ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສອງນາຍົກ ລາວ ແລະ ກຳປູເຈຍ ເຫັນດີແກ້ໄຂບັນຫາຊາຍແດນຮ່ວມກັນດ້ວຍສັນຕິ

 

pmlaocambodia1

 

pmlaocambodia2

 

pmlaocambodia3

 

          ໃນວັນທີ 12 ສິງຫາ 2017, ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ ທີ່ກຳລັງເຄັ່ງຮ້ອນ.

          ໃນໂອກາດນີ້, ສົມເດັດ ຮຸນເຊນ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ແນວທາງແກ້ໄຂບັນຫາຊາຍແດນຮ່ວມກັນ ຢູ່ລະຫວ່າງ ແຂວງອັດຕະປື ຂອງລາວ ແລະ ແຂວງຊຽງແຕຣງ ຂອງກຳປູເຈຍ ຢ່າງກົງໄປກົງມາ ຖານມິດຕະພາບ, ບ້ານພີ່ເມືອງນ້ອງ, ການພົວພັນຮ່ວມມືທີ່ດີ ແລະ ມີມູນເຊື້ອອັນດີງາມນຳກັນ. ພາຍຫຼັງສຳເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ໄດ້ຖະແຫຼງຂ່າວຮ່ວມຕໍ່ສື່ມວນຊົນ ກ່ຽວກັບ ຜົນຂອງການປຶກສາຫາລືຮ່ວມກັນ ໃນຄັ້ງນີ້, ຊຶ່ງສອງຝ່າຍ ໄດ້ຕົກລົງເຫັນດີຈະແກ້ໄຂບັນຫາຊາຍແດນຮ່ວມກັນດ້ວຍຄວາມເອົາໃຈໃສ່ ແລະ ຢ່າງສັນຕິ ເພື່ອບໍ່ໃຫ້ເກີດການປະທະກັນທາງດ້ານກຳລັງ, ພ້ອມທັງເປັນການຮັກສາສັນຕິພາບ, ສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ຢູ່ລຽບຕາມຊາຍແດນ. ໃນນັ້ນ, ຝ່າຍລາວເຫັນດີຈະຖອນກຳລັງທະຫານ ທີ່ບໍ່ທັນຖອນໝົດ ພາຍຫຼັງທີ່ສົມເດັດ ຮຸນເຊນ ໄດ້ສັ່ງໃຫ້ຢຸດ ໃນການສ້າງເສັ້ນທາງເຂົ້າໄປເຂດນັ້ນ ໃຫ້ຖອນອອກໝົດ ຈາກບໍລິເວນຊາຍແດນທີ່ຍັງຄົງຄ້າງ ໃຫ້ກັບຄືນກົມກອງ ແລະ ທີ່ຕັ້ງເດີມ ບໍ່ໃຫ້ກາຍຕອນເຊົ້າຂອງວັນທີ 13 ສິງຫາ 2017. ສ່ວນຝ່າຍກຳປູເຈຍ ກໍ່ເຫັນດີຈະຖອນກອງກຳລັງທະຫານທີ່ໄປສະສົມໄວ້ໃນເຂດນັ້ນກັບຄືນກົມກອງ ເພື່ອເຮັດໃຫ້ສະຖານະການຄວາມເຄັ່ງຕຶງ ກ້າວເຂົ້າສູ່ຄວາມເປັນປົກກະຕິ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ຈະບໍ່ໃຫ້ເກີດເຫດການທີ່ບໍ່ເພິ່ງປາຖະໜາ.

          ພ້ອມນັ້ນ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງການຕ່າງປະເທດ ກໍ່ຄືຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ; ກຳປູເຈຍ-ລາວ ສືບຕໍ່ພົບປະປຶກສາຫາລື ແລະ ເຈລະຈາແກ້ໄຂຈຸດຊາຍແດນທີ່ຍັງຄົງຄ້າງ ແລະ ບໍ່ໄດ້ປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້ ໂດຍອີງໃສ່ຜົນສຳເລັດທີ່ຜ່ານມາ ແລະ ອີງຕາມເອກະສານ ແລະ ຫຼັກການທີ່ກ່ຽວຂ້ອງ ທີ່ສອງຝ່າຍໄດ້ຮັບຮອງເອົາຮ່ວມກັນແລ້ວ, ລວມທັງສົນທິສັນຍາ ແລະ ແຜນທີ່ ຂອງສອງປະເທດ ທີ່ມີໃນປັດຈຸບັນ ເປັນພື້ນຖານໃນການປຶກສາຫາລື ໃນຂັ້ນຕໍ່ໄປ, ທັງນີ້ກໍ່ເພື່ອສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ແລະ ເຮັດໃຫ້ການປັກຫຼັກໝາຍຊາຍແດນ ລະຫວ່າງ ລາວ-ກຳປູເຈຍ ກາຍເປັນມໍລະດົກສືບທອດໄວ້ໃຫ້ລູກຫຼານສອງປະເທດ. ນອກຈາກນັ້ນ, ສອງຝ່າຍໄດ້ຕົກລົງເຫັນດີຈະສືບຕໍ່ສ້າງເງື່ອນໄຂ ໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເປັນປົກກະຕິ ເພື່ອຮ່ວມກັນແກ້ໄຂບັນຫາລະຫວ່າງສອງປະເທດ.

          ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສົມເດັດ ຮຸນເຊນ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສູນກາງພັກ. ໃນໂອກາດນີ້, ສົມເດັດ ຮຸນເຊນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ເຈົ້າຊີວິດ ໂນໂຣດົມ ສີຫາໂມນີ ເຖິງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ. ໃນໂອກາດດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະຂອງສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ທີ່ໄດ້ແກ້ໄຂບັນຫາຮ່ວມກັນຢ່າງທັນການ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484642
ມື້ນີ້158
ມື້ວານ188
ອາທິດນີ້1080
ເດືອນນີ້3947