ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ລະນຶກວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ແລະ ມອບ-ຮັບ ບັດສະມາຊິກພັກສົມບູນ ຊຸດທີ VI ຂອງອົງຄະນະພັກ ກະຊວງການຕ່າງປະເທດ

HupButPhuk1 HupButPhuk2

HupButPhuk3

 

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ເພື່ອເປັນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ກັບການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າອົງອາດຂອງພັກປະຊາຊົນປະຕິວັດລາວ ໃນສະໄໝຕໍ່ສູ້ກູ້ຊາດ ແລະ ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນການສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍສະມາຊິກພັກ ຜູ້ມີຜົນງານອັນດີເດັ່ນ, ໃນຕອນເຊົ້າຂອງວັນທີ 29 ມີນາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ແລະ ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ VI ຂື້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະຫາຍຄະນະພັກ, ຄະນະນໍາກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກອາວຸໂສບໍານານ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນອົງຄະນະພັກກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 250 ສະຫາຍ.

 

ໃນພິທີ ປະທານໄດ້ຍົກໃຫ້ເຫັນເຖິງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ ແລະ ອຸດົມການ ຂອງພັກປະຊາຊົນປະຕິວັດລາວ ທີ່ເປັນພັກຂອງຊົນຊັ້ນກໍາມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ແລະ ຂອງປະຊາຊົນລາວບັນດາເຜົ່າ, ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາຂອງພັກ ໃນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ໃນແບບເກົ່າ ແລະ ໃໝ່, ໄລຍະແຫ່ງການປົກປັກຮັກສາອໍານາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນໄວ້ໄດ້ຢ່າງໝັ້ນຄົງ, ການປົກປັກຮັກສາ ແລະ ພັດທະນາປະເທດ ຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ, ນອກນັ້ນ, ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍສະມາຊິກພັກຜູ້ທີ່ໄດ້ຮັບບັດ ແລະ ເນັ້ນໜັ້ກໃຫ້ບັນດາສະຫາຍສະມາຊິກພັກ ຈົ່ງພ້ອມກັນເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງພັກ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ພ້ອມກັນສຸມທຸກກໍາລັງແຮງ ແລະ ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດ ໃຫ້ປະກົດຜົນເປັນຈິງ. ໃນຕອນທ້າຍຂອງພິທີ ໄດ້ມິການມອບບັດສະມາຊິກພັກສົມບູນ ໃຫ້ສະມາຊິກພັກຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ຈໍານວນ 57 ສະຫາຍ, ຍິງ 13 ສະຫາຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480312
ມື້ນີ້142
ມື້ວານ157
ອາທິດນີ້710
ເດືອນນີ້6543