ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ລັດເຊຍ ຢ່າງເປັນທາງການ

 

lao-russia fm 2

 

lao-russia fm

 

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ເຊເກ ລາວາຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 15-17 ມິຖຸນາ 2017, ເຊິ່ງເປັນການຢ້ຽມຢາມຄັ້ງທໍາອິດ ນັບແຕ່ໄດ້ດໍາລົງຕໍາແຫນ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຊຶ່ງການຢ້ຽມຢາມ ໄດ້ດຳເນີນຂຶ້ນໃນປີແຫ່ງການສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 57 ປີ ລະຫວ່າງ ລາວ-ຣັດເຊຍ (07/10/1960-07/10/2017) ອັນເປັນນິມິດໝາຍໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນວັນທີ 16 ມິຖຸນາ 2017, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ເຊເກ ລາວາຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ທີ່ ກະຊວງການຕ່າງປະເທດ ສ. ຣັດເຊຍ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ຍາວນານ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການເປັນຄູ່ຮ່ວມມື ຍຸດທະສາດນຳກັນ ລະຫວ່າງສອງປະເທດ ທີ່ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງເຫັນໄດ້ຈາກການທີ່ທັງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ໃນນັ້ນ ການພົວພັນຮ່ວມມື ລະຫວ່າງ ສອງລັດຖະສະພາ ແລະ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮັບການຂະຫຍາຍຕົວດີ ໃນໄລຍະຜ່ານມາ, ພ້ອມທັງໄດ້ມີການຕີລາຄາສູງ ຕໍ່ການຮ່ວມມື ແລະ ການເຄື່ອນໄຫວຂອງຄະນະສະມາຄົມມິດຕະພາບ ແລະ ຄະນະກຳມາທິການຮ່ວມມື ລາວ-ຣັດເຊຍ, ຣັດເຊຍ-ລາວ ທີ່ເຮັດບົດບາດໃນການຊຸກຍູ້ ແລະ ຜັນຂະຫຍາຍການພົວພັນຮ່ວມມື ລາວ-ຣັດເຊຍ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຍິ່ງຂຶ້ນ. ໃນດ້ານການຮ່ວມມືສອງຝ່າຍ ລາວ-ຣັດເຊຍ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງໃນດ້ານເສດຖະກິດ-ການຄ້າ ໃນປີ 2016 ຜ່ານມາ ມູນຄ່າການຄ້າສອງຝ່າຍບັນລຸໄດ້ 16,3 ລ້ານໂດລາສະຫະລັດ. ການລົງທຶນຂອງຣັດເຊຍ ຖືກຈັດຢູ່ອັນດັບທີ 22 ຂອງການລົງທຶນຕ່າງປະເທດໃນລາວ, ລວມມີ 23 ໂຄງການ ແລະ ມີມູນຄ່າປະມານ 52,7 ລ້ານໂດລາສະຫະລັດ, ຊຶ່ງການລົງທຶນຂອງຣັດເຊຍ ສ່ວນໃຫຍ່ປະກອບມີຂະແໜງ ພະລັງງານໄຟຟ້າ, ບໍ່ແຮ່, ໂທລະຄົມ, ການພິມເງິນກີບ, ໂຄງການພິມໜັງສືຜ່ານແດນ ອີ-ປັດສະປອດ ແລະ ອື່ນໆ. ການຮ່ວມມືດ້ານການທ່ອງທ່ຽວ ກໍຢູ່ໃນຈັງຫວະຂະຫຍາຍຕົວຂຶ້ນ, ຊຶ່ງຈຳນວນນັກທ່ອງທ່ຽວຣັດເຊຍ ເຂົ້າມາລາວເພີ່ມຂຶ້ນຈາກ 10 ພັນກວ່າຄົນ ໃນປີ 2014 ມາເປັນ 12 ພັນກວ່າຄົນ ໃນປີ 2015. ນອກຈາກນັ້ນ, ການຮ່ວມມືດ້ານການສຶກສາ ກໍໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ, ໂດຍຈຳນວນນັກສຶກສາລາວໄປຮຽນຢູ່ຣັດເຊຍ ໄດ້ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງໃນປີ 2016 ມີຈຳນວນນັກຮຽນລາວ 87 ຄົນ ທີ່ໄປສຶກສາຢູ່ມະຫາວິທະຍາໄລຕ່າງໆຂອງຣັດເຊຍ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

ໃນໂອກາດດັ່ງກ່າວ, ສອງຝ່າຍເຫັນດີຈະເພີ່ມທະວີການພົວພັນຮ່ວມມືທີ່ດີແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ມີໝາກຜົນລື່ນເກົ່າ ເພື່ອຍົກລະດັບສາຍພົວພັນສອງຝ່າຍຂຶ້ນສູ່ຈຸດສູງ ໃນໄລຍະໃໝ່, ໂດຍຈະຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນ ໃນທຸກລະດັບ ແລະ ທຸກຂະແໜງການຮ່ວມມື ນັບແຕ່ການນຳຂັ້ນສູງຈົນຮອດລະດັບວິຊາການຂອງສອງປະເທດ, ລວມທັງລະຫວ່າງ ສອງນະຄອນຫຼວງ ມົດສະກູ ແລະ ນະຄອນຫຼວງວຽງຈັນ ເພື່ອຜັນຂະຫຍາຍ ແລະ ຊຸກຍູ້ບັນດາສັນຍາຮ່ວມມືກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ສອງຝ່າຍຍັງເຫັນດີຈະຈັດກອງປະຊຸມປຶກສາຫາລື ລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ການທະຫານ ແລະ ຂະແໜງການອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ຈະເພີ່ມທະວີຊຸກຍູ້ ບັນດາໂຄງການລົງທຶນຂອງລັດເຊຍ ທີ່ກຳລັງດຳເນີນການຢູ່ ສປປ ລາວ ໃຫ້ປະຕິບັດສຳເລັດຕາມຄາດໝາຍ ທີ່ໄດ້ຕົກລົງກັນໄວ້ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ. ນອກນັ້ນ, ສອງຝ່າຍ ຍັງເປັນເອກະພາບກັນທີ່ຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ໄດ້ມີການຖະແຫຼງຂ່າວຮ່ວມກັນ ກ່ຽວກັບ ຜົນຂອງການພົບປະ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການ ຢູ່ ສ. ຣັດເຊຍ ໃນຄັ້ງນີ້ ຕໍ່ສື່ມວນຊົນ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຮ່ວມມືຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານຣັດເຊຍ ໃຫ້ແກ່ ສປປ ລາວ.

ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະກັບບັນດາການນຳຂັ້ນສູງຂອງ ສ. ຣັດເຊຍ ຄື: ປະທານກຳມາທິການພົວພັນຕ່າງປະເທດ ສະພາສູງຣັດເຊຍ, ປະທານຄະນະກຳມາທິການຮ່ວມມື ຣັດເຊຍ-ລາວ ແລະ ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ. ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໄປຢ້ຽມຢາມ ສະຖາບັນ ການພົວພັນຮ່ວມມືສາກົນ ແຫ່ງຊາດຣັດເຊຍ (MGIMO) ໂດຍໄດ້ຂຶ້ນປາຖະກະຖາ ກ່ຽວກັບ ບົດບາດຂອງ ສປປ ລາວ ໃນອາຊຽນ ແລະ ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ, ການກະກຽມຂອງ ສປປ ລາວ ໃນການເຂົ້າປະຊາຄົມເສດຖະກິດອາຊຽນ ແລະ ທັດສະນະຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ແກ່ນັກສຶກສາ ທີ່ກຳລັງສຶກສາຢູ່ສະຖາບັນດັ່ງກ່າວ. ການຢ້ຽມຢາມ ສ. ຣັດເຊຍ ຂອງຄະນະຜູ້ແທນ ນຳໂດຍ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດ ຮຽບຮ້ອຍດີທຸກປະການ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117