫຍ່ທີ່ສຸດ, ຈໍານວນຕຽງຫລາຍທີ່ສຸດ ແລະ ງົບປະມານການລົງທຶນຫລາຍທີ່ສຸດ ຄາດ​ຄະ​ເນ​ຈະ​ລົງມື​ການ​ກໍ່ສ້າງ​ກ່ອນ​ເດືອນ ຕຸລາ 2018, ຈະສຳ​ເລັດ​ການ​ກໍ່ສ້າງ ​ແລະ ຕິດຕັ້ງອຸປະກອນ​ຕ່າງໆ ພາຍ​ໃນ 36 ​ເດືອນ;​ ​​ອາຄານບໍລິການ​ການ​ແພດດັ່ງກ່າວ ຈະ​ສາມາດ​ບັນຈຸ​ຕຽງ​ນອນ​ຄົນ​ເຈັບ​ໄດ້​ເຖິງ 600 ຕຽງ, ​​​ຊຶ່ງ​ຈະ​ປະກອບ​ມີ: ພາກສ່ວນ​ສຸກ​ເສີນ, ພາກ​ສ່ວນ​ກວດ​ເຂດ​ນອກ, ພາກສ່ວນຫ້ອງ​ນອນ​ຄົນ​ເຈັບ, ຫ້ອງ​ປະຕິບັດ​ການ​ຝ່າຍ​ການ​ແພດ, ລວມທັງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ​ແລະ ຕຶກ​ອາຄານ​ບໍລິຫານ; ຈະສະໜອງ​ຕິດຕັ້ງອຸປະກອນ​ການ​ແພດ​ທີ່​ທັນ​ສະ​ໄໝ ​ແລະ ອຸປະກອນ​ຮັບ​ໃຊ້ ​ແລະ ມີ​ການ​ຝຶກ​ອົບຮົມ​ພະນັກງານ​ໃນ​ການ​ນຳ​ໃຊ້ ​ແລະ ບູລະນະ​ຮັກສາ ​ເປັນຕົ້ນ. ​ຄາດ​ວ່າ ໂຄງການຊ່ວຍ​ເຫລືອ​ດັ່ງກ່າວ ຈະ​ຍົກ​ລະດັບ​ຄຸນ​ນະພາ​ບການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ໃຫ້​ດີ​ຂື້ນ, ​ໂດຽສະ​ເພາະ​ວຽກ​ງານ​ການ​ປິ່ນປົວ, ການ​ສົ່ງ​ເສີມ​ສຸຂະພາບ, ການ​ກໍ່ສ້າງ​ບຸກຄະລາ​ກອນ ​ແລະ ຄົ້ນຄວ້າ​ວິທະຍາສາດ​ດ້ານ​ການ​​ແພດ, ​ໂດຽຈະ​ນຳ​ໃຊ້​ລະບົບ IT ​ເຂົ້າຊ່ວຍ​ໃນ​ການ​ບໍລິການ​ວຽກ​ງານ​ປິ່ນປົວ ​ແລະ ການ​ຄຸ້ມ​ຄອງ​ບໍລິການ​ອື່ນໆ ​ໃຫ້​ວ່ອງ​ໄວ ສະດວກ ​ແລະ ທັນ​ສະ​ໄໝຂຶ້ນ. ​ໃນ​ໄລຍະ​ການ​ປະຕິບັດ​ໂຄງການ​ດັ່ງກ່າວ​ນີ້ ​ໂຮງໝໍ​ມະ​ໂຫສົດ ຈະ​ສືບ​ຕໍ່ໃຫ້ການບໍລິການແກ່ປະຊາຊົນ​ບາງ​ພາກສ່ວນ​ຂະ​ແໜງ​ການ​ທີ່​ຈຳ​ເປັນ.

    ພາຍຫລັງ​ສຳ​ເລັດ​ພິທີ​ວາງ​ສີ​ລາ​ລືກ​, ສະຫາຍ ​ບຸນ​ຍັງ ວໍລະ​ຈິດ ​ແລະ ສະຫາຍ ສີ ຈິ້ນຜິ​ງ ​ພ້ອມ​ດ້ວຍຄະນະ​ຜູ້​ແທນທັງສອງ​ຝ່າຍ ກໍ​ໄດ້​​ເຂົ້າ​ໄປຢ້ຽມຢາມ​​ຄະນະ​ຊ່ຽວຊານ​ແພດ​ຈາກ ສປ ຈີນ ​ແລະ ຢ້ຽມຢາມ​ຄົນ​ເຈັບ​ທີ່​ຜ່າຕັດ​ຕາ​ຂຸ້ນ ຊຶ່ງໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຜ່າຕັດ​ໂດຍຄະນະ​​ແພດ​ດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485751
ມື້ນີ້50
ມື້ວານ206
ອາທິດນີ້787
ເດືອນນີ້5056