ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ນັກຂ່າວ ແຂວງຫູນານ

 

Hunan

 

ໃນວັນທີ 7 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ສຳພາດຕໍ່ນັກຂ່າວ ແຂວງຫູນານ ຂອງ ສປ. ຈີນ, ຊຶ່ງໄດ້ຕັ້ງຄຳຖາມ ກ່ຽວກັບ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຫູນານ, ສປ. ຈີນ ໃນປັດຈຸບັນ ແລະ ອະນາຄົດ, ຄວາມສຳຄັນຂອງການສ້າງຕັ້ງສະຖານກົງສຸນໃຫຍ່ ຂອງ ສປປ ລາວ ທີ່ ນະຄອນຊາງຊາ, ແຂວງຫູນານ, ສປ. ຈີນ; ແລະ ການຊຸກຍູ້ສົ່ງເສີມການຮ່ວມມືພາຍໃຕ້ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ.

ໃນໂອກາດຕອບການສຳພາດຂອງນັກຂ່າວ ແຂວງຫູນານຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວເຖິງສະພາບລວມຂອງການພົວພັນຮ່ວມມືແບບຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ. ຈີນ ທີ່ນັບມື້ນັບຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຫູນານ, ຊຶ່ງເປັນແຂວງທີ່ມີທ່າແຮງຫຼາຍດ້ານທາງດ້ານເສດຖະກິດ ແລະ ມີນັກລົງທຶນ, ນັກທຸລະກິດ ຫຼາຍກວ່າແຂວງອື່ນໆຂອງ ສປ. ຈີນ ທີ່ມາລົງທຶນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ. ສະນັ້ນ, ຈຶ່ງເຫັນວ່າມີຄວາມຈຳເປັນໃນການສ້າງຕັ້ງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນຊາງຊາ, ແຂວງຫູນານ ຂອງ ສປ. ຈີນ, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃກ້ຊິດກັບ ແຂວງຫູນານ, ທັງເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ຂອງນັກລົງທຶນ, ນັກທຸລະກິດ ແລະ ສົ່ງເສີມການໄປມາຫາສູ່ ກໍຄືການທ່ອງທ່ຽວຂອງປະຊາຊົນລາວ-ຈີນ ແລະ ແນໃສ່ເພີ່ມການຮ່ວມມືຢ່າງໃກ້ຊິດກັບແຂວງຫູນານ, ຊຸກຍູ້, ຂົນຂວາຍ, ດຶງດູດການລົງທຶນ ຈາກນັກທຸລະກິດຂອງ ແຂວງຫູນານ ແລະ ບັນດາແຂວງພາກກາງ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ຄາດວ່າການເປີດສະຖານກົງສຸນໃຫຍ່ດັ່ງກ່າວ ຈະຈັດຂຶ້ນໃນທ້າຍປີ 2017 ນີ້. ນອກຈາກນັ້ນ, ສປປ ລາວ ແລະ ແຂວງຫູນານ ກໍມີແຜນການທີ່ຈະເພີ່ມຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ-ນະຄອນຊາງຊາ ທີ່ມີຢູ່ແລ້ວ 2 ຖ້ຽວຕໍ່ອາທິດນັ້ນຂຶ້ນຕື່ມອີກ.

ນອກຈາກນັ້ນ, ທ່ານລັດຖະມົນຕີ ຍັງຊີ້ໃຫ້ເຫັນຄວາມສຳຄັນຂອງນະໂຍບາຍໜຶ່ງແລວທາງ-ໜຶ່ງເສັ້ນທາງ ຂອງ ສປ. ຈີນ ຕໍ່ ສປປ ລາວ ວ່າ: “ນະໂຍບາຍດັ່ງກ່າວ ເປັນແນວທາງທີ່ສອດຄ່ອງກັບແນວທາງນະໂຍບາຍຂອງ ສປປ ລາວ ທີ່ຈະຫັນເອົາ ສປປ ລາວ ທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດຂອງພາກພື້ນ ແລະ ສາກົນ”, ຊຶ່ງຈະເປັນການເປີດໂອກາດໃຫ້ ສປປ ລາວ ສາມາດປັບປຸງພື້ນຖານໂຄງລ່າງຂອງຕົນ ໂດຍນຳໃຊ້ເປັນທ່າແຮງ ໃນການດຶງດູດການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແລະ ທ່ານໄດ້ຍົກໃຫ້ເຫັນບາງນະໂຍບາຍພິເສດຂອງ ສປປ ລາວ ຕໍ່ນັກລົງທຶນຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນໃນລາວ ອີກດ້ວຍ.

ແຂວງຫູນານ ເປັນແຂວງໜຶ່ງທີ່ສຳຄັນຂອງ ສປ. ຈີນ ທີ່ມີການພັດທະນາຢ່າງວ່ອງໄວ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນຂະແຫນງອຸດສາຫະກຳກົນຈັກ, ພ້ອມທັງເປັນບ້ານເກີດເມືອງນອນຂອງ ປະທານ ເໝົາເຈີຕຸງ, ນັກປະຕິວັດຜູ້ຍິ່ງໃຫຍ່ ຜູ້ກໍ່ສ້າງ ສປ. ຈີນ ແລະ ເປັນຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນຈີນທົ່ວປະເທດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484630
ມື້ນີ້146
ມື້ວານ188
ອາທິດນີ້1068
ເດືອນນີ້3935