ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ໄທ ສົ່ງເສີມບົດບາດຄວາມສໍາຄັນໃນການຮ່ວມມືພາກທຸລະກິດເອກະຊົນ

LaoThaiSPF1

 

LaoThaiSPF2

 

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2017, ທີ່ ​ໂຮງ​ແຮມ ​ແລນ​ມາກ ​ແມ່​ຂອງ ຣີ​ເວີ​ຊາຍ, ໄດ້ມີກອງປະຊຸມຄູ່ຮ່ວມຍຸດທະສາດ ລາວ-ໄທ (Lao-Thai Strategic Partnership Forum), ຊຶ່ງເປັນກຽດເຂົ້າຮ່ວມໂດຍ ທ່ານສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ, ແລະ ທ່ານ ສົມຄິດ ຈາຕຸສີພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດເອກະຊົນຂອງ ລາວ ແລະ ໄທ ຫລາຍກວ່າ 200 ຄົນ.

ກອງປະຊຸມຄັ້ງນີ້ມີຈຸດປະສົງ ເພື່ອເພີ່ມທະວີການເປັນຄູ່ຮ່ວມມືຍຸດທະສາດທາງດ້ານທຸລະກິດ ລາວ-ໄທ, ຮັດແໜ້ນການພົວພັນຮ່ວມມື ແລະ ສ້າງເຄືອຂ່າຍທຸລະກິດໃໝ່ໆ ໃຫ້ແກ່ນັກທຸລະກິດຂອງທັງສອງປະເທດ. ໃນກອງປະຊຸມ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີຄໍາເຫັນວ່າ: ການຄ້າ ແລະ ການລົງທຶນ ລາວ-ໄທ ໃນໄລຍະ 5 ປີ ຜ່ານມາ ແມ່ນໄດ້ເພີ່ມຂື້ນນັບມື້ ແລະ ມີມູນຄ່າການຄ້າສູງເຖິງ 5,8 ຕື້ໂດລາ ແລະ ການລົງທຶນຂອງໄທ ຢູ່ ສປປ ລາວ ມີ 71 ໂຄງການ ດ້ວຍມູນຄ່າການລົງທຶນ ປະມານ 741 ລ້ານໂດລາ, ຖືກຈັດຢູ່ອັນດັບ 2 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ຮອງຈາກ ສປ.ຈີນ. ການຮ່ວມມືດ້ານທຸລະກິດລາວ ແລະ ໄທ ຈະສືບຕໍ່ເພີ່ມທະວີການຮ່ວມມືກັນສຶກສາຄົ້ນຄວ້າຊ່ອງທາງແກ້ໄຂສິ່ງກີດຂວາງ ແລະ ພັດທະນາບັນດາໂຄງການທຸລະກິດທີ່ມີເງື່ອນໄຂຮ່ວມກັນ, ໂດຍສະເພາະ ໃນ 8 ຂະແໜງການ ເຊັ່ນ: ກະສິກໍາ ແລະ ອາຫານ, ການເງິນ-ທະນາຄານ ແລະ ຕະຫລາດຫລັກຊັບ, ການພັດທະນາອະສັງຫາລິມມະຊັບ, ລະບົບສາງ ແລະ ພະລາທິການຂົນສົ່ງ (Logistics), ການຂຸດຄົ້ນຊັບພະຍາກອນທໍາມະຊາດ ແລະ ບໍ່ແຮ່, ການບໍລິການການທ່ອງທ່ຽວ, ການຄ້າຊາຍແດນ ແລະ ເຄື່ອງໃຊ້ປະຈໍາວັນ ແລະ ພະລັງງານ.

ໃນໂອກາດເດີນທາງມາຢ້ຽມຢາມທາງການ ສປປ ລາວ ຄັ້ງນີ້, ທ່ານຮອງນາຍົກ ສົມຄິດ ຈະຕຸສີພິທັກ ໄດ້ໃຫ້ກຽດຂື້ນປະຖະກະຖາ ໃນຫົວຂໍ້ “ບົດບາດ ແລະ ຄວາມສໍາຄັນໃນການຮ່ວມມືຂອງພາກເອກະຊົນ ໄທ-ລາວ ໃນຖານະຫຸ້ນສ່ວນຍຸດທະສາດທາງດ້ານເສດຖະກິດ”, ໂດຍໄດ້ເໜັ້ນໜັກເຖິງບົດບາດຂອງພາກເອກະຊົນ ໃນການເປັນກົນໄກຂັບເຂື່ອນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ; ນະໂຍບາຍເສດຖະກິດຂອງໄທ ຕໍ່ອາຊຽນ ແລະ ພາກພື້ນ, ໂດຍສະເພາະລັດຖະບານໄທ ໃຫ້ຄວາມສໍາຄັນຂອງການເປັນຄູ່ຫຸ້ນສ່ວນເສດຖະກິດທາງດ້ານການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ກັບປະເທດເພື່ອນບ້ານ ກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMVT) ໂດຍແນໃສ່ສ້າງການເຊື່ອມໂຍງທາງດ້ານເສດຖະກິດ ແລະ ຮັດແໜ້ນການພົວພັນ ພ້ອມທັງສ້າງເຄືອຂ່າຍການຮ່ວມມືທັງພາກລັດ, ເອກະຊົນ ແລະ ວິຊາການຕ່າງໆ.

ນອກນັ້ນ, ທ່ານ ສົມຄິດ ຈະຕຸລີພິທັກ ຍັງໄດ້ກ່າວຢໍ້າວ່າ ສປປ ລາວ ຕັ້ງຢູ່ຈຸດຍຸດທະສາດທີ່ມີຄວາມໄດ້ປຽບໃນການເຊື່ອມໂຍງກັບປະເທດຕ່າງໆທີ່ສໍາຄັນ ໃນພາກພື້ນຢ່າງແທ້ຈິງ ແລະ ປະເທດລາວ ເປັນຕະຫລາດການລົງທຶນທີ່ສໍາຄັນຂອງນັກທຸລະກິດໄທ ໃນໄລຍະເວລາ 3 ທົດສະຕະວັດຜ່ານມາ. ລັດຖະບານໄທ ມີຄວາມມຸ້ງໝັ້ນຈະພັດທະນາເຂດເສດຖະກິດພິເສດຊາຍແດນ ໂດຍມີແຜນການຈັດຕັ້ງຂື້ນອ້ອມຮອບປະເທດໄທ ແລະ ປະຈຸບັນ ຍັງບໍ່ທັນມີກົນໄກເຊື່ອມໂຍງເຂດເສດຖະກິດພິເສດ ໄທ-ລາວ ຈຶ່ງຄວນມີການຈັດຕັ້ງຄະນະເຮັດວຽກຮ່ວມສອງຝ່າຍ ເພື່ອເຊື່ອມໂຍງເຂດເສດຖະກິດພິເສດ ໄທ-ລາວ ໃນເຂດແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຂອງສອງປະເທດ ສາມາດໃຊ້ຖານການຜະລິດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ພາຍຫລັງກອງປະຊຸມປະຖະກະຖາ, ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ແລະ ທ່ານ ສົມຄິດ ຈະຕຸສີພິທັັກ, ຮອງນາຍົກລັດຖະມົນຕີໄທ, ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຂອງພາກເອກະຊົນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຈໍານວນ 4 ສະບັບ ກ່ຽວກັບ ການສົ່ງເສີມການ​ຮ່ວມ​ມື SME ລາວ-​ໄທ. ກ່ອນໜ້ານັ້ນ, ພາກທຸລະກິດເອກະຊົນ ລາວ-ໄທ ກໍ່​ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຈໍານວນ 9 ສະບັບ ກ່ຽວກັບການສົ່ງ​ເສີມ​ການ​ຮ່ວມມືທຸລະກິດທາງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການທ່ອງທ່ຽວ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ດ້ານ​ພະລັງງານ ແລະ ການ​ຄ້າ​ອີ​ເລັກ​ໂຕຼນິກ (E-Commerce).

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485819
ມື້ນີ້118
ມື້ວານ206
ອາທິດນີ້855
ເດືອນນີ້5124