ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງຂ່າວ ປະທານປະເທດ ແຫ່ງ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນຳເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ

President of Laos

 

 

  ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນຳເສດຖະກິດ ຂອບການຮ່ວມມືດ້ານເສດຖະກິດຂອງພາກພື້ນ ອາຊີ-ປາຊີຟິກ ຫລື ອາເປັກ ແລະ ຜູ້ນຳອາຊຽນ ພາຍໃຕ້ຫົວຂໍ້ ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ(Partnering for New Dynamism for a Comprehensively Connected and Integrated Asia-Pacific), ຊຶ່ງຈະຈັດຂຶ້ນໃນ​ວັນ​ທີ 10-11 ພະຈິກ 2017, ທີ່ ດານັງ, ສສ. ຫວຽດນາມ.

  ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດ ໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງເສດຖະກິດຂອງພາກພື້ນ ໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນໃຫ້ມີການປັບປຸງສາຍພົວພັນ ແລະ ການຮ່ວມມືຫລາຍລະດັບ ຢູ່ໃນພາກພື້ນ, ໂດຍຈະມີຜູ້ນຳຈາກສະມາຊິກອາເປັກ ເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ, ສປປ ລາວ, ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມ ເພື່ອເພີ່ມທະວີການຮ່ວມມື ລະຫວ່າງ ປະເທດສະມາຊິກອາເປັກ ແລະ ອາຊຽນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480383
ມື້ນີ້41
ມື້ວານ172
ອາທິດນີ້781
ເດືອນນີ້6614