ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີໄທ

DPMLaoThai

 

DPMLaoThai1

 

ໃນວັນທີ 24 ພຶດສະພາ 2017, ທີ່​ ສຳນັກງານ​ນາຍົກລັດຖະມົນຕີ, ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ສົມ​ຄິດ ຈາ​ຕຸສີ​ພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ​ໄທ, ໃນໂອກາດທີ່ເດີນທາງມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ, ໃນລະຫວ່າງວັນທີ 23-25 ພຶດສະພາ 2017.

ໃນໂອກາດດັ່ງກ່າວ, ພະນະ​ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ ພະນະ​ທ່ານຮອງນາຍົກລັດຖະມົນຕີ​ ສົມ​ຄິດ ຈາຕຸ​ສີ​ພິທັກ ​ແລະ ຄະນະ, ​ແລະ ​ໄດ້​ຕີ​ລາຄາ​ສູງ ​ຕໍ່ການຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ຄັ້ງນີ້, ຊຶ່ງ​ຈະ​ເປັນ​ຂີດ​ໝາຍ​ສໍາຄັນ ​ແລະ ປະກອບ​ສ່ວນ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ ​ໃຫ້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂື້ນ​ຕື່ມ. ຈາກ​ນັ້ນ, ພະນະ​ທ່ານ ສົມ​ຄິດ ຈາຕຸ​ສີ​ພິທັກ ກໍ່ໄດ້ສະແດງຄວາມຂອບ​ໃຈ​ຕໍ່ພະນະທ່ານນາຍົກ ທອງ​ລຸນ ສີ​ສຸ​ລິດ ທີ່ໄດ້ຕ້ອນຮັບອັນ​ອົບ​ອຸ່ນ ​ແລະ ໄດ້​ແຈ້ງ​​ກ່ຽວ​ກັບແຜນການ​ຢ້ຽມຢາມ ສປປ ລາວ ​ຂອງ​ພະນະ​ທ່ານ ​ໃນຄັ້ງນີ້​, ໂດຍ​ສະ​ເພາະຜົນ​ຂອງ​ກອງ​ປະຊຸມ​ພົບ​ປະ​ທາງ​ການ​ສອງ​ຝ່າຍ ທີ່ນໍາ​ໂດຍພະນະທ່ານ ສົມ​ດີ ດວງ​ດີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ແຫ່ງ ສປປ ລາວ ​ແລະ ພະນະທ່ານ ສົມ​ຄິດ ຈະຕຸ​ສີ​ພິທັກ, ຮອງ​ນາຍົກລັດຖະມົນຕີ​ໄທ, ຊຶ່ງ​ໄດ້​ຈັດ​ຂື້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ ​ໂດຍ​ສອງ​ຝ່າຍ ​ໄດ້​ເຫັນດີ​ຈະຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ​ສອງ​ປະ​ເທດ ເພື່ອ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ ລາວ-​ໄທ; ຈະ​ຮ່ວມກັນ​ດໍາ​ເນີນ​ໂຄງການ​ເພື່ອ​ການ​ພັດທະນາ​ດ້ານ​ຊັບພະຍາກອນ​ມະນຸດ, ກະສິກໍາ, ການ​ທ່ອງ​ທ່ຽວ, ການ​ສຶກສາ ​ແລະ ສາທາລະນະ​ສຸກ ຕາມ​ແຜນການ​ຮ່ວມ​ມື​ວິຊາ​ການ ລາວ-​ໄທ; ​ຈະ​ຮ່ວມ​ກັນ​ສ້າງ​ແຜນ​ແມ່​ບົດ​ການ​ເຊື່ອມ​ໂຍງ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ລະຫວ່າງ​ອະນຸ​ພາກ​ພື້ນ​ລຸ່ມ​ແມ່​ນໍ້າຂອງ, ​ໂດຍ​ຈະ​ເລັ່ງການ​ສ້າງ​ຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 5 ລະ​ຫວ່າງ ​ແຂວງ ບໍລິ​ຄໍາ​ໄຊ ​ແລະ ຈັ່ງ​ຫວັດ ບຶງ​ການ ​ແລະ ຈະ​ສົ່ງ​ເສີມ​ເພີ​່ມປະລິມານ​ການ​ຄ້າ​ສອງ​ຝ່າຍ​​ໃຫ້​ສູງ​ກວ່າ 10 ຕື້​ ໂດ​ລາ ສະຫະລັດ ​ໃນ​ປີ 2024.

ໃນ​ໂອກາດ​ນີ້, ພະນະ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ກໍ່​ໄດ້ນຳເອົາຄຳຢື້ຢາມຖາມຂ່າວແຫ່ງໄມຕີຈິດມິດຕະພາບຈາກ ພະນະທ່ານ ປຣະຢຸດ ຈັນ​ໂອຊາ, ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາ​ຈັກ​ໄທ, ເຖິງ ພະ​ນະ​ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ.

ໃນ​​ເວລາ​ດຽວ​ກັນ, ພະນະ​ທ່ານ​ ທອງ​ລຸນ ສີ​ສຸ​ລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງ​ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ​ ລະຫວ່າງ​ສອງຮອງ​ນາຍົກລັດຖະມົນຕີ ລາວ-​ໄທ ​ແລະ ​ໄດ້​ຕີ​ລາ​ຄາ​ສູງ​ ຕໍ່​ການ​ລົງທຶນ​ຂອງ​ນັກ​ລົງທຶນ​ໄທ ຢູ່ ສປປ ລາວ ທີ​່ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ທັງ​ຍັງຈະ​ເປັນ​ການ​ປະກອບ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ສ້າງ​ລາຍ​ໄດ້​ໃຫ້​ແກ່​ປະຊາຊົນ​ລາວ, ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າດີ​ຂື້ນ, ຊຶ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ ສປປ ລາວ. ນັບ​ແຕ່​ ປີ 2008 ​ເຖິງ​ປະຈຸ​ບັນ, ປະ​ເທດ​ໄທ ຖືກ​ຈັດ​ຢູ່​ອັນ​ດັບ 2 ຂອງ​ການ​ລົງທຶນ​ຕ່າງປະ​ເທດ ​ຢູ່​ ລາວ ຮອງ​ຈາກ ສປ ຈີນ, ຊຶ່ງ​ມີ​ປະມານ 587 ຫົວໜ່ວຍ ​ແລະ ມີ​ທຶນ​ຈົດ​ທະບຽນ​ທັງ​ໝົດ​ປະ​ມານ 2,697 ລ້ານ ​ໂດ​ລາ​ ສະຫະລັດ. ພ້ອມ​ນັ້ນ, ພະນະ​ທ່ານ​ນາຍົກລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ຝ່າຍ​ໄທສືບຕໍ່ໃຫ້ການສະໜັບສະໜູນການ​ພັດທະນາ​ການເຊື່ອມ​ໂຍງ ລາວ-​ໄທ ຕື່ມ ທາງ​ດ້ານຄົມມະນາຄົມ​ຂົນ​ສົ່ງ, ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ແລະ ການ​ທ່ອງ​ທ່ຽວ ລະຫວ່າງ​ສອງ​ປະ​ເທດ ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ​່ດີ ​ລະ​ຫວ່າງ​ສອງ​ປະ​ເທດ ​ໃຫ້​​ຢູ່​ໃນ​ທ່າ​ຂະຫຍາຍຕົວ​ຂື້ນ​ເລື່ອຍໆ.

ໃນ​ຕອນ​ທ້າຍ, ພະນະ​ທ່ານ​ນາຍົກ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ອວຍພອນ​ໃຫ້ ພະນະ​ທ່ານ​ຮອງ​ນາຍົກ ສົມ​ຄິດ ຈາຕຸ​ສີ​ພິທັກ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​​ຜົນ​ສໍາ​ເລັດ​ໃນ​ການ​ຢ້ຽມຢາມ ສປປ ລາວ ຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484728
ມື້ນີ້39
ມື້ວານ205
ອາທິດນີ້1166
ເດືອນນີ້4033