ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 8 ທີ່ ບູຊານ, ສ.ເກົາຫລີ

fealac 1

fealac 2 fealac 3

    ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີການຮ່ວມ ມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ແລະ ໄດ້ຮັບກຽດ​ເປັນປະທານ ຮ່ວມກັບ ສ.ເກົາຫລີ ດໍາເນີນ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 7 ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2017 ທີ່​ ບູຊານ, ສ.ເກົາຫລີ.

​ກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2017 ພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ນາງ ຄັງ ຄຽງ-ວາ, ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ ແລະ ທ່ານ ກາໂລສ ຣາອູນ ໂມຣາເລສ, ລັດຖະມົນຕີຕ່າງປະເທດ ກົວເຕມາລາ ແລະ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກ ຟີແລັກ ທັງໝົດ 36 ປະເທດເຂົ້າຮ່ວມ ຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຮ່ວມມືລະຫວ່າງ 2 ທະວີບ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ທ່າມກາງຄວາມທ້າທາຍຕ່າງໆໃນໂລກ ທີ່ມີການປ່ຽນແປງຢ່າງໄວວາ. ກອງປະຊຸມຄັ້ງນີ້ໄດ້ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການ ປູຊານ, ຊຶ່ງໃນນັ້ນກວມເອົາແຜນການປະຕິບັດງານ FEALAC ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2017-2021 ແລະ ການສ້າງຕັ້ງກອງທຶນ FEALAC.

ໃນໂອກາດດຽວກັນນີ້, ໄດ້ມີການມອບຮັບໜ້າທີ່ປະເທດຜູ້ປະສານງານຝ່າຍ ອາຊີຕາເວັນອອກ ລະຫວ່າງ ສ.​ເກົາຫຼີ ປະເທດຜູ້ປະສານງານເກົ່າ ແລະ ສປປ ລາວ ເປັນປະເທດຜູ້ປະສານງານໃໝ່ ສຳລັບສົກປີ 2017-2019 ຊຶ່ງໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າ ທີ່ອາວຸໂສ FEALAC ຢູ່ ນະຄອນຫຼວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີ ຟີແລັກ ຄັ້້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນ ອາເມລິກາ-ລາຕິນ..

ໂອກາດດັ່ງກ່າວນີ້,​ ຍັງໄດ້ຈັດໃຫ້ມີກອງປະຊຸມປີ່ນອ້ອມຂອງ 4 ໜ່ວຍງານຍ່ອຍຄື: 1.) ກອງປະຊຸມໜ່ວຍງານວິຊາການດ້ານສັງຄົມ,​ ການເມືອງ ແລະ ການພັດທະນາແບບຍືນຍົງ; 2.) ກອງປະຊຸມໜ່ວຍງານວິຊາການດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວິສາຫະກິດຈຸລະພາກ ຂະໜາດນ້ອຍ ແລະ ຂະໜາດກາງ; 3.) ກອງປະຊຸມໜ່ວຍງານວິຊາການດ້ານ ວັດທະນະທຳ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ ແລະ 4.) ກອງປະຊຸມໜ່ວຍງານວິຊາການດ້ານວິທະຍາສາດ,​ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ​ ຊຶ່ງ 4 ໜ່ວຍງານດັ່ງກ່າວຖືວ່າ ເປັນກົນໄກການຮ່ວມມືທີ່ສຳຄັນ ຂອງຂອບ ການຮ່ວມມື FEALAC.

ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນໃນປີ 1999, ມາເຖິງປະຈຸບັນມີສະມາຊິກທົງໝົດ 36 ປະເທດ ໃນນັ້ນ, ຝ່າຍອາຊີຕາເວັນອອກ ມີ 16 ປະເທດ ແລະ ອາເມລິກາລາຕີນ 20 ປະເທດ. ສປປ ລາວ ເປັນໜື່ງໃນປະເທດ ຮ່ວມກໍ່ຕັ້ງຂອບການຮ່ວມມືດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485767
ມື້ນີ້66
ມື້ວານ206
ອາທິດນີ້803
ເດືອນນີ້5072