ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

vietnamvisitlaospress

 

I. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽນາມ ໄດ້ນຳພາຄະ ນະຜູ້ແທນຂັ້ນສູງຂອງລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 26-27 ເມສາ 2017, ເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພາຍຫຼັງ​ໄດ້​ຂຶ້ນ​ດໍາ​ລົງຕໍາ​ແໜ່​ງ ແລະ ເປັນການເຄື່ອນໄຫວກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017.

ໃນໄລຍະເວລາຢ້ຽມຢາມ ສປປ ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ; ພົບປະສອງຝ່າຍກັບ ສະຫາຍ  ທອງລຸນສີສຸລິດ, ນາຍົກລັດຖະມົນຕີ; ຢ້ຽມຢາມພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ; ຢ້ຽມ​ຢາມ​ພົບ​ປະ​ກັບ ສະ​ຫາຍ ພັນ​ຄຳ ວິ​ພາ​ວັນ; ຜູ້​ປະ​ຈຳ​ການຄະນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ວິໄລວົງ ບຸດດາຄຳ, ປະທານສະມາຄົມ ລາວ-ຫວຽດນາມ ແລະ ຢ້ຽມຢາມບັນດາສະຫາຍອະດີດການນຳຂັ້ນສູງພັກ-ລັດຂອງລາວ ແລະ ຄອບຄົວ; ວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ; ຢ້ຽມ​ຢາມ​ຫໍ​ພິ​ພິ​ຕະ​ພັນ ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ຢ້ຽມ​ຢາມ​ອາ​ນຸ​ສອນ​ສະ​ຖານ​ປະ​ທານ​ສຸ​ພາ​ນຸ​ວົງ; ຢ້ຽມຢາມບາງພື້ນຖານເສດຖະກິດ-ວັດທະນະທຳ ທີ່ນະຄອນຫຼວງວຽງຈັນ; ຢ້ຽມຢາມສະຖານທູດເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ແລະ ພົບປະໂອ້ລົມພະນັກງານສະຖານທູດ, ສະມາຄົມຊາວຫວຽດ ນາມ ທີ່ກຳລັງດຳລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ ສປປ ລາວ.

ສອງນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານການລົງນາມເອກະສານ 9 ສະບັບ ຄື: 1).ຂໍ້ຕົກລົງ  ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການຮ່ວມລົງທຶນ, ຄຸ້ມຄອງ ແລະ ບໍລິຫານ ທ່າເຮືອຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອ ລາວ-ຫວຽດ; 2).ຂໍ້ຕົກລົງ  ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມວ່າດ້ວຍການລົງທຶນກໍ່ສ້າງເສັ້ນທາງ​​ລົດໄຟ ວຽງຈັນ-ທ່າແຂກ-ມຸຢາ-ເຕີນເອີບ-ຫວຸ້ງອ່າງ; 3).ຂໍ້ຕົກລົງ  ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການລົງທຶນກໍ່ສ້າງເສັ້ນທາງ​​ພູທິດເຜິ້ງ, ແຂວງຫຼວງພະບາງ ຫາ ຊາຍແດນນາຊອນ ຕິດກັບເມືອງ ດຽນບຽນ, ແຂວງດຽນບຽນ, ສສ.ຫວຽດນາມ; 4).ຂໍ້ຕົກລົງ  ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການສຶກສາຄວາມເປັນໄປໄດ້ (FS) ບັນດາໂຄງການ: ໂຄງການຍົກລະດັບເສັ້ນທາງ 18B, ແຂວງອັດຕະປື; ທະລຸ ແລະ ກໍ່ສ້າງເສັ້ນທາງແຕ່ບ້ານປຸ່ງທ່າ-ລຽບແມ່ນໍ້າກາມາ-ບ້ານເພຍລີ, ແຂວງໄຊສົມບູນ; ທະລຸ ແລະ ກໍ່ສ້າງເສັ້ນທາງແຕ່ແຂວງໄຊສົມບູນ-ເຕເບເລ-ພູກ່ອງເຂົ້າ-ຊໍາຫໍ້ປ່າດົງ,  ແຂວງໄຊສົມບູນ ສປປ ລາວ; 5).ອະນຸສັນຍາເພື່ອປັບປຸງສັນຍາວ່າດ້ວຍສິນຄ້າຜ່ານແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ.ຫວຽດນາມ ປີ 2009; 6).ອະນຸສັນຍາວ່າດ້ວຍການຮ່ວມມືທາງດ້ານການສຶກສາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ.ຫວຽດນາມ ວ່າດ້ວຍການການສ້າງບຸກຄະລາກອນ; 7).ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ.ຫວຽດນາມ ກ່ຽວກັບໂຄງການກໍ່ສ້າງສາງພັກນໍ້າມັນ ທ່າເຮືອຮ່ອນລາ ແລະ ລະບົບທໍ່ສົ່ງນໍ້າມັນ ຮ່ອນລາ-ຄໍາມ່ວນ 8). ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງການເງິນ ແຫ່ງ ສປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ແລະ 9).ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວ່າດ້ວຍການຊື້ຊາຍໄຟຟ້າຢູ່ໂຮງງານໄຟຟ້າພະລັງຄວາມຮ້ອນເຊກອງ ລະຫວ່າງ ກຸ່ມບໍລິສັດພອນສັກລາວ ແລະ ກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ.

ໃນໂອກາດຢ້ຽມຢາມທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາຊົລາວ ຄັ້ງນີ້, ເຊົ້າວັນທີ 26 ເມສາ 2017, ຫຼັງຈາກສອງຝ່າຍສຳເລັດການພົບປະທາງການ, ຕາງໜ້າໃຫ້ການນຳຂັ້ນສູງສອງປະເທດ, ນາຍົກລັດຖະມົນຕີ ທອລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຮ່ວມກັນເປີດປີສາມັກຄີມິດພາບ ລາວ-ຫວຽດນາມ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ ແນ່ໃສສ້າງຄວາມເຂົ້າໃຈ ແລະ ປຸກຈິດສໍານຶກທົ່ວສັງຄົມ ລາວ-ຫວຽດນາມ ເຂົ້າໃຈຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ, ພ້ອມດຽວກັນນັ້ນ ກໍ່ສະແດງເຖິງຄວາມຕັດສິນໃຈຂອງການນຳສອງປະເທດ ໃນການຮ່ວມກັນຈັດຕັ້ງບັນດາວິທີການເພື່ອເຮັດແນວໃດເຮັດໃຫ້ການຮ່ວມມືສອງປະເທດນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ ແລະ ມີປະສິດທິກວ່າເກົ່າ.

II. ໃນທ່າມກາງບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ໂດຍສະເພາະ ໃນບັນຍາກາດທີ່ທັງສອງປະເທດ ພ້ອມກັນຈັດຕັ້ງບັນດາແຜນກິດຈະ ກຳການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017, ການນຳຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນຄຳຄິດຄໍາເຫັນຢ່າງເລິກເຊິ່ງກ່ຽວກັບທິດທາງວິທີການຕ່າງໆ ແນ່ໃສ່ເສີມຂະຫຍາຍ, ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ແລະ ບັນຫາພາກພື້ນ, ປະສານສົມທົບກັນກ່ຽວກັບບັນຫາສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ.

ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ອວຍພອນອັນປະເສີດໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ ປະສົບຜົນສຳເລັດໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ນຳພາປະເທດລາວໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020, ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ຕາມຈຸດໝາຍສັງຄົມນິຍົມ, ບົດບາດຂອງລາວ ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ ໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນອັນປະເສີດໃຫ້ພັກ, ລັດຖະບານ ແລະ ປະຊາ ຊົນຫວຽດນາມ ອ້າຍນ້ອງ ປະສົບຜົນສຳເລັດໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ນໍາພາປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດສາ ຫະກຳຕາມທິດທັນສະໄໝ ໂດຍໄວສືບຕໍ່ເຮັດໃຫ້ບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ.

III. ສອງຝ່າຍ ເຫັນດີເປັນເອກະພາບວ່າ ບັນດາກິດຈະກໍາການເຄື່ອນໄຫວສະເຫຼີມສະຫຼອງ ປີສາມັກ ຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ເພື່ອລະນຶກ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2017) ແລະ 40 ປີ ແຫ່ງການເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/72017) ແມ່ນມີຄວາມໝາຍສໍາຄັນພິເສດໃນການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ ໂດຍສະເພາະ ບັນດາຄົນລຸ້ນໜຸ່ມຂອງທັງສອງປະເທດ ກ່ຽວກັບມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ; ຢືນຢັນຈະຮ່ວມກັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາການເຄື່ອນໄຫວສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽນາມ, ຫວຽດ ນາມ-ລາວ 2017 ເປັນຢ່າງດີ.

IV. ສອງຝ່າຍ ຢືນຢັນສືບຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຕັ້ງຂຶ້ນ ແລະ ໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນການນຳຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ; ເປັນມູນມໍລະດົກອັນລໍ້າຄ່າຂອງສອງພັກ, ສອງຊາດ; ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພາລະກິດປະຕິວັດຂອງປະຊາຊົນແຕ່ລະປະເທດ, ເປັນສາຍພົວພັນອັນເປັນອັນຕາຍ ແລະ ເປັນແຫຼ່ງກຳລັງແຮງອັນສຳຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ; ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັນເຮັດຈົນສຸດຄວາມສາມາດໃນການເພີ່ມພູນຄູນສ້າງ ແລະ  ເສີມຂະຫຍາຍສາຍພົວພັນສາມັກຄີພິເສດນີ້ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ລຸ້ນລູກຫຼານໄດ້ສືບທອດຕໍ່ໄປ.

V. ສອງຝ່າຍ ເປັນເອກະພາບກັນໃນການເພີ່ມທະວີການພົບປະ, ການໄປມາຫາສູ່, ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງຂອງສອງປະເທດໃນຫຼາຍຮູບແບບ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂອງຖະ ແຫຼງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ, ພິເສດ ແມ່ນຜົນກອງປະຊຸມຄັ້ງທີ 39 ຂອງຄະນະກໍາມະການຮ່ວມມືທະວິພາຄີຂອງລັດຖະບານ, ສົນທິສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາແຜນງານ, ແຜນການຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດ; ສືບຕໍ່ເສີມຂະ ຫຍາຍ, ປັບປຸງໃຫ້ຄົບຖ້ວນ, ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມື; ຍູ້ແຮງບັນດາກິດຈະກຳແລກປ່ຽນ, ການຮ່ວມມືທີ່ມີປະສິດທິຜົນຕົວຈິງ ລະຫວ່າງ ບັນດາກະຊວງ, ທ້ອງຖິ່ນທີ່ແຮກ ສ່ຽວກັນ, ໂດຍສະເພາະ ແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ.

VI. ສອງຝ່າຍ ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງຜັນຂະຫຍາຍ, ໂຄສະນາເຜີຍແຜ່ຢ່າງກ້ວາງຂວາງ ແລະ ຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ລະຫວ່າງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສັນຍາວ່າດ້ວຍຫຼັກການໃນການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ມີປະສິດທິຜົນສູງ ພາຍຫຼັງທີ່ເອກະສານທັງສອງສະບັບນີ້ ໄດ້ຮັບການຮັບຮອງ ແລະ ມີຜົນບັງຄັບໃຊ້; ສືບຕໍ່ປະສານສົມທົບກັນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາແບບລຳພັງໃຈ ແລະ ການແຕ່ງງານແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ຕາມເຂດຊາຍແດນ ລາວ-ຫວຽດ ນາມ; ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມສະຫງົບ, ສ້າງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ມີຄວາມສະຫງົບ ແລະ ມີການພັດທະນາຢ່າງຮອບ ດ້ານ.

VII. ສອງຝ່າຍ ຢືນຢັນສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ ຊາວລາວຢູ່ຫວຽດນາມ ແລະ ຊາວຫວຽດນາມຢູ່ລາວ ໃນການດຳລົງຊີວິດ, ທໍາມາຫາກິນ ແລະ ສຶກສາຮໍ່າຮຽນ ໃຫ້ສອດຄ່ອງກັບບັນດາຂໍ້ກໍານົດ, ກົດໝາຍຂອງແຕ່ລະປະເທດ ແລະ ປະເພນີສາກົນ. ຝ່າຍຫວຽດນາມ ສະແດງຄວາມຂອບໃຈຝ່າຍລາວ ທີ່ຖືສຳຄັນການປະກອບສ່ວນຢ່າງຕັ້ງໜ້າຂອງຊາວຫວຽດນາມຕ່າງດ້າວ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດລາວ.  

VIII. ສອງຝ່າຍ ຢືນຢັນເຖິງຄວາມໝາຍສຳຄັນ ແລະ  ມີຄວາມເປັນເອກະພາບກັນ  ພ້ອມກັນສູ້ຊົນຊຸກຍູ້ເປີດກ້ວາງ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ລົງທຶນ, ຄົມມະ ນາຄົມ-ຂົນສົ່ງ...; ປະສານສົມທົບກັນໃນການຈັດຕັ້ງຜັນຂະຫຍາຍສັນຍາການຄ້າ ລະຫວ່າງ ສອງລັດຖະ ບານ ທີ່ໄດ້ລົງນາມກັນວັນທີ 03 ມີນາ 2015 ແລະ ສັນຍາການຄ້າຊາຍແດນ ລະຫວ່າງສອງລັດຖະບານ ທີ່ໄດ້ລົງນາມກັນໃນວັນທີ 27 ມິຖຸນາ 2015, ສູ້ຊົນເພີ່ມມູນຄ່າການຄ້າສອງສົ້ນ ໃຫ້ເພີ່ມຂຶ້ນ 10% ທຽບໃສ່ປີ 2016; ບູລິມາສິດໃນການເຊື່ອມຕໍ່ພື້ນຖານເສດຖະກິດ, ໂດຍສະເພາະ ແມ່ນການເຊື່ອມຕໍ່ທາງດ້ານກົນໄກ, ພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ພະລັງງານ, ການທ່ອງທ່ຽວ ແລະ ສ້າງເງື່ອນໄຂສະດວກໃຫ້ຝ່າຍລາວນໍາໃຊ້ທ່າເຮືອຫວຸ້ງອ່າງຢ່າງມີປະສິທິຜົນ; ເອົາໃຈໃສ່ປະຕິບັດບົດບັນທຶກຄວາມຊົງຈຳ ລະຫວ່າງສອງລັດຖະບານ ກ່ຽວກັບຍຸດທະສາດການຮ່ວມມືໃນຂົງເຂດຄົມມະນາຄົມ-ຂົນສົ່ງ ໄລຍະ 2016-2025, ວິໄສທັດຮອດປີ 2030; ຍູ້ແຮງການຈັດຕັ້ງຜັນຂະຫຍາຍໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ລົງທຶນກໍ່ສ້າງເສັ້ນທາງພູທີດເຜີ້ງ ຫາ ຊາຍແດນນາຊອນ, ປັບປຸງ ແລະ ຍົກລະດັບເສັ້ນທາງ 18B ແຂວງອັດຕະປື...; ສະຫຼຸບຖອດຖອນບົດຮຽນຮູບແບບການກວດກາ ປະຕູດຽວ, ຈຸດດຽວ ຢູ່ ດ່ານສາກົນ ແດນສະ ຫວັນ-ລາວບາວ ໃຫ້ສໍາເລັດ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຢູ່ທຸກດ່ານຊາຍແດນ ລາວ-ຫວຽດນາມ; ສ້າງໂຄງການວາງແຜນຈັດສັນ ແລະ ພັດທະນາດ່ານຊາຍແດນ ລາວ-ຫວຽດນາມ ໄລຍະ 2016-2025 ແລະ ວິໄສທັດຮອດປີ 2035 ໃຫ້ສໍາເລັດເພື່ອໃຫ້ໄດ້ຈັດຕັ້ງຜັນຂະຫຍາຍໂດຍໄວ; ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ຢ່າງມີປະສິດທິຜົນ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງປະເທດ, ພິເສດ ແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວເຊິ່ງເປັນຂອງຂັວນຂອງພັກ, ລັດຖະບານ ແລະປະຊາຊົນຫວຽດ ນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ.

ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ໃຫ້ຄວາມສໍາຄັນໃນການຊີ້ນຳບັນດາກະຊວງ, ຂະແໜງ ການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ມີມາດຕະການຕົວຈິງເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ, ມີນະໂຍບາຍຊ່ວຍສະໜັບສະໜູນຢ່າງຈິງຈັງ ບົນພື້ນຖານສາຍພົວພັນພິເສດລະຫວ່າງສອງປະເທດ ຕໍ່ກັບບັນດາວິສາຫະກິດທີ່ກຳລັງພົບຄວາມຫຍຸ້ງຍາກຊົ່ວ ຄາວ; ສືບຕໍ່ຈັດການພົບປະແລກປ່ຽນ ລະຫວ່າງການນຳຂອງລັດຖະບານລາວ ກັບ ສະມາຄົມນັກ ທຸລະກິດຫວຽດນາມ ທີ່ກຳລັງເຄື່ອນໄຫວເຮັດທຸລະກິດ ແລະ ລົງທຶນຢູ່ລາວ.

IX. ສອງຝ່າຍໃຫ້ຄວາມສໍາຄັນເປັນພິເສດ ໃນການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ,ສືບຕໍ່ຈັດຕັ້ງປະຕິບັດການນຳເອົາເນື້ອໃນບັນດາຜະລິດຕະພັນຂອງໂຄງການປະຫວັດ ສາດການພົວ ພັນພິເສດ ລາວ-ຫວຽດນາມ ເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຕ່າງໆຂອງສອງປະເທດ, ພິເສດ ແມ່ນປີສາມັກ ຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017; ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໂດຍເນັ້ນໃສ່ການກໍ່ສ້າງຊັບພະ ຍາກອນມະນຸດທີ່ມີຄຸນນະພາບສູງ.

X. ສອງຝ່າຍ ຢືນຢັນສືບຕໍ່ໃນການປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກການຮ່ວມມືໃນອະນຸພາກພື້ນອື່ນໆ; ສືບຕໍ່ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອ ກະພາບກັນ ແລະ ເສີມຂະຫາຍບົດບາດການເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນ ທີ່ພວມເປັນຮູບເປັນຮ່າງຂຶ້ນ.

ສປປ ລາວ ຕີລາຄາສູງ ທີ່ ສສ.ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ APEC 2017 ແລະ ເຊື່ອໝັ້ນວ່າ ການປະກອບສ່ວນສໍາຄັນຂອງຫວຽດນາມ ຈະເປັນການປະກອບສ່ວນເຂົ້າໃນການຮັກສາ, ຊຸກຍູ້ສົ່ງ ເສີມທ່າອ່ຽງການຫັນເປັນການຄ້າເສລີ ແລະ ການລົງທຶນ, ການເຊື່ອມໂຍງ ແລະ ເຊື່ອມຈອດກັບເສດຖະກິດໃນພາກພື້ນອາຊີ-ປາຊີຟິກ ແລະ ໃນໂລກ.

ສອງຝ່າຍ ເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນນໍາກັນ ແລະ ກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ນຳໃຊ້ແມ່ນໍ້າຂອງແບບຍືນຍົງ ແລະ ມີປະສິດທິຜົນ ບົນພື້ນຖານຮັບປະກັນສິດຜົນປະໂຫຍດອັນສະເໝີພາບຂອງປະຊາຊົນບັນດາປະ ເທດລຽບຕາມລຳແມ່ນໍ້າຂອງ, ໂດຍສະເພາະ ແມ່ນບັນດາປະເທດຢູ່ແມ່ນໍ້າຂອງຕອນລຸ່ມ, ພ້ອມກັນນັ້ນ ກໍ່ມີກົນໄກການຮ່ວມມືສອງຝ່າຍ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຕີລາຄາ ແລະ ຕິດຕາມກວດກາບັນດາຜົນກະທົບ ຮອບດ້ານຈາກການນໍາໃຊ້ນໍ້າ.

ສອງຝ່າຍ ສືືບຕໍ່ເນັ້ນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະ ກັນຄວາມສະຫງົບຄວາມປອດໄພ  ຢູ່ ທະເລຈີີນໃຕ້ (ຫວຽດນາມ ເອີ້ນວ່າ ທະເລຕາວັນອອກ);  ເປັນເອກະພາບກັນຊຸກຍູ້ການແກ້ໄຂບັນດາຂໍ້ຂັດແຍ່ງໃນທະເລຈີນໃຕ້ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນນັບທັງສົນທິສັນຍາຂອງອົງການ ສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ ປີ 1982 (UNCLOS 1982); ຮ່ວມກັບບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວໄປສູ່ການບັນລຸກົດແຫ່ງການປະພຶດ (COC) ໂດຍໄວ, ເຊິ່ງໃນນັ້ນລວມມີການສ້າງໂຄ່ງຮ່າງ COC  ໃຫ້ສໍາເລັດໃນກາງປີ 2017; ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

XI. ສອງຝ່າຍ ຕີລາຄາສູງຕໍ່ໝາກຜົນອັນຈົບງາມ ແລະ ມີຄວາມໝາຍເລິກເຊີ່ງ ຂອງການຢ້ຽມຢາມ  ສປປ ລາວ ຢ່າງເປັນທາງການ ຂອງສະຫາຍ ຫງວຽນ ຊັວນ ຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບມື້ນັບພັດທະນາເຂົ້າສູ່ລ່ວງເລິກ, ມີໝາກຜົນຕົວຈິງ, ຕອບສະໜອງຕາມຄວາມມຸ່ງຫວັງຂອງປະຊາຊົນສອງຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ໃນໂລກ.

          ນາຍົກລັດຖະມົນຕີ ຫງວຽນ ຊັວນ ຟຸກ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ, ຂອບໃຈ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ບັນດາສະຫາຍການນໍາຂັ້ນສູງຂອງພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ, ເຕັມໄປດ້ວຍນໍ້າໃຈສະຫາຍອ້າຍນ້ອງ, ສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງສາຍພົວພັນສາມັກຄີ, ມິດຕະພາບ, ສະໜິດສະໜົມກົມກຽດ ແລະ ຊື່ສັດບໍລິສຸດ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484359
ມື້ນີ້63
ມື້ວານ273
ອາທິດນີ້797
ເດືອນນີ້3664