ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ

 

Saleumxayhungary3

 

 ທ່ານ ລມຕ ຢ້ຽມຂໍ່ານັບ ທ່ານ ອິດສະວານ ຈາກັບ, ຮອງປະທານສະພາແຫ່ງຊາດ ຮົງກາລີ, ທັງເປັນຜູ້ຮັກສາການປະທານສະພາແຫ່ງຊາດ

 

Saleumxayhungary4

 

ທ່ານ ລມຕ ຢ້ຽມຂໍ່ານັບ ທ່ານ ອິດສະວານ ຈາກັບ, ຮອງປະທານສະພາແຫ່ງຊາດ ຮົງກາລີ, ທັງເປັນຜູ້ຮັກສາການປະທານສະພາແຫ່ງຊາດ

 

Saleumxayhungary1

 

ທ່ານ ລມຕ ພົບປະສອງຝ່າຍກັບ ທ່ານ ປີ​ເຕີ ຊີ​ຈາ​ໂຕ (Peter Szijjiarto), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ

 

Saleumxayhungary2

 

ທ່ານ ລມຕ ພົບປະສອງຝ່າຍກັບ ທ່ານ ປີ​ເຕີ ຊີ​ຈາ​ໂຕ (Peter Szijjiarto), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ

 

ໂດຍ​ຕອບ​ສະໜອງ​ຕາມ​ຄໍາ​ເຊີນ​ຂອງ​ ທ່ານ ປີ​ເຕີ ຊີ​ຈາ​ໂຕ (Peter Szijjiarto), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ ໃນວັນທີ 30-31 ພຶດສະພາ 2017. ການຢ້ຽມຢາມດັ່ງກ່າວໄດ້ດໍາເນີນຂື້ນໃນປີ ແຫ່ງການສະຫລອງສາຍພົວພັນການທູດ ຄົບຮອບ 55 ປີ ລະຫວ່າງ ສອງປະເທດ, ຊຶ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຮົງກາລີ.

ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2017, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອິດສະວານ ຈາກັບ, ຮອງປະທານສະພາແຫ່ງຊາດ ຮົງກາລີ ທັງເປັນຜູ້ຮັກສາການປະທານສະພາແຫ່ງຊາດ. ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດຂອງສອງປະເທດ ທີ່ໄດ້ຮັບການເພີ່ມທະວີຂື້ນໃນປີທີ່ຜ່ານມາ ຜ່ານການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງສຸດຂອງສະພາທັງສອງ. ໃນຕອນບ່າຍຂອງວັນດຽວກັນ, ໄດ້ມີການດຳເນີນກການພົບປະຢ່າງເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດລາວ ແລະ ຮົງກາລີ, ທີ່ກະຊວງການຕ່າງປະເທດ ຮົງກາລີ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍໄດ້ມີການໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນ ໃນລະດັບການນຳຂັ້ນສູງ ຕະຫລອດຮອດລະດັບວິຊາການ, ລວມທັງລະຫວ່າງ ສອງນະຄອນຫລວງ ບູດາແປສ ແລະ ນະຄອນຫລວງວຽງຈັນ; ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍເລັ່ງລັດການກະກຽມສັນຍາຮ່ວມມື ແລະ ສັນຍາເງິນກູ້ໄລຍະ 3 ຈໍານວນ 160 ລ້ານເອີໂຣ ໃຫ້ແກ່ ສປປ ລາວ ເພື່ອໃຫ້ໄດ້ລົງນາມໃນທ້າຍປີ 2017 ນີ້ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໂຄງການຂະແຫນງກະສິກໍາ, ໂຄງການຄຸ້ມຄອງບໍລິຫານນໍ້າ ນະຄອນຫລວງວຽງຈັນ, ແລະ ໂຄງການຄຸ້ມຄອງພົນລະເມືອງ; ແລະ ເຫັນດີຈະຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ກະສິກໍາ, ອຸດສະຫະກໍາປຸງແຕ່ງ ແລະ ຂະແໜງການອື່ນໆ ທີ່ສອງປະເທດມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນ. ສອງຝ່າຍໄດ້ເຫັນພ້ອມກັນວ່າ ໃນອະນາຄົດສອງປະເທດ ຈະອອກແຮງເພີ້ມທະວີການພົວພັນຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ມີໝາກຜົນສູງກວ່າເກົ່າ ເພື່ອຍົກລະດັບການພົວພັນສອງຝ່າຍຂື້ນສູ່ຈຸດສູງສຸດໃນໄລຍະໃໝ່.

ໃນໂອກາດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານລາວສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງຂອງລັດຖະບານ ແລະ ປະຊາຊົນ ຮົງກາຣີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ໃນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ແລະ ການໃຫ້ເງິນກູ້ຢືມ ງວດ 2 ແກ່ຝ່າຍລາວ ຈໍານວນ 30 ລ້ານໂດລາ; ພ້ອມທັງໄດ້ສະເໜີໃຫ້ຝ່າຍຮົງກາຣີ ສືບຕໍ່ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ດ້ານການພັດທະນາກະສິກໍາ-ລ້ຽງສັດ ເພື່ອຜະລິດເປັນສິນຄ້າ ແລະ ການສ້າງຊັບພະຍາກອນມະນຸດ ກໍ່ຄືໃຫ້ທຶນການສຶກສາ ແລະ ທຶນຝຶກອົບຮົມ ຫລື ທຶນໄປທັດສະນະສຶກສາໄລຍະສັ້ນ ທີ່ຮົງກາຣີ ໃຫ້ແກ່ພະນັກງານຂັ້ນຕ່າງໆຂອງ ສປປ ລາວ.

ໃນຂະນະດຽວກັນ, ຝ່າຍຮົງກາຣີ ກໍ່ໄດ້ສະແດງຄວາມຍິນດີ ແລະ ໃຫ້ຄໍາຢືນຢັນວ່າ ລັດຖະບານຮົງກາຣີ ຈະສືບຕໍ່ໃຫ້ການຮ່ວມມືດ້ານການສຶກສາ ໂດຍສະເພາະສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ຈໍານວນ 50 ທຶນຕໍ່ປີ.

ໃນດ້ານການຕ່າງປະເທດ, ສອງຝ່າຍເຫັນດີຈະຈັດກອງປະຊຸມການປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ໃນລະດັບວິຊາການ ໃນທຸກໆປີ, ນັບທັງການກະກຽມຈັດກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາລີ ຄົບຮອບ 55 ປີ (12 ກັນຍາ 1962 - 12 ກັນຍາ 2017) ໃນປີ 2017 ເພື່ອເປັນເຫດການປະຫວັດສາດໃນການພົວພັນລະຫວ່າງສອງປະເທດ, ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ແຈ້ງສະພາບໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ມີການແລກປ່ຽນຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຄວາມເປັນເອກະພາບກັນ ໃນດ້ານຈຸດຢືນ ແລະ ທັດສະນະດ້ວຍດີ

ພາຍຫລັງພົບປະສອງຝ່າຍຢ່າງເປັນທາງການ, ສອງຝ່າຍໄດ້ພົບປະກັບນັກຂ່າວ ແລະ ຖະແຫລງຂ່າວຜົນການພົບປະສອງຝ່າຍ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການໃນຄັ້ງນີ້ ຕໍ່ສື່ມວນຊົນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484426
ມື້ນີ້130
ມື້ວານ273
ອາທິດນີ້864
ເດືອນນີ້3731