ໃນວັນທີ 01 ກັນຍາ 2017, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ພົບປະກັນ ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບທິດທາງການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ.
ໃນການພົບປະຄັ້ງນີ້ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ບົນພື້ນຖານສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສອງລັດຖະບານ ແລະ ການພົວພັນສ່ວນຕົວໃກ້ຊິດ ລະຫວ່າງສອງນາຍົກ ລາວ ແລະ ກຳປູເຈຍ, ໂດຍທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ ກ່ຽວກັບທິດທາງໃນການແກ້ໄຂຈຸດຄົງຄ້າງຊາຍແດນລະຫວ່າງສອງປະເທດຕາມ 4 ຈຸດໃຫຍ່ດັ່ງນີ້:
ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືເປັນເອກະພາບກັນ ວ່າຈະປົກປັກຮັກສາຄວາມສະຫງົບ ບໍ່ໃຫ້ມີຄວາມເຄັ່ງຕຶງໃນເຂດຊາຍແດນທີ່ບໍ່ທັນໄດ້ຕົກລົງກັນ ຊຶ່ງເປັນການຕົກລົງທີ່ມີຄວາມສໍາຄັນທີ່ສຸດ, ພ້ອມທັງເຊື່ອຫມັ້ນວ່າ ເສັ້ນຊາຍແດນຈະໄດ້ຮັບການສືບຕໍ່ແກ້ໄຂໃຫ້ສຳເລັດສົມບູນ ເພື່ອໃຫ້ເປັນມໍລະດົກຕົກທອດໃຫ້ລູກຫລານ ບົນພື້ນຖານນໍ້າໃຈມິດຕະພາບທີ່ມີມູນເຊື້ອ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງຕໍ່ໄປ.