ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວປາໄສ ໃນກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23

PMPasaiJaP

 

ບົດກ່າວປາໄສ

ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໃນກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23

ໃນຫົວຂໍ້: ໄລຍະຂ້າມຜ່ານຂອງຍຸກໂລກາ ພິວັດ, ອາຊີ ຈະກ້າວເດີນໄປແນວໃດ

ວັນທີ 05 ມິຖຸນາ 2017

ເວລາ 13:30 - 14:10 ມງ, ທີ່ ໂຕກຽວ, ຍີ່ປຸ່ນ

-----------------------------------------------------

 

 

-       ທ່ານ ນາໂອໂຕສິ ໂອກະດະ, ປະທານສຳນັກຂ່າວ ນິເກ;

 

-       ບັນດາທ່ານຍິງ ແລະ ທ່ານຊາຍ,

 

 

ຂ້າພະເຈົ້າ ມີຄວາມປິຕິຍິນດີແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຖືກເຊື້ອເຊີນ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງອາຊີ ອີກ​ເທື່ອໜຶ່ງ, ຊຶ່ງ ຂ້າພະ​ເຈົ້າ ກໍ່​ໄດ້​ຮັບ​ເຊີນ​ເຂົ້າຮ່ວມ ໃນ​ຄັ້ງທີ 19 ປີ 2013 ​ໃນ​ເວລາ​ດຳລົງ​ຕຳ​ແໜ່ງ​ເປັນ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ມາ​ແລ້ວ. ການຈັດຂຶ້ນໂດຍສໍານັກໜັງສືພິມນິກເກ ຄັ້ງທີ 23 ​ນີ້, ພາຍໃຕ້ຫົວຂໍ້ ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ-ອາຊີ ຈະກ້າວເດີນໄປແນວໃດ,ເປັນຫົວຂໍ້ທີ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ​ເປັນ​ຢ່າງ​ຍິ່​ງ, ຂໍຂອບ​ໃຈ​ຕໍ່ການ​ຕ້ອນຮັບອັນ​ອົບ​ອຸ່ນ ​ມານະ​ໂອກາດ​ນີ້ດ້ວຍ.

 

ບັນດາທ່ານ,

 

ປັດຈຸບັນ, ພວກເຮົາ ກ້າວເຂົ້າສູ່ໄລຍະສໍາຄັນຂອງຍຸກສະໄໝໂລກາພິວັດ, ເຊິ່ງເປັນຍຸກສະໄໝ ທີ່ພວກເຮົາຮັບຮູ້ນໍາກັນວ່າ ເປັນໄລຍະຂ້າມຜ່ານທີ່ມີ ທັງກາລະໂອກາດ ແລະ ສິ່ງທ້າທ້າຍ. ຄວາມເຂົ້າໃຈອັນເປັນພື້ນຖານຂອງຍຸກໂລກາພິວັດ ແມ່ນການເປີດກວ້າງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງປະເທດ, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການພົວພັນ ແລະ ຂະຫຍາຍການຮ່ວມມືນໍາກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ ບັນດາປະຊາຊາດ. ນັກຄົ້ນຄ້ວາວິທະຍາສາດສັງຄົມຈາກຫຼາຍສະຖາບັນ ຕ່າງກໍ່ໄດ້ວິໄຈ ກ່ຽວ​ກັບ ຕົ້ນກໍາເນີດ ແລະ ວິວັດທະນາການຂອງຍຸກສະ ໄໝໂລກາພິວັດ ແຕ່ກໍ່ຍັງ​ສັນນິຖານ​ທີ່​ແຕກ​ຕ່າງ​ກັນ​ຢູ່. ບາງທິດສະດີ ກໍ່ໄດ້ຢັ້ງຢືນວ່າ ຍຸກໂລກາພິວັັດເກີດຂຶ້ນ ຕັ້ງແຕ່ໄລຍະໂຄລົມບັສ ໄປເຖິງ ອາເມລິກາໃນປິີ 1492, ບາງທິດສະດີ ກໍ່ອ້າງວ່າໂລກາພິວັດເກີດຂຶ້ນກ່ອນນັ້ນ ອີກເປັນພັນໆປີກວ່າແລ້ວ. ບາງທິດສະດີ ຊໍ້າພັດວ່າ ໂລກາພິວັດ ເກີດຂື້ນພາຍຫຼັງສົງຄາມໂລກ ຄັ້ງທີ II ​ແລະ ອື່ນໆ​ອີກ. ​ແຕ່​ຖ້າ​ຄົ້ນ​ຄືນ​ປະ​ຫັວດສາດ ກ່ຽວ​ກັບ​ ເສັ້ນທາງ​ສາຍ​ໄໝ ຂອງ ຈີນ ທີ່​ເກີດ​ຂຶ້ນ​ກ່ອນ​ນີ້ ​ເປັນ 1000 ປີ, ການ​ເປີດ​ປະ​ເທດ​ຂອງຍີ່ປຸ່ນ ​ໃນ​ສະ​ໄໝ​ເມ​ຈິ... ​ກໍ່ລ້ວນ​ແຕ່​ເປັນ​ກໍລະນີ​ສຶກສາ​ທີ່​ສໍາຄັນໄດ້ໃນປະຫວັດຄວາມເປັນມາຂອງໂລກາພິວັດ​ເໝືອນ​ກັນ. ແຕ່ສິ່ງທີ່ແນ່ນອນ ແລະ ສິ່ງທີ່ພວກເຮົາສໍາພັດໄດ້ນັ້ນ​ ໄດ້​ແກ່: ​ໂລກາ​ພິວັດ ​ເປັນກາລະໂອກາດ ແລະ ເງື່ອນໄຂຫຼາຍຢ່າງ ທີ່ສາມາດ​ເຮັດ​ໃຫ້​ໂລກ​ເຮົາ ​ເຊື່ອມ​ໂຍງ​ເຂົ້າກັນ ​ແລະ ​ແບ່ງ​ງານ​ກັນ ​ແລະ ​ແບ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກັນ ​ແລະ ກັນ... ສາມາດ​ເປັນ​ວິວັດທະນາ​ການ ​ແຫ່ງ​ການ​ຊ່ວຍ​ເຫຼືອ​ເກື້ອກູນ​ກັນ, ​ເຮັດ​ໃຫ້​ໂລກ​ນີ້​ແຄບ​ເຂົ້າ, ສື່ສານ​ໄດ້ ​ໃນ​ທຸກ​ລະດັບ ​ແລະ ທຸກ​ເວລານາທີ.

 

ຕະຫຼອດໄລຍະກ່ວາຫລາຍທົດສະວັດທີ່ຜ່ານມານີ້,​​ ໂລກາພິວັໄດ້ສ້າງເງື່ອນໄຂແລະ ກາລະ ໂອກາດຫລາຍຢ່າງ ໃຫ້ແກ່ການພັດທະນາ ແລະ ການຮ່ວມມືກັນໃນໂລກ. ນັບແຕ່ປີ 1950 ​ເປັນຕົ້ນມາ, ບໍລິມາດການຄ້າຂອງໂລກ ໄດ້ເພີ່ມຂຶ້ນ 20 ເທື່ອ,​ ການໝູນວຽນຂອງການລົງທຶນຕ່າງປະເທດ ໄດ້ເພີ່ມຂຶ້ນຫລາຍເທົ່າຕົວ.

 

ສະເພາະຢູ່ອາຊີ,​ ຂະບວນການໂລກາພິວັດ ໄດ້ແຜ່ຂະຫຍາຍໄປຢ່າງໄວວາ,​ ກ້ວາງຂວາງ ແລະ ເລິກເຊິ່ງ. ບັນດາປະເທດໃນອາຊີ ເປັນຕົ້ນ ຈີນ,​ ອິນເດຍ ແລະ ບັນດາປະເທດເສດຖະກິດເກີດໃໝ່ອື່ນໆ ​ໄດ້​ພັດທະນາ​ລະດັບ​ການ​ຂະຫຍາຍຕົວ​ເສດຖະກິດ​ຂອງ​ຕົນ​ ໃນ ຈັງ​ຫວະ​ທີ່​ໄວ ​ແລະ ມີ​ສະຖຽນລະ​ພາບ,​ ສາມາດເຮັດໃຫ້ປະຊາຊົນຂອງຕົນ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ເປັນຫຼາຍຮ້ອຍລ້ານຄົນ,ເຮັດໃຫ້​​ເກີດການປ່ຽນແປງທາງ​ດ້ານ​ການ​ກໍານົດ​​ນະໂຍບາຍດ້ານ​ຕ່າງໆ ​ໃຫ້​ກວ້າງ​ອອກ​ໄປ.

 

ການສ້າງເງື່ອນໄຂໃຫ້ມີການເຊື່ອມຈອດທາງດ້ານຄົມມະນາຄົມ ລະຫວ່າງປະເທດກັບປະເທດ, ລະຫວ່າງທະວີບກັບທະວີບ,ການ​ນໍາ​ໃຊ້ເຕັກໂນໂລຊີໃນການຄ້າຂາຍຂ້າມຊາຍແດນ,​ ການລົງທຶນແລະ ການເຄື່ອນຍ້າຍຢ່າງ​​ໃຫຍ່ຫຼວງຂອງ​ການ​ລົງທຶນ ໄດ້​ເກີດ​ຂຶ້ນຢ່າງກວ້າງຂວາງ​ແລ້ວ, ຊຶ່ງນັກສັງເກດການຫຼາຍຄົນ ເຊື່ອວ່າ ໂລກໄດ້ກ້າວຂົ້າໄປສູ່ໄລຍະໃໝ່ດ້ານ​ຄຸນ​ນະພາ​ບ​ໃນ​ການ​ພັດທະນາ​ ​ແລະ ການ​ປະຕິວັດ​ທາງ​ດ້ານອຸດສາຫະກຳ​ຂອງ​ໂລກ ຄັ້ງ​ທີ 4 ໄດ້​ເກີດ​ຂຶ້ນ​ແລ້ວດ້ວຍ.

 

ທ່ານ ຍິງ ​ແລະ ທ່ານ ຊາຍ ທັງຫຼາ​ຍ,

ຂ້າພະ​ເຈົ້າ​ ສາມ​າດ​ເວົ້າ ​ໄດ້ ຫຼື ​ບໍ່ ທີ່ວ່າ:

 

ກົນ​ໄກ​ການ​ຮ່ວມ​ມື​ໃນ​ຍຸກ​ໂລກາ​ພິວັດ ບໍ່ພຽງ​ແຕ່​ນໍາ​ມາ ຊຶ່ງ​ຜົນ​ປະ​ໂຫຍດ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ເປັນ​ກົນ​ໄກ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ທີ່​ເກີດ​ຂຶ້ນ​ຂອງ​ພາກ​ພື້ນ ​ແລະ ຂອງໂລກ​ອີກ​ດ້ວຍ ​ແລະ ສາມາດ​ຊ່ວຍ​ໃຫ້​ມີ ສັນຕິພາບ ​ແລະ ຄວາມໝັ້ນຄົງ​ພາກ​ພື້ນ ​ແລະ ສາກົນໄດ້ ອີກ​ທາງ​ໜຶ່ງ. ອັນ​ນີ້ກໍ່​ຍ້ອນ​ວ່າ​ ໃນ​ຍຸກ​ໂລກາ​ພິວັດ ບັນຫາທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດໜຶ່ງ ທີ່​ສາມາດ​ເປັນ​ຜົນ​ກະທົບ​ຕໍ່ປະເທດອື່ນ, ເກີດຂຶ້ນຢູ່ຂົງເຂດໜຶ່ງ ທີ່ເປັນຜົນກະທົບຕໍ່​ພາກ​ພື້ນ​ອື່ນ ​ນັ້ນ, ​ຈະບໍ່​ມີ ປະ​ເທດ​ໃດ, ​ເຖິງ​ຈະ​ໃຫ່ຍ ຫລື ນ້ອຍ,ຈະ​ຮັ່ງ ຫຼື ທຸກຍາກ​ສາມາດ​ແກ້​ໄຂ​ບັນຫາ​ໂດຍ​ລໍາພັງຜູ້ດຽວ​ໄດ້, ມັນມີຄວາມຈໍາເປັນພາວະວິໄສ ເຖິງ ການຮ່ວມກັນແກ້ໄຂ ຈຶ່ງຈະສໍາເລັດໄດ້.​​

 

ບັນດາທ່ານ,

 

ເຖິງແມ່ນວ່າໂລກາພິວັດ ຈະໄດ້ນໍາຜົນປະໂຫຍແລະ ສ້າງກາລະໂອກາດໃຫ້ທຸກປະເທດໃນໂລກໃນການພັດທະນາ​, ຂະຫຍາຍເສດຖະກິດດັ່ງທີ່ກ່າວມາຂ້າງເທິງນັ້ນກໍຕາມ, ​​ແຕ່​ພວກ​ເຮົາ ​ກໍ່ຄວນ​ຍອມຮັບ​ວ່າ ໂລກາພິວັດ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ພາກພື້ນແລະ ສາກົນ ຈະຕ້ອງໄດ້ພ້ອມກັນຜ່ານຜ່າ ເຊັ່ນ: ຄວາມແຕກໂຕນກັນທາງ​ດ້ານ​ການ​ພັດທະນາ, ຈະ​ນໍາ​ມາ​ເຊິ່ງຄວາມ​ແຕກ​ຕ່າງ​ກັນທາງດ້ານການຮັບເອົາ ແລະ ເຂົ້າເຖິງຂະບວນການໂລກາພິວັດ ຂອງແຕ່ລະປະເທດ ແລະ ແຕ່ລະກໍລະນີ ຢ່າງຫຼີກບໍ່ໄດ້, ປະເທດໃດ ມີຄວາມສາມາດຫຼາຍກວ່າ ກໍ່ຈະໄດ້ປຽບ​. ສະນັ້ນ, ຈຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ຄວາມຂັດແຍ່ງເກີດຂຶ້ນໄດ້ໃນທຸກເວລາ...

 

ໄລຍະສາມທົດສະວັດທີ່ຜ່ານມາ, ຫຼາຍປະເທດໃນໂລກໄດ້ນໍາໃຊ້ກາລະໂອກາດຂອງໂລກາພິວັດພັດທະນາຕົນເອງຈາກປະເທດທີ່ມີລາຍໄດ້ຕໍ່າ ມາເປັນປະເທດທີ່ມີລາຍໄດ້ສູງ ຫຼື ກາຍເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ, ແຕ່ໃນເວລາດຽວກັນນີ້ ຫຼາຍປະເທດຊໍ້າພັດ ປະເຊີນກັບການຂາດດຸນການຄ້າ ຢ່າງໜັກໜ່ວງ ແລະ ຫຼາຍປະເທດ ກໍ່ມີໜີ້ສິນເພີ່ມຂຶ້ນຢ່າງຫຼວງຫຼາຍ.ຂະບວນການໂລກາ ພິວັດ​ ​ຍັງມີປະກົດການທີ່ມີຄວາມບໍ່ດຸ່ນດ່ຽງຂອງການແບ່ງປັນຄວາມຈະເລີນການພັດທະນາ​​ໃນແຕ່ລະພາກພື້ນ. ບົນພື້ນຖານເງື່ອນໄຂດັ່ງກ່າວ, ຈຶ່ງມີບາງປະເທດ ແລະ ບາງກຸ່ມຄົນເປັນຜູ້ໄດ້ຮັບໄຊ ຊະນະແລະ ພວກອື່ນເປັນຜູ້ສູນ​​ເສຍ. ຢູ່ປະເທດພັດທະນາແລ້ວ, ຜົນປະໂຫຍດຂອງຄົນຈໍານວນຫຼວງຫຼາຍ ລວມທັງ ຜູ້ອອກແຮງງານ ແລະ ປະຊາ ຊົນລະດັບຮາກຫຍ້າ ພັດບໍ່ສາມາດ ເຂົ້າເຖິງການມີວຽກເຮັດງານທໍາ ແລະ ການເຂົ້າເຖິງເຕັກໂນໂລຊີ   ໃໝ່, ເຂົ້າເຖິງທຶນ ຢ່າງສະໝໍ່າສະເໝີ ແລະ ໝັ້ນທ່ຽງໄດ້... ເປັນຕົ້ນ ບາງທີກໍຍ້ອນ ຍັງເປັນໄລຍະຂ້າມຜ່ານນັ້ນກໍ່ເປັນໄດ້.

 

ບັນດາທ່ານ,

ທ່ານ ຍິງ ແລະ ທ່ານ ຊາຍ,

 

ເຖິງເວລານີ້, ເປັນໄລຍະຂ້າມຜ່ານ ຂອງຂະບວນການໂລກາພິວັດ ເຖິງວ່າມີຜົນທາງບວກອອກມາເປັນຈໍານວນຫຼວງຫຼາຍ ແລະ ສໍາຄັນໃນການພົວພັນສາກົນ ຢູ່ກໍ່ຕາມ, ແຕ່ປະກົດການຕ້ານຂະບວນໂລກາພິວັດ ກໍ່ເກີດຂຶ້ນແລ້ວ, ຄວາມບໍ່ໝັ້ນທ່ຽງ ຫຼື ການທົດຖອຍທາງດ້ານເສດຖະກິດຂອງໂລກ ປະກອບເຂົ້າກັບຂໍ້ຂັດແຍ່ງທາງດ້ານເຊື້ອຊາດ, ເຜົ່າພັນ, ສາດສະໜາ, ວັດທະນະທໍາແລະ ການເຄື່ອນຍ້າຍຂອງປະຊາກອນໃນຊຸມປີຫຼັງນີ້ ໄດ້ເກີດໃຫ້ມີກະແສແຫ່ງຄວາມບໍ່ໝັ້ນໃຈ ຕໍ່ກັບຂະບວນວິວັດ ຂອງ ໂລກາພິວັດ: ການປະທ້ວງຕ້ານການເປີດເຂດການຄ້າເສລີ, ບັນຫາສິ່ງແວດລ້ອມແລະ ອື່ນໆ. ສິ່ງດັ່ງກ່າວນີ້, ​ໄດ້ກາຍເປັນໜໍ່ແໜງທີ່ນໍາໄປສູ່ແນວຄິດທິດສະດີປົກປ້ອງຕົນເອງ ບໍ່ວ່າດ້ານການຄ້າ ຫຼື ການລົງທຶນ. ໜໍ່ແໜງແນວຄວາມຄິດດັ່ງກ່າວນີ້ໄດ້ປະກົດຕົວຢ່າງຊັດເຈນຂຶ້ນ ​ແລະ ນໍາໄປສູ່ຂະບວນການຊາດນິຍົມສຸດໂຕ່ງ, ລັດທິປົກປ້ອງຕົນເອງ, ບັນດາຮູບການປິດຕະຫລາດ ຫລື ໃຊ້ມາດຕະການ ເພື່ອໃຊ້ກໍາແພງພາສີ, ສະກັດກັ້ນການໄຫຼວຽນ ຂອງສິນຄ້າ ແລະ ທຶນ, ອື່ນໆ... ອັນນີ້ໄດ້ສ້າງຄວາມເປັນຫ່ວງຢ່າງກວ້າງຂວາງໃຫ້ແກ່​​ປະຊາຄົມໂລກ ທັງກາຍເປັນໂຈດວ່າ ໃນຂະບວນການໂລກາພິວັດ ຈະເດີນໜ້າຕໍ່ໄປແນວໃດ ແລະ ຈະຜ່ານຜ່າບັນດາອຸປະສັກນັ້ນໄດ້ ຫຼື ບໍ່.

 

ບັນດາທ່ານ,

 

ສໍາລັບພາກພື້ນອາຊີ, ກໍ່ເປັນພາກພື້ນທີ່ມີການຂະຫຍາຍຕົວຢ່າງໄວວາ ແລະ ທີ່ມີຄວາມຫຼາກຫຼາຍ, ເຖິງມີຄວາມແຕກໂຕນກັນໃນລະດັບການພັດທະນາກໍ່ຕາມ, ແຕ່ມີຫລາຍປະເທດ ທີ່ໄດ້ຮັບຜົນສຳເລັດໃນການພັດທະນາ ຢ່າງມະຫັດສະຈັນ, ຈົນມີຄົນຂະ   ໜານນາມໃຫ້: ສັດຕະວັດທີ 21 ຈະເປັນສັດຕະວັດຂອງອາຊີ. ແຕ່ກໍ່ຍັງມີຫຼາຍປະເທດ ຢູ່ໃນສະພາບດ້ອຍພັດທະນາ, ເຮັດໃຫ້ຊ່ອງຫວ່າງລະຫວ່າງ ຂົ້ວທຸກ ແລະ ຂົ້ວຮັ່ງ ຢູ່ລະຫວ່າງປະເທດຍິ່ງເພີ່ມຂຶ້ນ, ນີ້ຄືອຸປະສັກ ແລະ ສິ່ງທ້າທາຍໃນການພັດທະນາຂອງອາຊີ ພວກເຮົາ.

 

ອີກດ້ານໜຶ່ງ, ການເຕີບໂຕທາງດ້ານເສດຖະກິດຂອງບັນດາປະເທດອາຊີ ສ່ວນຫຼາຍແມ່ນຍັງອີງໃສ່ການສົ່ງອອກໄປຕະຫຼາດນອກທະວີບ. ໃນສະພາບທີ່ເສດຖະກິດໂລກ ບໍ່ມີສະຖຽນລະພາບ, ເວລາໃດ ກໍາລັງຊື້ຂອງຕະຫຼາດເອີຣົບ ແລະ ອາເມລິກາ ມີຄວາມຜັນຜວນນັ້ນ, ການຫັນມາກະຕຸ້ນຄວາມຕ້ອງການພາຍໃນປະເທດ ຫຼື ພາຍໃນອາຊີເອງ ເພື່ອເປີດກວ້າງຕະຫຼາດ ຍັງມີຫຼາຍອຸປະສັກ ລວມທັງການຫັນປ່ຽນຮູບແບບໂຄງສ້າງການຜະລິດ, ການ ໄຫຼວຽນຂອງທຶນ, ການແບ່ງງານ ແລະ ການເຄື່ອນຍ້າຍຂອງແຮງງານ...ເປັນຕົ້ນ. ພ້ອມດຽວກັນນີ້,   ສິ່ງທ້າທາຍດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ຍັງເປັນອຸປະສັກໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງ ໃຫ້ແກ່ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຢູ່ໃນໂລກ ລວມທັງການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ.

 

ບັນດາທ່ານ;

ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນເຕັມໄປດ້ວຍສິ່ງທ້າທາຍດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມນີ້, ອາຊີ ໄດ້ມີມາດຕະການ ແລະ ກົນໄກລະດັບພາກພື້ນແລະ ອະນຸພາກພື້ນ ຫຼາຍຮູບແບບ, ຂ້າພະເຈົ້າ ຂໍຍົກຕົວຢ່າງ: ການສ້າງປະຊາຄົມເສດຖະກິດອາຊຽນ (AEC), ເວທີປຶກສາຫາລື ພາກພື້ນອາຊຽນ (ARF), ອາຊຽນ+1, ອາຊຽນ+3, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ (ADMM+), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ບັນດາຂອບການຮ່ວມມືໃນພາກພື້ນແມ່ນໍ້າຂອງ ກັບປະເທດນອກພາກພື້ນ ແລະ ອື່ນໆ, ເຊິ່ງບັນດາກົນໄກເຫຼົ່ານີ້ ໄດ້ກາຍເປັນພື້ນຖານອັນສຳຄັນ ກໍ່ຄືເປັນເວທີປຶກສາຫາລືໃນດ້ານຕ່າງໆ ເພື່ອຊອກຊ່ອງທາງໃນການແກ້ໄຂຂໍ້ຂັດແຍ່ງດ້ານການເມືອງ ແລະ ເສດຖະກິດດ້ວຍສັນຕິວິທີ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ທັງໃນຫຼັກການ ທີ່ມີຄວາມສະບາຍໃຈໃຫ້ແກ່ທຸກຝ່າຍ ອັນທີ່ເຄີຍເອີ້ນກັນວ່າ ວິຖີທາງຂອງອາຊຽນ (ASEAN Ways).

 

ປີ 2016 ທີ່ຜ່ານມາ, ໃນຖານະເປັນປະທານອາຊຽນ,​ ສປປ ລາວ ມີຄວາມພະຍາຍາມ ເຮັດໃຫ້ບັນດາກົນໄກ ຂອງ ອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຮອງເອົາເອກະສານສຸດທ້າຍຕ່າງໆ ເພື່ອແນໃສ່ເຮັດໃຫ້ ASEAN ສືບຕໍ່ເປັນປະຊາຄົມໜຶ່ງ ດຽວ, ມີຄວາມເຂັ້ມແຂງ ເພື່ອເປັນສ່ວນໜຶ່ງ ຂອງ ຍຸກແຫ່ງການເຊື່ອມໂຍງຂອງໂລກ. ອາຊຽນ ຈະສືບຕໍ່ເປັນກໍາລັງຂັບເຄື່ອນ ໃນບັນດາ ກົນໄກຮ່ວມມືພາຍນອກ ທີ່ ອາຊຽນ ເປັນຜູ້ລິເລີ່ມ. ຂໍຮຽກຮ້ອງໃຫ້ ວົງຄະນາຍາດສາກົນ ສືບຕໍ່ສະໜັບສະໜູນອາຊຽນຕໍ່ໄປ.

 

ພ້ອມດຽວກັນນັ້ນ, ໃນໄລຍະຂ້າມຜ່ານໄປສູ່ ການເປັນໂລກາພິວັດທີ່ແທ້ຈິງນັ້ນ, ໂລກຂອງ   ພວກເຮົາ ໄດ້ມີຫຼາຍອົງການຈັດຕັ້ງ, ກົນໄກຮ່ວມມືສາກົນຕ່າງໆ ທີ່ວົງຄະນາຍາດສາກົນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ດຳເນີນການຢ່າງຕັ້ງໜ້າ ໃນການຊອກຫາຊ່ອງທາງອັນເໝາະສົມ ໃນການປະສານ ງານ, ການຮ່ວມມື ແລະ ການເຊື່ອມຕໍ່ກັນ ທັງການ ລວມຕົວກັນ, ທັງມີການແຂ່ງຂັນກັນ ແລະ ຮຽນຮູ້ເຊິ່ງກັນແລະກັນ ຢູ່ໃນທຸກທະວີບໃນໂລກ ຕົວຢ່າງ ເຊັ່ນ: ຂອບການຮ່ວມມືອາຊີ-ເອີຣົບ (ASEM), ເຊິ່ງ​ປີ 2012 ລາວ​​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸມສຸດ​ຍອດ ​​ໄດ້​ວາງ​ຄໍາ​ຂວັນອອກ: ​ເພື່ອນ​ມິດ ​ເພື່ອ​ສັນຕິພາບ ຄູ່​ຮ່ວມ ​ເພື່ອ​ການ​ພັດທະນາ ນັ້ນ ​ເຮັດ​ໃຫ້ການ​ສົນທະນາປິ່ນ​ອ້ອມ​ຄໍາ​ຂວັນ​ດັ່ງກ່າວ​ ໄດ້​ເປັນ​ຢ່າງ​ດີ; ເວທີປຶກສາຫາລືອາຊີ (ACD); ເວທີປຶກສາຫາລືອາຊີຕາເວັນອອກ ແລະ ອາເມລິກາ   ລາຕິນ (FEALAC), ການຮ່ວມມືພາກພື້ນອາຊີໃຕ້ (SAARC), ການຮ່ວມມືອາຊີ-ປາຊີຟິກ (APEC), ອົງການຮ່ວມມືຊຽງໄຮ້ (SCO), ສະຫະພາບເສດຖະກິດເອີຣົບ-ອາຊີ ຢູ່ອາຊີກາງ (EURASIA ECO Union), ການຮ່ວມມືເສດຖະກິດຂອງບັນດາລັດອາຟຼິກກາເຂດໃຕ້ (SADC), ອົງການຮ່ວມມືເສດຖະກິດຂອງບັນດາລັດອາຟຼິກກາຕາເວັນຕົກ (ECOWAS), ເຂດການຄ້າຂອງທະວີບອາເມລິກາໃຕ້ (MERCOSUR), ສັນຍາການຄ້າອາເມລິກາເໜືອ (NAFTA), ກຸ່ມ G7, ກຸ່ມ G20, ກຸ່ມ BRICS ແລະ ອື່ນໆອີກ ມີ​ຄວາມ​ສໍາຄັນ​ຍິ່ງ​ເຖິງ​ການ​ຂັບ​ເຄື່ອນ​ຂະ​ບວນການ​ໂລກາ​ພິວັດ...ນີ້​ເປັນ​ພຽງ​ບາງ​ຕົວຢ່າງ​ຈໍານວນ​ໜຶ່ງ ​ໃນ​ອົງການ​ຈັດ​ຕັ້ງ​ເປັນ​ຮ້ອຍ​ອົງການ​ຂອງ​ໂລກ.

 

ຂ້າພະເຈົ້າ ເຫັນວ່າ ການຮ່ວມມືຢ່າງມີປະສິດ ທິຜົນບົນພື້ນຖານບັນດາກົນໄກທີ່ຫຼາກ​ຫຼາຍ​ທີ່ກ່າວມາຂ້າງເທິງນີ້ ຈະນຳຜົນປະໂຫຍດໂດຍກົງ ມາສູ່ ພາກພື້ນຂອງພວກເຮົາ. ສັນຕິພາບ ແລະ ຄວາມ ໝັ້ນຄົງ ແມ່ນເງື່ອນໄຂ ແລະ ປັດໄຈຕົ້ນຕໍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ໃນເວລາດຽວກັນ, ຖ້າການພັດທະນາເສດຖະກິດ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ດີຂຶ້ນ ຈະເປັນການກະທົບທາງບວກຕໍ່ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທາງສັງຄົມ, ແລະ ຂໍ້​ຄັດ​ແຍ່ງ​ ກໍ​ຈະ​ຫຼຸດ​ໜ້ອຍ​ຖອຍ​ລົງ​ໄດ້ ສອງເງື່ອນໄຂນີ້ ຈຶ່ງເປັນສິ່ງທີ່ຕັດຂາດອອກຈາກກັນບໍ່ໄດ້, ມັນເປັນສິ່ງທີ່ຊ່ວຍໜູນເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ, ພາກພື້ນອາຊີ ຈະຕ້ອງໄດ້ຄໍານຶງເຖິງບັນຫາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວນຖືບັນຫານີ້ ເປັນສິ່ງສຳຄັນແຖວໜ້າ, ສ່ວນ​ຕົວ​ຂອງ ຂ້າພະເຈົ້າ ເຫັນວ່າ ໃນຍຸກໂລກາພິວັດ ແລະ ເຊື່ອມໂຍງນີ້ ອາຊີ ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຄື:

 

  1. ອາຊີ ຕ້ອງເພີ່ມທະວີຄວາມພະຍາຍາມໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆໂດຍສັນຕິວິທີ, ຫຼີກລ່ຽງການໃຊ້ກຳລັງ ຫຼື ການນາບຂູ່ດ້ວຍກຳລັງທຸກຮູບແບບ, ​ສົງຄາມ​ ມີແຕ່ຈະນໍາຄວາມຫາຍານະມາສູ່ພາກພື້ນ ແລະ ບັນດາປະເທດຕ່າງໆ. ວິທີທີ່ດີທີ່ສຸດໃນການຮັບປະກັນສະຖຽນລະພາບ ແລະ ສັນຕິພາບ ກໍ່ແມ່ນການສ້າງຄວາມເຊື່ອໝັ້ນ ແລະ ຄວາມເຂົ້າອົກເຂົ້າໃຈໃຫ້ແກ່ກັນ ແລະ ກັນ, ຫຼີກລ່ຽງຄວາມລະແວງສົງໃສກັນ, ໃຊ້ວິທີການອົດທົນ, ອົດກັ້ນ ແລະ ແກ້ໄຂບັນຫາທີ່​ເກີດ​ຂຶ້ນ ດ້ວຍການເຈລະຈາຢ່າງສັນຕິວິທີ, ເຄົາລົບຄວາມເປັນເອກະລາດແຫ່ງຊາດ ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງກັນ ແລະ ກັນ.
  2. ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານການພັດທະນາ, ພະຍາຍາມຮັດແຄບຄວາມແຕກໂຕນກັນຂອງການພັດທະນາຂົງເຂດ, ໃຫ້ທຸກປະເທດ ເຫັນຜົນໄດ້ຂອງຂະບວນວິວັດຂອງໂລກາພິວັດ ແລະ ຜົນໄດ້ຂອງການເຊື່ອມໂຍງ, ເຊື່ອມຈອດທີ່ເປັນປະໂຫຍດໃຫ້ແກ່ແຕ່ລະປະເທດ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ​ແລະ ດ້ວຍ​ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ຮັບຜິດຊອບ​ສູງ ຢ່າງ​ພ້ອມພຽງ​ກັນ ​​ໂດຍ​ບໍ່​ຖິ້ມ​ປະ​ຜູ້​ໃດ, ປະ​ເທດ​ໃດ​ໄວ້​ເບື້ອງຫຼັງ.
  3. ອາຊີ ຂອງພວກເຮົານັ້ນ, ຄວນຫັນເອົາຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍ ຂອງ ພວກເຮົາ ໃຫ້ກາຍເປັນກໍາລັງແຮງ ແຫ່ງການຮ່ວມມື ໃຫ້ແກ່ການພັດທະນາ, ອາຊີ ສາມາດເປັນປະຊາຄົມ ແຫ່ງການຮຽນຮູ້,​ ແບ່ງປັນ, ຊ່ວຍເຫຼືອກັນໄດ້ ເພື່ອກ້າວສູ່ການເປັນໂລກາພິວັດ, ເຊື່ອມໂຍງທີ່ມີຜົນສໍາເລັດ ໄດ້ຢ່າງສະຫງ່າງາມ​, ບໍ່​ຄວນ​ເຫັນ​ຄວາມຫຼາກຫຼາຍ ເປັນ​ອຸປະສັກ​ສະ​ເໝີ​ໄປ ​ແຕ່​ເອົາ​ຄວາມ​ຫຼາກ​ຫຼາຍ, ຄວາມ​ແຕກ​ຕ່າງ ມາ​ເປັນ​ໂອກາດ​ໃຫ້​ແກ່​ການ​ສ້າງ​ກໍາລັງ​ແຮງ​ສັງ​ລວມ​ໃຫ້​ອາຊີ ​ເພື່ອ​ເຊື່ອມ​ໂຍງ​ກັບ​ໂລກ​ໄດ້​ດີ​ຂຶ້ນ ​ໃນ​ຂະ​ບວນວິວັດ​ຂອງ​ໂລກາ​ພິວັດ.

 

ບັນດາທ່ານ,

 

          ສປປ ລາວ ເປັນປະເທດທີ່ເຄີຍໄດ້ຮັບເຄາະຮ້າຍຈາກສົງຄາມທຳລາຍ ແກ່ຍາວເປັນເວລາຫຼາຍທົດສະວັດ, ຍິ່ງເຫັນຄວາມໂຫດຮ້າຍຂອງສົງຄາມເທົ່າໃດ, ປະຊາຊົນລາວພວກຂ້າພະເຈົ້າ ຍິ່ງເຫັນຄວາມສຳຄັນ ແລະ ຕີລາຄາສູງຕໍ່ສັນຕິພາບເທົ່ານັ້ນ. ຕະຫຼອດ 42 ປີ ທີ່ປະຊາຊົນລາວ ມີຊີວິດ ແລະ ທຳມາຫາກິນໃນດິນແດນແຫ່ງປະເທດທີ່ມີສັນຕິພາບ, ມີສະຖຽນລະພາບນັ້ນ, ຮູ້ສຶກດີວ່າມີສັນຕິພາບເທົ່ານັ້ນ ຈຶ່ງມີເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜົນສຳເລັດໃນ 42 ປີ ທີ່ຜ່ານມາ ຂອງ ສປປ ລາວ ນັ້ນ, ແມ່ນຜົນສໍາເລັດຂອງການຮ່ວມແຮງ, ຮ່ວມໃຈ ຂອງປະຊາຊົນລາວ ທຸກໆຄົນ​ໃນ​ຊາດ, ແຕ່ບໍ່ສາມາດປາສະຈາກ ແລະ ຕັດ​ແຍກ ການຮ່ວມມື, ການຊ່ວຍເຫຼືອ, ການສະໜັບສະໜູນ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນ​ໂລກ ​ເປັນ​ຕົ້ນ ​ແມ່ນ​ ຫວຽດນາມ, ຈີນ, ບັນດາປະເທດອາຊຽນ ແລະ ບັນດາ​ເພື່ອນ​ມິດ​ໃນອາຊີ.

 

          ສໍາລັບການຮ່ວມມືລາວ-ຍີ່ປຸ່ນ, ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜ່ານການພົວພັນທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ສປປ ລາວ ມີຄວາມເຊື່ອໝັ້ນວ່າ ການຮ່ວມມືຈະໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນ ໄປໃນລວງເລິກ ແລະ ລວງກ້ວາງ ໃນອະນາຄົດ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວນັ້ນ.

          ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງນີ້, ສ ປປ ລາວ ຈະຂໍເປັນສ່ວນໜຶ່ງ ເຖິງ​ຈະ​ເປັນ​ສ່ວນ​ນ້ອຍໆ​ກໍ​ຕາມ ຂອງຂະບວນການປົກປັກຮັກສາສັນຕິພາບ, ເສີມສ້າງມິດຕະພາບ, ເປີດກວ້າງປະເທດອອກສູ່ໂລກພາຍນອກ ແລະ ຍິນດີຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການລົງທຶນຈາກ   ພາຍນອກ, ຈະຕັ້ງໜ້າປະຕິບັດພັນທະຂອງຕົນ ໃນການເປັນສະມາຊິກທີ່ດີ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ. ລັດຖະບານ ສປປ ລາວ ຈະຈັດຕັ້ງປະຕິບັດ ວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນ 5 ປີ 2020 ໃນການພັດທະນາປະເທດ ແລະ ມີເປົ້າໝາຍພັດທະນາປະເທດ ຕາມທິດຍືນ​ຍົງ ແລະ ສີຂຽວ. ສປປ ລາວ ໄດ້ຫັນເອົາ 17 ເປົ້າໝາຍການພັດທະນາ​ແບບ​ຍືນ​ຍົງ (SDG) ຂອງສະຫະປະຊາຊາດ ເຂົ້າເປັນແຜນງານລະດັບຊາດຂອງຕົນຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ສປປ ລາວ ກໍ່ໄດ້ຮັບຮອງເອົາເປົ້າໝາຍທີ່ 18 ຄື: ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ ເພີ່ມເຂົ້າເປັນເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ. ສປປ ລາວ ຈະສ້າງສະພາບແວດລ້ອມພາຍໃນ ແລະ ສາກົນ ທີ່ໝັ້ນທ່ຽງ ເພື່ອສໍາເລັດເປົ້າໝາຍ ແຫ່ງການພັດທະນາຂອງຕົນ

 

ບັນດາທ່ານ,

ທ່ານ ຍິງ ແລະ ທ່ານ ຊາຍ,

 

          ຂ້າພະເຈົ້າ ຂໍມອງໂລກ ໃນແງ່ດີ ທີ່ວ່າອາຊີຂອງພວກເຮົາ ຈະເດີນໜ້າ ໄປສູ່ອະນາຄົດອັນ ແຈ່ມໃສ ແລະ ຈະເຫັນສັດຕະວັດ ທີ່ 21 ນີ້, ເປັນສັດຕະວັດຂອງອາຊີ ທີ່ແທ້ຈິງ, ເພາະອາຊີ ມີຄວາມສາມາດບົ່ມຊ້ອນ ໃນທຸກໆດ້ານ ທີ່ຈະພາໃຫ້ພວກເຮົາ ກ້າວໄປຢ່າງບໍ່​ຢຸດ​ຢັ້ງ, ອາຊີ ຈະ​ເປັນ​ສ່ວນ​ສໍາຄັນ ​ເພື່ອ​ຂັບ​ເຄື່ອນ​ຂະ​ບວນວິວັດ​ຂອງ​ໂລກາ​ພິວັດ​ໄດ້.

 

          ໂດຍທົ່ວໄປແລ້ວ ໃນອະດີດ, ອາຊີຂອງພວກເຮົາ ເຄີຍໄດ້ຮັບເຄາະຮ້າຍ ຈາກຄວາມຂັດແຍ່ງ ຢູ່ໃນຂົງເຂດຕ່າງໆຂອງໂລກ,​ ແຕ່ອາຊີ ຍັງໄດ້ມີຄວາມສາມາດ ແກ້ໄຂບັນຫາຂອງອາຊີເອງ ໄດ້ຕະຫຼອດໄລຍະທີ່ຜ່ານມາ. ເຖິງວ່າ ມີປະຫວັດຄວາມເປັນມາທີ່ຂຶ່ນຂົມຫຼາຍຢ່າງ, ແຕ່ດ້ວຍສັດຈະທໍາ ທີ່ວ່າຄົນອາຊີ ແມ່ນຄົນຮັກສັນຕິພາບ, ມັກຄວາມສະຫງົບ, ໄຝ່ຫາການພັດທະນາແບບຍືນຍົງ, ຮ່ວມ​ກັນ, ມີ​ນໍ້າ​ໃຈ​ຊ່ວຍ​ເຫຼືອ​ເກື້ອກູນ​ກັນ, ສະ​ແຫວ​ງຫາ​ຄວາມ​ເປັນມິດກັບທຸກປະເທດ ໃນໂລກ... ນັ້ນ, ອາຊີ ຈະກ້າວໄປຕາມກະແສໂລກາພິວັດ.

 

ມະນຸດ​ເຮົາ​ນັ້ນ ບໍ່ສາມາດປ່ຽນແປງ ປະຫວັດສາດທີ່ເປັນ​ມາ​ແລ້ວ​ນັ້ນໄດ້, ແຕ່ຢ່າງນ້ອຍ ຖ້າພວກເຮົາ ນໍາເອົາຄວາມເຈັບປວດທີ່ເກີດຂຶ້ນ ໃນ​ອາ​ດິດຂອງປະຫວັດສາດ ມາເປັນບົດຮຽນ ເພື່ອປັບປຸງປ່ຽນແປງ ປະຈຸບັນ ແລະ ປ່ຽນແປງອະນາຄົດ ໄປໃນທາງທີ່ດີກວ່າ... ນີ້ ຂ້າພະ​ເຈົ້າ ກໍ່ຍັງຖືວ່າ ເປັນສິ່ງທີ່ດີ ທີ່ສຸດແລ້ວ. ຂໍ​ໃຫ້​ອາຊີ ຈົ່ງ​ໂຊກ​ດີ​ສືບ​ຕໍ່​ໄປ.

 

ຂໍ​ອວຍພອນ​ໃຫ້​ກອງ​ປະຊຸມ​ ຄັ້ງທີ 23 ວ່າ​ດ້ວຍ​ ອະນາຄົດ​ຂອງ​ອາຊີ ຈົ່ງ​ປະສົບ​ຜົນ​ປະ​ເລັດ. ຂໍ​ຂອບ​ໃຈ​ຕໍ່​ການ​ຕິດຕາມ​ຄໍາ​ເຫັນ​ຂອງ​ຂ້າພະ​ເຈົ້າ ​ແລະ ຍິນ​ດີ​ຮັບ​ເອົາ​ຄໍາ​ຕິ​ຊົມ​ຂອງ​ບັນດາ​ທ່ານ​ດ້ວຍ.

 

(ຂໍຂອບໃຈ)

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484631
ມື້ນີ້147
ມື້ວານ188
ອາທິດນີ້1069
ເດືອນນີ້3936