ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດ ແຫ່ງລັດ ກາຕາ ຄົນໃໝ່ ປະຈໍາ ສປປ ລາວ

hup em Qatar

ໃນວັນທີ 08 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ(Sheikh Jassim Bin Abdulrahman Al Thani), ເອກອັກຄະຣາຊະທູດ ແຫ່ງລັດ ກາຕາ ປະຈຳ ສປປ ລາວ ຄົນໃໝ່, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ບາງກອກ, ປະເທດໄທ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງລັດ ກາຕາ ຄົນໃໝ່ ປະຈໍາ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມື, ການສະໜັບສະໜູຸນຊຶ່ງກັນ ແລະກັນ ໃນເວທີພາກພື້ນແລະ ສາກົນລະຫວ່າງ ລາວ-ກາຕາ ໃນໄລຍະຜ່ານມາ ກໍຄືນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 03 ກຸມພາ 2005 ເປັນຕົ້ນມາຊຶ່ງເປັນການປະກອບສ່ວນເຮັໃຫ້ວຽກງານ​​ການທູດແລະ ການເມືອງຂອງທັງສອງປະເທດໄດ້ຮັບການຂະຫຍາຍຕົວຫຍິ່ງຂຶ້ນ. ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຢືນຢັນວ່າຈະປະກອບສ່ວນທຸກຄວາມສາມາດຂອງຕົນ ໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ໃຫ້ມີຜົນສຳເລັດຢ່າງຈົບງາມ.

ນອກຈາກນີ້, ທັງສອງຝ່າຍກໍ່ໄດ້ປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃຫ້ມີບາດກ້າວອັນໃໝ່, ຊຶ່ງການຢ້ຽມຢາມສປປລາວຂອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດແຫ່ງລັດ ກາຕາ ໃນເດືອນກຸມພາ 2015 ໄດ້ເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ. ໂດຍສືບຕໍ່ຜັນຂະຫຍາຍຜົນຂອງການຢ້ຽມຢາມດັ່ງກ່າວ, ທັງສອງຝ່າຍໄດ້ສຳເລັດການລົງນາມສັນຍາວ່າດ້ວຍການຂົນສົ່ງທາງອາກາດ (Air Service Agreement) ໃນວັນທີ 22 ພຶດສະພາ 2017 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 30 ຕຸລາ 2017 ເປັນຕົ້ນໄປ. ນອກຈາກນັ້ນ, ຝ່າຍລາວກໍໄດ້ສົ່ງບັນຊີໂຄງການບູລິມະສິດ 4 ໂຄງການເພື່ອສະເໜີການສະໜັບສະໜູນຈາກລັດຖະບານກາຕາ. ໃນໄລຍະຜ່ານມາລັດຖະບານກາຕາໄດ້ໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ໂດຍສົມທົບກັບລັດຖະບານສິງກະໂປ ໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານລັດຖະກອນຂອງລາວ ຢູ່ປະເທດສິງກະໂປ, ຊຶ່ງໃນຕໍ່ໜ້າສະເໜີໃຫ້ມີການຮ່ວມມືແບບສອງຝ່າຍ ໃນການຈັດຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ນັກການທູດໜຸ່ມນ້ອຍຂອງ ສປປ ລາວ, ໂດຍການຮ່ວມມືກັບສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ທັງສອງຝ່າຍຍັງເຫັນດີທີ່ຈະສືບຕໍ່ປຶກສາຫາລື ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ ກໍຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ຕື່ມອີກ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດຕະຫລອດໄລຍະໃນການປະຕິບັດໜ້າທີ່ການທູດຂອງຕົນຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484534
ມື້ນີ້50
ມື້ວານ188
ອາທິດນີ້972
ເດືອນນີ້3839