ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດມາເລເຊຍ ຄົນໃໝ່

 

Saleumxaymalayunicef1

 

ໃນວັນທີ 25 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມດ ໄອນີ ອາຕັນ Mohd Aini Atan ), ໃນໂອກາດໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະ​ແດງ​ຄວາມ​ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂມດ ໄອນີ ອາຕັນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ພ້ອມ​ທັງ​ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະເວລາທີ່ດໍາລົງຕໍາແໜ່ງຢູ່ ສປປ ລາວ, ທ່ານທູດ ໂມດ ໄອນີ ອາຕັນ ຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນັ້ນ, ກໍ​ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານມາເລເຊຍຕໍ່ການຕ້ອນຮັບຢ່າງອົບອຸ່ນໃນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ຂອງພະນະ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໃນວັນ​ທີ 09-10 ພຶດສະພາ ຜ່ານ​ມາ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນວັນທີ 16-18 ມີນາ 2017, ພິເສດຕໍ່ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຂອງລັດຖະບານມາເລເຊຍ ໃນຫຼາຍດ້ານ ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.

ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງລາວ-ມາເລເຊຍ ໄດ້ມີການພົວພັນຮ່ວມມືຫຼາຍດ້ານ ທັງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະ ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ສິ່ງພົ້ນເດັ່ນກໍຄືຜົນສໍາເລັດອັນຈົບງາມໃນການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ມາເລເຊຍ ຄົບຮອບ 50 ປີ (01/7/1966-01/7/2016) ໃນປີ 2016 ທີ່ຜ່ານມາມາເລເຊຍ ເປັນປະເທດທີ່ລົງທຶນລາຍໃຫຍ່ອັນດັບ 04 ຢູ່ລາວ ລວມມູນຄ່າທັງໝົດປະມານ 1 ຕື້ ໂດລາສະຫະລັດ, ກວມເອົາຮ້ອຍກວ່າໂຄງການ, ໃນນັ້ນມີຂະແໜງພະລັງງານໄຟຟ້າ, ອຸດສາຫະກໍາໄມ້, ໂຮງແຮມ, ທະນາຄານ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານທູດ ໂມດ ໄອນີ ອາຕັນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484549
ມື້ນີ້65
ມື້ວານ188
ອາທິດນີ້987
ເດືອນນີ້3854