ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ຄັ້ງທີ 18, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 7 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 24,ໃນວັນທີ 7 ສິງຫາ 2017, ທີ່ມະນິລາ, ຟີລິບປິນ, ໂດຍພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດຟີລິບປິນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ຄັ້ງທີ 18 ໄດ້ສະແດງຄວາມຍິນດີຕໍ່ການພົວພັນອາຊຽນ +3 ຄົບຮອບ 20 ປີ ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 1997, ຊຶ່ງເຫັນວ່າມີຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການເງິນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການເຊື່ອມໂຍງພາກພື້ນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງ ອາຊຽນ ແລະ 3 ປະເທດ: ສປ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ ໃນຕໍ່ໜ້າ, ໂດຍໄດ້ຢ້ຳຄືນຄວາມສຳຄັນໃນການເສີມຂະຫຍາຍຂອບການຮ່ວມມືອາຊຽນ +3 ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ,ແລະ ເສີມຂະຫຍາຍບົດບາດໃນການເປັນກຳລັງຂັບເຄື່ອນສຳລັບການເຊື່ອມໂຍງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດຢູ່ອາຊີຕາເວັນອອກທັງນີ້ກໍເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ພ້ອມນັ້ນ, ກອງປະຊຸມໄດ້ຮັບຮອງເອົາແຜນການຮ່ວມມືອາຊຽນ +3 ແຕ່ປີ 2018-2022 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນໄລຍະ 5 ປີຕໍ່ໜ້າແລະໄດ້ເຫັນດີໃນການກະກຽມດ້ານຕ່າງໆໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ +3 ຄົບຮອບ 20 ປີໃນເດືອນພະຈິກ 2017 ທີ່ຟີລິບປິນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກ (EAS) ຄັ້ງທີ 7 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ EAS ໃນໄລຍະ 1 ປີຜ່ານມາເຊັ່ນ: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບແລະພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມຈອດອາຊຽນ. ກອງປະຊຸມໄດ້ເຫັນດີຈະຊຸກຍູ້ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເພີ່ມທະວີການຮ່ວມມື ແລະ ປະສານງານເພື່ອຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດດັ່ງກ່າວໃຫ້ມີປະສິດທິຜົນຫຼາຍຂຶ້ນ. ພ້ອມນັ້ນ, ບັນດາລັດຖະມົນຕີຕ່າງປະເທດEAS ກໍໄດ້ຢ້ຳຄືນຄວາມສຳຄັນຂອງEAS ໃນການເປັນເວທີປຶກສາຫາລືຂອງຜູ້ນຳ (Leaders-led Forum) ກ່ຽວກັບບັນຫາຍຸດທະສາດ, ການເມືອງແລະເສດຖະກິດເພື່ອແນໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນ ແລະ ໃນໂລກ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນເປັນຕົ້ນແມ່ນບັນຫາການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງຢູ່ຕາເວັນອອກກາງ, ບັນຫາອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
ໃນກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 24, ຄະນະຜູ້ແທນໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ພວມຜັນແປ, ເຕັມໄປດ້ວຍຄວາມສ່ຽງ ແລະ ບໍ່ສາມາດຄາດເດົາໄດ້, ໂດຍສະເພາະແມ່ນບັນຫາການກໍ່ການຮ້າຍ, ລັດທິຫົວຮຸນແຮງ, ການຄ້າມະນຸດ, ບັນຫາຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ສະພາບການຢູ່ຕາເວັນອອກກາງ ແລະ ສະພາບການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ. ກອງປະຊຸມໄດ້ຮັບຮອງເອົາບັນດາກິດຈະກໍາຂອງ ARF ທີ່ຈະຈັດຕັ້ງປະຕິບັດ ໃນສົກປີ 2017-2018, ຖະແຫຼງການ ARF ວ່າດ້ວຍການແກ້ໄຂ ແລະ ສະກັດກັ້ນບັນຫາຢາເສບຕິດ, ແລະ ຖະແຫຼງການ ARF ວ່າດ້ວຍການຮ່ວມມືເພື່ອປ້ອງກັນ, ສະກັດກັ້ນ ແລະ ກໍາຈັດການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານແລະບໍ່ມີການຄຸ້ມຄອງ.ພ້ອມນັ້ນ, ກອງປະຊຸມຍັງໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງຫລັກການໃນການປຶກສາຫາລືແລະຖືເອົາການຕົກລົງດ້ວຍຄວາມເປັນເອກະສັນ, ແລະ ຫລັກການໆດໍາເນີນໄປໃນຈັງຫວະທີ່ທຸກຝ່າຍມີຄວາມສະບາຍໃຈສໍາລັບການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນອະນາຄົດ.