ໃນວັນທີ 18 ສິງຫາ 2017 ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຈັດງານແຂ່ງຂັນກິລາບານເຕະມິດຕະພາບ ເພື່ອເປັນການສ້າງຂະບວນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2017) ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍນັກກິລາ ແລະ ກອງເຊຍ ຈາກກະຊວງການຕ່າງປະເທດ ແລະ ສະຖານທູດຫວຽດນາມ ທັງໝົດຈຳນວນຮ້ອຍກວ່າຄົນ.
ການຈັດກິດຈະກຳໃນຄັ້ງນີ້ ນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີ, ສ້າງຄວາມສະໜິດສະໜົມ ແລະ ຮັກແພງ ລະຫວ່າງ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພະນັກງານສະຖານເອກອັກຄະລັດຖະທູດຫວຽດນາມ, ຊຶ່ງເປັນຂະແໜງການໜຶ່ງທີ່ມີຄວາມສຳຄັນ ແລະ ເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.