ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ

 

SDGs1 SDGs2

 

ໃນຕອນເຊົ້າຂອງ ວັນທີ 10 ສິງຫາ 2017 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,  ຄະນະຊີ້ນໍາລະດັບ ຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລືກ ຂຶ້ນ  ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາ ລະດັບຊາດ, ເຊິ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແຫນງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມລວມທັງໝົດ 70 ກວ່າທ່ານ.

          ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນ ຂອງກອງປະຊຸມຄັ້ງນີ້ ແນໃສ່ ເພື່ອ ວາງແນວທາງ ແລະ ໃຫ້ທິດຊີ້ນຳລວມ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍເປົ້າຫມາຍ ການພັດທະນາແບບຍືນຍົງ ຢູ່ ສປປລາວ ແຕ່ນີ້ເຖິງປີ 2030 ໂດຍໃຫ້ສອດຄ່ອງກັບສະພາບເງື່ອນໄຂດ້ານການພັດທະນາຕົວຈິງຂອງປະເທດເຮົາ. ໃນກອງ ປະຊຸມຄັ້ງນີ້ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈຳການ ຂອງ ຄະນະຊີ້ນຳລະດັບຊາດ ກໍໄດ້ນໍາສະເຫນີ ກ່ຽວກັບສະພາບລວມ, ກົນໄກ ແລະ ແຜນດໍາເນີນງານ ສໍາລັບການຈັດຕັ້ງປະຕິ ບັດປພຍ ຮອດປີ 2030 ແລະ ທ່ານ ປອ ກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ສະເຫນີ ກ່ຽວກັບການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII, ຂອບ ການຕິດຕາມ ແລະ ປະເມີນຜົນ ແລະ ການກຳນົດຄາດໝາຍແຫ່ງຊາດ ສຳລັບ ປພຍ. ຫລັງຈາກນັ້ນ, ບັນດາທ່ານລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ໄດ້ພັດປ່ຽນກັນ ປະກອບຄຳຄິດຄຳເຫັນ ກ່ຽວກັບ ທິດທາງໃນການຈັດຕັ້ງ ຜັນຂະຫຍາຍ ເປັນອັນລະອຽດ ໃນຂະແຫນງການຂອງຕົນ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ.

          ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດ ປພຍ ແລະ ຂະບວນການເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາ ຂອງຂະແໜງ ການຕ່າງໆ ເປັນຕົ້ນ ແມ່ນໃຫ້ສືບຕໍ່ກົນໄກການປະສານງານ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ, ການປະຕິບັດ ພາລະ ບົດບາດ ຂອງຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ ຢູ່ ສປປລາວ ໂດຍມອບໝາຍໃຫ້ ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການປະສານສົມທົບກັບ ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ; ເພີ່ມທະວີຄວາມເປັນເຈົ້າການໃນການເຜີຍແຜ່, ແນະນຳ, ຄົ້ນຄວ້າ, ສ້າງແຜນ ແລະ ໂຄງການ ໃນການຈັດຕັ້ງປະຕິບັດວຽກງານໃນລະດັບກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງ ແລະ ກົມກຽວກັບການຈັດຕັ້ງປະຕິບັດ ປພຍ; ສືບຕໍ່ເພີ້ມທະວີຊຸກຍູ້ວຽກງານໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກ ແຕ່ຂັ້ນສູນກາງ ລົງຫາທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະສຸມໃສ່ຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມ ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປລາວ, ທັງສົ່ງເສີມບົດບາດ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆໃນສັງຄົມ ລວມທັງພາກເອກະຊົນ, ເພີ້ມທະວີປະສິດທິຜົນຂອງການຮ່ວມມື ໃຫ້ ຫຼາຍຂຶ້ນ ຮ່ວມກັບຄູ່ຮ່ວມພັດທະນາ ແລະ ສາກົນ, ສືບຕໍ່ຂົນຂວາຍທຶນຮອນທັງຈາກພາຍໃນ ແລະ ພາຍນອກ, ເອົາໃຈໃສ່ ຕິດຕາມ ແລະ ກວດກາ ການນຳໃຊ້ທຶນໃຫ້ມີຄວາມສອດຄ່ອງ, ໂປ່ງໃສ່, ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດ ສູງສຸດ; ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການສືບຕໍ່ສຶກສາຄົ້ນຄວ້າບັນດາເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ວັດຕ່າງໆ ໃຫ້ລະອຽດເລິກເຊິ່ງ ເພື່ອສ້າງນະໂຍບາຍ ແລະ ລະບຽບການທີ່ສົ່ງເສີມ ແລະ ເອື້ອອຳນວຍ ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຮັບໝາກຜົນສູງສຸດ; ໃຫ້ເອົາໃຈໃສ່ຕິດຕາມ ແລະ ປະເມີນຜົນ ໂດຍຖືເອົາວຽກງານເກັບກຳຂໍ້ມູນສະຖິຕິ ເປັນວຽກງານຫນຶ່ງທີ່ສຳຄັນ ຮັບປະກັນໄດ້ດ້ານມາດຖານ ແລະ ຄຸນນະພາບ ເພື່ອ ກະກຽມບົດລາຍງານກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ກໍຄືການ ເຮັດລາຍ ງານແຫ່ງຊາດແບບສະມັກໃຈ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ປພຍ ໃນປີ 2018 ເພື່ອສະເຫນີຕໍ່ອົງການ ສປຊ; ໃຫ້ສືບຕໍ່ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງເປົ້າໝາຍແຫ່ງຊາດ ທີ 18 ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ໃນນີ້ ແມ່ນມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງການຕ່າງປະເທດ ເປັນ ເຈົ້າການປັບປຸງ ກົນໄກຕ່າງໆ ແລະ ແບບແຜນວິທີເຮັດວຽກ ພ້ອມທັງສ້າງແຜນໂຄສະນາລະດົມທຶນ ຕາມຄວາມເໝາະສົມ. ເປົ້າຫມາຍການພັດທະນາແບບຍືນຍົງ ໄດ້ຖືກຮັບຮອງເອົາໂດຍບັນດາຜູ້ນໍາໂລກ ເຊິ່ງລວມທັງທ່ານປະທານປະເທດ ແຫ່ງ ສປປລາວ ຢູ່ໃນກອງປະຊຸມສຸດຍອດໂລກ ຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນກັນຍາ ປີ 2015.   

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629